ict

ຄອມພິວເຕີ ICT

ຄວາມຮູ້ທົ່ວໄປກ່ຽວກັບຄອມພິວເຕີ


1.   ເທັກໂນໂລຢີຄອມພິວເຕີ
       ຄອມພິວເຕີ (Computerໝາຍຖືງ ອຸປະກອນທາງອີເລັກທໍນິກ ທີສາມາດກຳໜົດຊຸດຄຳສັ່ງ (Programເພື່ອໃຫ້ເກີດການຮັບຂໍ້ມູນຈາກສ່ວນນຳເຂົ້າ (Input Unitແລ້ວນຳມາທຳການປະມວນຜົນ (Processingໃຫ້ເກີດເປັນຂໍ້ມູນໃນສ່ວນສະແດງຜົນຮັບ (Output Unitທີ່ເກີດປະໂຫຍດ ແລະ ເຮົາເກັບຂໍ້ມູນເຫຼົ່ານນີ້ໄວ້ໃນສ່ວນສຳຮອງຂໍ້ມູນ (Secondary Storageທີ່ເຮົາສາມາດນຳກັບມາໃຊ້ຫຼືປັບແກ້ໄດ້ຕາມຕ້ອງການ.

2.  ອົງປະກອບພື້ນຖານຂອງຄອມພິວເຕີ
                 ສ່ວນນຳເຂົ້າ (Input)
                 ສ່ວນປະມວນຜົນ (Process)
                 ສ່ວນສະແດງຜົນ (Output)
                 ສ່ວນເກັບຂໍ້ມູນ (Storage)

3.  ເທັກໂນໂລຢີເຄືອຂ່າຍ
      ໃນປັດຈຸບັນມີການນຳຄອມພິວເຕີໃນໜ່ວຍງານປະເພດຕ່າງໆ ຫຼາຍເຊີ່ງມີຜົນທຳໃຫ້ການທຳງານຂອງອົງກອນຫຼືໜ່ວຍງານ ສາມາດທຳງານໄດ້ເປັນລະບົບ  ແລະ  ສາມາດພັດທະນາການທຳງານໄດ້ຢ່າງຕໍ່ເນື່ອງ ເຊີ່ງການນຳຄອມພິວເຕີເຂົ້າມາໃຊ້ໃນອົງກອນຫຼືໜ່ວຍງານກໍ່ເລີ່ມມີການພັດທະນາຫລາຍຂື້ນແທນທີ່ຈະໃຊ້ໃນລັກສະນະໜື່ງເຄື່ອງຕໍ່ໜື່ງຄົນກໍ່ໃດ້ນຳເຄື່ອງຄອມພິວເຕີ  ແລະ  ອຸປະກອນຕ່າງໆມາເສື່ອມຕໍ່ກັນເປັນລະບົບເຄືອຂ່າຍຄອມພິວເຕີ.

4.  ເປົ້າໝາຍຂອງເຄືອຂ່າຍຄອມພິວເຕີ
          ມີການໃຊ້ຊັບພະຍາກອນຂອງຊອບແວ ແລະ   ຊອບແວຮ່ວມກັນ
          ສາມາດໃຊ້ຂໍ້ມູນຮ່ວມກັນໄດ້ ສຳຫຼັບທຸກຄົນທີ່ຢູ່ໃນລະບົບເຄືອຂ່າຍ ໂດຍບໍ່ຕ້ອງສົນໃຈວ່າຂໍ້ມູນເຫຼົານີ້ຈະເກັບຢູ່ບ່ອນໃດ
          ການຕິດຕໍ່ລະຫວ່າງຜູ້ໃຊ້ແຕ່ລະຄົນມີຄວາມສະດວກສະບາຍຂື້ນ

5.  ມາດຕະຖານການສື່ສານແລະຂໍ້ມູນ
             ປະເພດມີສາຍ ແມ່ນ ສາຍໂທລະສັບຕ່າງໆ ສາຍໄຍແກ້ວ ຫຼື ໄຟເບີອອບຕິກ
•  ປະເພດບໍ່ມີສາຍ ແມ່ນ ໄມໂຄຣເວັບ (Microwaveແລະ ດາວທຽມ(Satellite Transmission)
          ລະບົບວິທະຍຸ (Radio Transmission)ລະບົບອິນຟາເຣັດ (Infrared Transmissionແລະ ບົບໂທລະສັບເຄື່ອນຍ້າຍ (Cellular Transmission)

6.  ອຸປະກອນເສື່ອມຕໍ່ເຄືອຂ່າຍ
          ຣີພິດເຕີ (Repeater)
          ບຣິດ (Bridge)
          ສະວິດ (Switch)
          ເລົາເຕີ (Router)
          ເກດເວ (Gateway)

v  ຣີພິດເຕີ (Repeater)
        ຣີພິດເຕີເປັນອຸປະກອນທີ່ເຮັດງານຢູ່ໃນລະດັບ ຟິສິຄໍເລເຢີ (Physical Layer)ໃນ OSI Model ມີໜ້າທີ່ມີໜ້າທີ່ເສື່ອມຕໍ່ສຳຫຼັບຂະຫຍາຍສັນຍານໃຫ້ກັບເຄືອຂ່າຍ ເພື່ອເພີ່ມລະຍະທ່າງໃນການຮັບສົ່ງຂໍມູນໃຫ້ກັບເຄືອຂ່າຍໃຫ້ໄກອອກໄປໄດ້ຫຼາຍກວ່າປົກກະຕິ.

v  ບຣິດ (Bridge)
     ບຣິດ ມັກໃຊ້ໃນການເສື່ອມຕໍ່ວົງແລນ (LAN Segmentວົງເຂົ້າດ້ວຍກັນເຮັດໃຫ້ສາມາດຂະຫຍາຍຂອບເຂດຂອງເຄືອຂ່າຍອອກໄປເລື້ອຍໆ ໂດຍມີປະສິດທິພາບຮ່ວມຂອງລະບົບຫຼຸດລົງຫຼາຍປານໄດ ໂດຍບຣິດອາດເປັນໄດ້ຮາດແວສະເພາະຫຼືຊອບແວລະບົບເຄື່ອງຄອມພິວເຕີ ບຣິດຈະມີການທຳງານຢູ່ດາຕາລິ້ງເລເຢີ (Data Link Layerໂດຍມີການກອງສັນຍານ ແລະ ສົ່ງຜ່ານຂໍ້ມູນໄປຍັງສ່ວຍຕ່າງໆ ຂອງລະບົບເຄືອຂ່າຍ.

v  ສະວິດ (Switch)
       ສະວິດ ຫຼື ທີ່ນິຍົມຮຽກກັນວ່າ ອີເທີເນັດສະວິດ (Ethernet Switchຈະເປັນບຣິດແບບຫຼາຍຊ້ອງທາງ (Multiport Bridgeທີນິຍົມໃນລະບົບເຄືອຂ່າຍ LANແບບ Ethernet ເພື່ອໃຊ້ເຊື່ອມຕໍ່ລະຫວ່າງເຄືອຂ່າຍຫຼາຍໆເຄືອຂາຍ (Segment)ເຂົ້າດ້ວຍກັນ.

v  ເລົາເຕີ (Router)
       ເປັນອຸປະກອນທີີ່ທຳງານຢູ່ໃນລະດັບສູງກວ່າບຣິດທຳໃຫ້ສາມາດໃຊ້ໃນການເຊື່ອມຕໍ່ລະຫວ່າງເຄືອຂ່າຍທີ່ໃຊ້ໂປຣໂຕຄໍຕ່າງກັນໄດ້ ແລະ ສາມາດທຳການກວດ(Filterເລືອກສະເພາະສະນິດຂອງຂໍ້ມູນທີ່ລະບຸໄວ້ວ່າໃຫ້ຜ່ານໄປທຳໃຫ້ຊ່ວຍຫຼຸດປັນຫາການຈາລະຈອນທີ່ໜາແໜ້ນຂອງຂໍ້ມູນ.

v  ເກດເວ (Gateway)
   ເກດເວເປັນອຸປະກອນທີ່ມີໜ້າທີ່ໃນການເຊື່ອມຕໍ່ ແລະ ແປງຂໍ້ມູນລະຫວ່າງ ເຄືອຂ່າຍທີ່ແຕກຕ່າງກັນທັງໃນສ່ວນຂອງໂປຣໂຕຣຄໍ ແລະ ສະຖາປັດຕະຍະກຳເຄືອຂ່າຍ.

7.  ຮູບແບບການໃຊ້ງານຂອງລະບົບເຄືອຂ່າຍຄອມພິວເຕີ
            ລະບົບເຄືອຂ່າຍແບບສູນກາງ (Centralized Networks)
             ລະບົບເຄືອຂ່າຍແບບ Peer-to-peer
             ລະບົບເຄືອຂ່າຍແບບ  Client/server

v  ລະບົບເຄືອຂ່າຍແບບສູນກາງ (Centralized Networks)
       ເປັນການເອົາຊັບພະຍາກອນສຳຄັນໄວ້ເຊັ່ນ File server, Database server ເປັນຕົ້ນ ເອົາໄວ້ໃນບໍລິເວນດຽວກັນຫຼືທີ່ສູນກາງມີເຄື່ອງເຊື່ອມຕໍ່ໂດຍກົງດ້ວຍສາຍເຄເບີນ ການປະມວນຜົນຢູ່ໃນເຄື່ອງຄອມພິວເຕີຫຼັກເຊີ່ງຕັ້ງຢູ່ໃນສູນກາງແບບລວມສູນນີ້ເຮັດໃຫ້ງ່າຍກວ່າຮູບແບບອື່ນໆ ຂໍດີມີຄວາມປອດໄພສູງເພາະສາມາດຈັດການຊັບພະຍາກອນທີ່ສຳຄັນໃດ້ໃນຄັ້ງດຽວເຄື່ອງຄອມພິວເຕີເປັນສູນກາງຄວນຕັ້ງຢູ່ໃນຫ້ອງປິດ ລ໋ອກຫຼືມີການປ້ອງກັນເປັນຢ່າງດີ ການ backup ຂໍ້ມູນສາມາດເຮັດໄດ້ສະດວກຄັ້ງດຽວ ຂໍ້ເສຍຄືຫາກສູນກາງມີປັນຫາຈະເຮັດໃຫ້ທັງລະບົບໃຊ້ງານບໍ່ໄດ້ນອກຈາກນີ້ຄ່າໃຊ້ຈ່າຍໃນການວາງລະບົບມີລາຄາແພງ ເນື່ອງຈາກຕ້ອງໃຊ້ເຄື່ອງຄອມພິວເຕີທີ່ເປັນສູນກາງຫຼືເຄື່ອງ (Serverທີ່ມີຄຸນນະພາບສູງແລະຕ້ອງມີລະບົບສຳຮອງທີ່ດີເພື່ອບໍ່ໃຫ້ການໃຊ້ງານໃນລະບົບເຄືອຂ່າຍຂາດການເຊື່ອມຕໍ່.

v  ລະບົບເຄືອຂ່າຍແບບ Peer-to-peer

       ເປັນລະບົບເຄືອຂ່າຍຄອມພິວເຕີໃນຄວາມໝາຍທີ່ວ່າເຄື່ອງຄອມພິວເຕີທັງຫມົດບົນເຄືອຂ່າຍ ຄື Peer ທີ່ມີຄວມເທົ່າທຽມກັນ ໂດຍທີ່ເຄື່ອງແຕ່ລະເຄື່ອງຫຼືເຄື່ອງທັງໝົດໃນເຄືອຂ່າຍສາມາດທີ່ຈະເປັນຊັບພະຍາກອນຂອງລະບົບ ແລະມີຫນ້າທີ່ຈັດຕຽມຟາຍ ເຄື່ອງພິມ ຫຼື ເປັນເຄື່ອງທີ່ເກັບຂໍ້ມູນໃຫ້ກັບເຄື່ອງອື່ນ ໃນຂະນະດຽວກັນເຄື່ອງຄອມພິວເຕີທັງໝົດນີ້ຈະຕ້ອງມີຂີດຄວາມສາມາດໃນການທຳງານໄດ້ດ້ວຍຕົນເອງ ໂດຍມີຊັບພະຍາກອນຢູ່ພາຍໃນເຄື່ອງ ເຊັ່ນ ຮາດດິດສຳດັບເກັບຂໍ້ມູນ ມີໜ່ວຍຄວມຈຳແລະໜ່ວຍປະມວນຜົນທີ່ພຽງພໍເພື່ອເຮັດໃຫ້ເຄື່ອງສາມາດທຳງານໃດ້ຢ່າງມີອິດສະລະພາບ (Stand aloneໄດ້ ຕົວຢ່າງລະບົບປະຕິບັດການທີ່ສະໜັບສະໜຸນເຄືອຂ່າຍແບບ Peer-to-Peer ໄດແກ່ Windows Workstationລະບົບເຄືອຂ່າຍແບບ Peer-to-Peer ມີຄວາມງ່າຍໃນການຈັດຕັ້ງ ລາຄາຖືກແລະສະດວກຕໍ່ການບໍລິຫານຈັດການ ຂໍ້ເສຍຂອງລະບົບນີ້ຄື ຖືກຈຳກັດດ້ວຍຂະໜາດ ແລະ ບໍ່ມີການອອກແບບໃນເລື່ອງການຮັກສາຄວາມປອດໄພປານໃດ ຜູ້ໃຊ້ແຕ່ລະຄົນຕ້ອງຮັບຜິດຊອບຜິດຊອບໃນຄວມປອດໄພແລະບໍລິຫານຈັດການເຄືອງຂອງຕົນເອງ.
     BitTorrent ເປັນເທັກໂນໂລຢີ peer-to-peer ອັນໜື່ງທີ່ເຮັດໃຫ້ຜູ້ໃຊ້ສາມາດແບ່ງປັນຂໍ້ມູນຂະໜາດໃຫຍ່ຜ່ານເຄືອຂ່າຍອີນເຕີເນັດໄດ້ຢ່າງສະດວກສະບາຍ ເຊີ່ງມັກໃຊ້ໃນການແບ່ງປັນຟາຍວິດີໂອພາບພະຍົນ ຟາຍຂໍ້ມູນທີ່ມີຂະໜາດໃຫຍ່ຜ່ານເຄືອຂ່າຍຂອງ BitTorrent.

v  ລະບົບເຄືອຂ່າຍແບບ  Client/server 
    ເປັນລະບົບທີ່ມີປະສິດທິພາບສູງກວ່າ ແລະ ມີການໃຊ້ກັນຢ່າງກວ້າງຂວາງຫຼາຍກວ່າລະບົບແບບ Peer-to-Peer ເນື່ອງຈາກສະໜັບສະໜຸ່ນລູກຂ່າຍໄດ້ຈຳນວນຫຼາຍ ແລະຍັງສາມາເຊື່ອມຕໍ່ຄອມພິວໄດ້ຫຼາຍຮູບແບບ (Platformລະບົບນີ້ສ້າງຂື້ນໂດຍມີເຄື່ອງເຊີເວີທີ່ເປັນສູນກາງຈຳນວນ 1 ເຄື່ອງຫຼືຫລາຍກວ່າ ເຊັ່ນດຽວກັບລະບົບເຄືອຂ່າຍແບບສູນກາງ ຄືມີການບໍລິຫານຈັດການສ່ວນກາງແຕກຕ່າງກັນບ່ອນທີ່ລະບົບເຄືອຂາຍ Client/Server ຄືຈະໃຊ້ເຄື່ອງທີ່ເປັນສູນກາງທີ່ມີຄຸນນະພາບນ້ອຍກວ່າແບບລວມສູນ ເນື່ອງຈາກເຄື່ອງລູກຂ່າຍສາມາດປະມວນຜົນແລະມີພື່ນທີ່ຈັດເກັບຂໍ້ມູນ.

8.  ເທັກໂນໂລຊີຊອບແວ
    ຊອບແວ (Softwareແມ່ນຊຸດຄຳສັ່ງຫຼືໂປຣແກຣມທີ່ຄອຍສັ່ງການ ໃຫ້ຄອມພິວເຕີທຳງານລວມໄປເຖີງການຄວບຄຸມການທຳງານຂອງອຸປະກອນແວດລ້ອມຕ່າງ ເຊັ່ນ Modem,CD ROM,Drive ເປັນຕົ້ນ ຊອບແວເປັນສິ່ງທີ່ບໍ່ສາມາດເບີ່ງເຫັນຈັບຕ້ອງໄດ້ ແຕ່ຮັບຮູ້ການທຳງານຂອງມັນໄດ້ ເຊີ່ງຕ່າງກັບ ຮາດແວ (Hardwareທີ່ສາມາດຈັບຕ້ອງບໍ່ໄດ້ ມີ 5 ປະເພດຄື:
      •   ຊອບແວລະບົບ (System Software)
        •   ຊອບແວປະຍົກ (Application Software)
        •   ຊອບແວສຳເລັດຮູບ (Packages Software)
        •   ຊອບແວສັ່ງລະບົບງານ (Utility Software)
        •   ຊອບແວສື່ສານ (Communication Software)

ไม่มีความคิดเห็น:

แสดงความคิดเห็น