
ອານຸສາວະລີ
ເປັນແຫ່ງທ່ຽວທີ່ດີທີສຸດໃນປີ 2015ຫລວງພະບາງ ເມືອງ ມໍຣະດົກໂລກ ຖືກຈັດ ໃຫ້ເປັນເມືອງ ທີ່ໜ້າທ່ອງທ່ຽວ ອັນດັບນື່ງ ອີກເທື່ອໃໝ່ ໃນປີ 2010 ນີ້ ຈາກນິຕຍະສານ Wanderlust Travel ຂອງ ປະເທດອັງກິດ ຫລັງຈາກ ປີທີ່ແລ້ວນີ້ ຕົກຢູ່ໃນ ອັນດັບທີ 7 ດັ່ງເຈົ້າໜ້າທີ່ ຫ້ອງການ ທ່ອງທ່ຽວແຫ່ງຊາດ ຂອງລາວໃນປີ 2010 ນີ້ ເມືອງ ຫລວງພະບາງ ໄດ້ຮັບການ ລົງຄະແນນສຽງ ໃຫ້ເປັນເມືອງ ທ່ອງທ່ຽວ ອັນດັບທີນື່ງ ດ້ວຍຄະແນນ 94.74% ຕິດຕາມດ້ວຍ ເມືອງ Siena ຂອງປະເທດ ອີຕາລີ ໄດ້ຮັບຄະແນນ 94.67% ແລະເມືອງ ເບີລິນ ຂອງປະເທດ ເຢັຽຣະມັນ ໄດ້ຮັບຄະແນນ 94.15%. ການລົງ ຄະແນນສຽງ ແມ່ນຈາກຜູ້ອ່ານ ນິຕຍະສານ ທີ່ເຄີຽໄປ ທ່ອງທ່ຽວ ໃນເມືອງ ຫລວງພະບາງ. ຜູ້ອ່ານນິຕຍະສານ ຄົນນື່ງທີ່ລົງ ຄະແນນສຽງນັ້ນ ໃຫ້ຄໍາເຫັນວ່າ ເມືອງຫລວງພະບາງ ເປັນເມືອງ ທີ່ເຮັດໃຫ້ ຜູ້ຄົນມາ ຢ້ຽມຢາມ ມີຄວາມຮູ້ສືກວ່າ ເປັນບ້ານເຮືອນ. ຜູ້ອ່ານນິຕຍະສານ ອີກຄົນນື່ງ ໃຫ້ຄໍາເຫັນວ່າ ພາຍໃຕ້ຮົ່ມເງົາ ຂອງ ພຣະພຸທສາສນາ ແລະ ທັສນີຍະພາບ ແມ່ນໍ້າຂອງ ຢູ່ເບື້ອງໜ້າ ເຮັດໃຫ້ຜູ້ຄົນ ດໍາເນີນຊີວິດ ໄປຢ່າງຊ້າໆ ແລະ ຜ່ອນຄາຍ ຄວາມຕືງຄຽດ ດ້ວຍສິ່ງແວດລ້ອມ ອ້ອມໆຕົວ.
ຫໍພະແກ້ວ

ຫໍພະແກ້ວ ຕັ້ງຢູ່ກົງກັນຂ້າມກັບວັດສີສະ ເກດ ນະຄອນຫຼວງວຽງຈັນ ເຊິ່ງແຕ່ກ່ອນເຄີຍເປັນວັດທີ່ສຳຄັນໃຊ້ໃນການປະຕິບັດພິທີກຳຕ່າງໆຂອງ ບ້ານເມືອງໃນອະດີດຕະການ. ວັດນີ້ ສ້າງຂຶ້ນໃນປີ 1565 ສຳລັບເປັນບ່ອນປະດິດສະຖານ ພະແກ້ວມໍຣະກົດ, ໂດຍພະເຈົ້າໄຊເຊດຖາທິຣາດໃນເວລາທີ່ໄດ້ຕັດສິນໃຈ
ຍົກຍ້າຍນະຄອນຫຼວງເດີມຂອງປະເທດ ຈາກຫຼວງພຣະບາງມາຕັ້ງຢູ່ວຽງຈັນ, ພາຍຫຼັງການສິ້ນພຣະຊົນຂອງ ພະເຈົ້າໂພທິສະຣາດ ຜູ້ເປັນບິດາ.ປັດຈຸບັນວັດນີ້ກາຍເປັນຫໍພິພິດຕະພັນ. ສ່ວນອົງພະແກ້ວມໍຣະກົດແມ່ນຖືກອັງເຊີນໄປປະດິດສະຖານຢູ່
ທີ່ວັດພະສີຣັດຕະນະສາດສະດາຣາມ ຫຼື ວັດພະແກ້ວ ທີ່ ບາງກອກ ປະເທດໄທ.
ไม่มีความคิดเห็น:
แสดงความคิดเห็น