วันอังคารที่ 31 มกราคม พ.ศ. 2560

ຮີດ 12 ຂອງລາວ

                            ຮີດ 12 ຂອງລາວ
ການກຳເນີດຮີດຄອງປະເພນີລາວ
     ຮິດຄອງປະເພນີລາວ ໄດ້ກຳເນີດມາແຕ່ສະໄໝບູຮານນະການ ແລະໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນສະໄໝເຈົ້າຟ້າງຸ່ມມະຫາລາດເປັນຕົ້ນມາ, ປະຊາຊົນລາວທຸກເຜົ່າສາມັກຄີກັນ, ຮ່ວມແຮງຮ່ວມໃຈກັນສ້າງປະເທດ, ສ້າງພື້ນຖານວັດທະນະທຳ, ສົ່ງເສີມພູມປັນຍາຂອງປະຊາຊົນ, ເມື່ອສາສະໜາຈະເລີນຮຸ່ງເຮືອງຂື້ນມາ ສາສະໜາສະຖານໄດ້ກາຍເປັນສູນກາງທາງດ້ານວັດທະນະທຳ, ເປັນໂຮງຮຽນ, ເປັນສູນບຳລຸງຈິດໃຈ, ເປັນຫໍພິພິຕະພັນ ທັງເປັນບ່ອນທຳບຸນສິນກິນທານ.ພະສົງ ສາມະເນນແລະປະຊາຊົນໄດ້ປະຕິບັດພາລະບົດບາດແລະໜ້າທີ່ສຳຄັນໃນການອະນຸລັກແລະເຜີຍແຜ່ມູນເຊື້ອວັດ ທະນະທຳ,ຮີດຄອງປະເພນີອັນດີງາມໃນທ່າຕັ້ງໜ້າຈົນກາຍເປັນຊັບສົມບັດອັນລ້ຳຄ່າຂອງຊາດລາວເຮົາສືບມາເຖິງປັດຈຸບັນ.
1. ຮີດ12
ກ. ຮີດ 12
     ຄຳວ່າ: " ຮີດ " ແມ່ນຄໍາທີ່ໄດ້ມາຈາກພາສາບາລີໃນຄໍາວ່າ " ຈະຣິຕະ " ເຊິ່ງມີຄວາມ
ໝາຍວ່າ ຂະນົບທຳນຽມປະເພນີ ທີ່ເຄີຍປະຕິບັດສືບຕໍ່ກັນມາ ຂອງແຕ່ລະເດືອນໃນຮອບປີໜຶ່ງໆ (12 ເດືອນ) ຄົນລາວຮັບວ່າ ມີຮີດຄອງຢ່າງຫຼວງຫຼາຍດັ່ງຄຳທີ່ວ່າ ຮີດ 12 ຄອງ 14 ຮີດຍີ່ຄອງຈຽງ, ຮີດພະຄອງຈົວ, ຮີດຜົວຄອງເມຍ, ຮີດບ້ານຄອງເມືອງ, ຮີດເຖົ້າຄອງເຂີຍ, ຮີດລູກຄອງຫຼານ ເປັນຕົ້ນ.
1. ເດືອນຈຽງ (ເດືອນ 1) ບຸນເຂົ້າກໍາ
     ຄຳວ່າ " ກໍາ " ແມ່ນຄໍານາມໃນພາສາບາລີ ເຊິ່ງມີຄວາມໝາຍວ່າ ການງານ, ຜົນຂອງຄວາມດີ ຫຼື ຄວາມຊົ່ວ. ໃນສະໄໝບູຮານ ພວກເຮົາເຮັດບຸນຂື້ນປີໃໝ່ ເພື່ອລ້ຽງຟ້າລ້ຽງແຖນ ຄືດັ່ງທີ່ໄດ້ສະແດງອອກໃນພະລາຊະໂອວາດຂອງພະເຈົ້າຟ້າງຸ່ມມະຫາລາດ.ເມື່ອພະພຸດທະສາສະໜາເຂົ້າມາຈຶ່ງໄດ້ນຳເອົາບຸນເຂົ້າກຳມາແທນບຸນປີໃໝ່ຂອງລາວ.ບຸນເຂົ້າກຳເປັນປະເພນີໂດຍກົງຂອງພະສົງ,ສະ ໄໝບູຮານພະສົງຈະເຂົ້າກຳຢູ່ຖ້ຳ,ຢູ່ປ່າຫຼືຢູ່ວັດປ່າທີ່ມີຄວາມສະຫງົບທີີ່ສຸດ.ທຸກໆປີພະສົງຕ້ອງໄດ້ເຂົ້າກຳເພື່ອບຳເພັນກຸສົນໃຫ້ພົ້ນຈາກຄວາມບາບ.ໄລຍະພະສົງເຂົ້າກຳຊາວບ້ານກໍມີສ່ວນຮ່ວມໃນການອຸປະຖຳຄ້ຳຊູ,ທຳບຸນດ້ວຍການໃຫ້ຜັກສະຫານການກິນແກ່ພະສົງສາມະເນນ.
    ເມື່ອກ່ອນສະໄໝເຈົ້າຟ້າງຸ່ມຂື້ນຄອງລາດເດືອນອ້າຍ ແລະເດືອນຍີ່ຢູ່ໃນສອງເດືອນນີ້ເປັນເດືອນວ່າງ ບໍ່ມີປະເພນີຫຼືກິດຈະກຳຂອງພະສົງໃດໆ.ສະນັ້ນ,ອາຈານບູຮານຈຶ່ງກຳນົດເອົາການເຂົ້າກຳຂອງພະສົງມາໃສ່ເດືອນນີ້.
2. ເດືອນຍີ່ (ເດືອນ 2) ບຸນຄູນລານເຂົ້າ
     ບຸນຄູນລານເຂົ້າ ຫຼືຄູນຂວັນເຂົ້າ ຄຳວ່າ " ລານ " ແປວ່າ ເດີ່ນ ຫຼື ບ່ອນທີ່ຮາບພຽງດີ ເຊິ່ງເພິ່ນເອົາເຂົ້າມາກອງໄວ້.ບຸນນີ້ແມ່ນບຸນໜຶ່ງທີ່ສຳຄັນໃນສະໄໝບູຮານ.ກ່ອນຈະເອົາເຂົ້າຂື້ນເລົ້າຂື້ນເຍຍໄດ້ເພິ່ນຕ້ອງເຮັດບຸນໃຫ້ເຂົ້າກ່ອນ. ການເຮັດແບບນີ້ກໍເພື່ອເປັນສິລິມຸງຄຸນ ມັ່ງມູນພູນສຸກຕໍ່ໄປ. ປະຊາຊົນລາວສະໄໝບູຮານ ເພິ່ນພາກັນນິຍົມເຮັດບຸນນີ້. ຍ້ອນວ່າ ເຂົ້າມີປະໂຫຍດເໜືອກວ່າສິ່ງໃດ; ຖ້າໄດ້ເຮັດບຸນຂວັນເຂົ້າແລ້ວ, ຕາມຄວາມເຊື່ອຂອງຄົນລາວບູຮານວ່າ ກິນບໍ່ໝົດ ຈົກບໍ່ລົງດັ່ງນີ້ເປັນຕົ້ນ ຈົນມີຄຳວ່າ " ເຂົ້າມີສາລີພ້ອມ ຈອມດອຍກໍພໍຢູ່ ເຂົ້າບໍມີ ສາລີບໍ່ພ້ອມຈອມແກ້ວຢູ່ບໍ່ເປັນ ".
   ການເຮັດບຸນຄູນລານເຂົ້າຫຼືບຸນຂວັນເຂົ້ານີ້,ໄດ້ມີເລື່ອງເລົ່າກ່ຽວກັບສາສະໜາສືບຕໍ່ກັນມາເຖິງທຸກວັນນີ້ຄື: ເລື່ອງສອງອ້າຍນ້ອງເຮັດນານຳກັນ.ຄວາມຈິງແລ້ວໃນເດືອນຍີ່ກໍເປັນເດືອນວ່າງທາງກິດຈະກຳຂອງພະສົງຄືໄດ້ກ່າວມາແລ້ວຂ້າງເທິງ.ສະນັ້ນປະຊາຊົນລາວບູຮານຖືເດືອນນີ້ເປັນເດືອນຫາຫລົ້ວຫາຟືນມາໄວ້ເຕັມຖຸນເຕັມລ່າງ ເພື່ອກຽມເຮັດບຸນເຂົ້າຈີ່ໃນເດືອນ 3 ຈົນມີຄໍາວ່າ " ເດືອນອ້າຍເຮັດບຸນເຂົ້າກໍາ ເດືອນຍີ່ຫາຟືນມາໄວ້ ".
3. ເດືອນສາມ ບຸນເຂົ້າຈີ່ ແລະ ບຸນມາຄະບູຊາ      ບຸນເຂົ້າຈີ່ແມ່ນບຸນປະເພນີດັ້ງເດີມສະໄໝກ່ອນຊາວບ້ານພາກັນເຮັດເຂົ້າຈີ່ເພື່ອຖວາຍພະຍາຟ້າພະຍາແຖນມາຮອດສະໄໝລາວມີສາສະໜາພຸດຈະເລີນຮຸ່ງເຮືອງຈຶ່ງນິຍົມພາກັນເຮັດເຂົ້າຈີ່ໄປຖວາຍພະສົງ.ການເຮັດບຸນເຂົ້າຈີ່ ຕາມປະເພນີຕ້ອງທາໄຂ່, ທານ້ຳອ້ອຍ ດັ່ງຄຳໂຕງໂຕຍ " ຄໍາສຸພາສິດວ່າ " ເດືອນສາມຄ້ອຍລົມວອຍໆ ເຈົ້າຫົວຄອຍປັ້ນເຂົ້າຈີ່ເຂົ້າຈີ່ບໍ່ໃສ່ນ້ຳຕານບໍ່ລາດນ້ຳອ້ອຍຈົວນ້ອຍບໍ່ອຸ່ນໃຈ " ບຸນເຂົ້າຈີ່ມີນິທານທ້ອງຖິ່ນ ແລະ ນິທານສາສະໜາກ່າວໄວ້ດັ່ງນີ້:
 ຕົວຢ່າງນິທານສາສະໜາປາງກ່ອນມີແມ່ຍິງຄົນໜຶ່ງຊື່ປຸນນະທາສີເປັນຄົນທຸກຍາກໄຮ້ເຂັນໃຈແລະເປັນ
ຄົນຮັບໃຊ້ເສດຖີຄົນໜຶ່ງຢູ່ໃນເມືອງລາຊະຄຶ(ປະເທດອິນເດຍ)ວັນໜຶ່ງເສດຖີແຕ່ງໃຫ້ນາງໄປຕຳເຂົ້າແຕ່ເຊົ້າເທົ້າຄຳ.ນາງມີຄວາມອິດເມື່ອຍຫຼາຍ,ນາງຈຶ່ງເອົາຮຳເຂົ້າປັ້ນເປັນກ້ອນຈີ່ໃຫ້ສຸກແລ້ວເອົາໃສ່ໃນພົກຜ້າຍ່າງໄປຕັກນ້ຳ ເພື່ອຈະບໍລິໂພກເຂົ້າຈີ່ນັ້ນ. ເມື່ອໄປຕາມທາງ ນາງພົບພຣະພຸດທະເຈົ້າ ເລີຍເກີດຄວາມເຫຼື້ອມໃສຂື້ນທັນທີແລະຄິດວ່າຕົນເປັນຄົນທຸກໄຮ້ໃນຊາດນີ້ເພາະບໍ່ໄດ້ທຳບຸນໃຫ້ທານໄວ້ໃນຊາດກ່ອນແລະຊາດນີ້ກໍບໍ່ເຄີຍໄດ້ທຳບຸນເລີຍ.ຈາກນັ້ນນາງກໍເອົາເຂົ້າຈີ່ທີ່ເຮັດດ້ວຍຮຳເຂົ້າໄປຖວາຍໃຫ້ແກ່ພຣະພຸດທະເຈົ້າ,ເມື່ອພຣະອົງຊົງຮັບແລ້ວກໍນັ່ງສະເຫວີຍຢູ່ຕໍ່ໜ້ານາງເມື່ອສະເຫວີຍແລ້ວກໍໄດ້ຕັດອະໂມທະນາກະຖາໂຜດນາງຈົນສຳເລັດໂສດາປະຕິຜົນເປັນອະລິຍະບຸກຄົນໃນພຸດທະສາສະໜາ,ເມື່ອນາງຕາຍໄປ ກໍໄປເກີດໃນສະຫວັນ, ສະເຫວີຍສົມບັດໃນວິມານຄຳ.
     ນອກຈາກບຸນເຂົ້າຈີ່ແລ້ວ ໃນເດືອນສາມເພັງ ຍັງເປັນວັນສຳຄັນທາງສາສະໜາພຸດອີກວັນໜຶ່ງຄື ວັນວິມາຄະບູຊາ ( ການບູຊາໃນວັນມາຄະ ຫຼືເອີ້ນວ່າ ການບູຊາໃນເດືອນສາມເພັງ ) ເຊິ່ງພຣະອົງໄດ້ສະແດງທຳມະເທດສະໜາຄືຫົວໃຈສຳຄັນຂອງສາສະໜາພຸດ ອັນເປັນຫຼັກສາມ ປະການຄື:
1. ບໍ່ທຳຄວາມຊົ່ວ
2. ຈົ່ງທຳຄວາມດີ
3. ທຳຈິດໃຈໃຫ້ບໍລິສຸດຜ່ອງໃສ

     ໃນທົດສະວັດຕົ້ນຂອງສະຕະວັດທີ່ 21 ບຸນມາຄະບູຊາໄດ້ກາຍເປັນບຸນໜຶ່ງ ທີ່ອົງການ ສ.ປ.ຊ ຮັບຮອງເອົາເປັນບຸນທາງສາກົນ.ດັ່ງນັ້ນບັນດາປະເທດທີ່ນັບຖືສາສະໜາພຸດເມື່ອເຖິງເດືອນສາມເພັງກໍມີກິດຈະກຳຕ່າງໆຂື້ນຕາມປະເພນີ.
  4.  ເດືອນສີ່ ບຸນພະເຫວດ (ບຸນມະຫາຊາດ)
ບຸນພະເຫວດ ແມ່ນບຸນເພື່ອລະນຶກເຖິງຊາດໜຶ່ງ ຂອງພຣະພຸດທະອົງເກີດມາເປັນພະເຫວດສັນດອນ ອັນເປັນການໃຊ້ຊາດເທື່ອສຸດທ້າຍຂອງພຣະອົງ (ເຫວດສັນຕຣະ) ບຸນນີ້ຄວາມຈິງແລ້ວ ເປັນບຸນປ່າງໃຫຍ່ປະຈຳປີ, ມີການຄົບງັນໃຫຍ່ໂຕ ຄຶກຄື້ນຫຼາຍ.
     ການເຮັດບຸນພະເຫວດ ມີເລື່ອງກ່າວໄວ້ໃນໜັງສືມະໄລມື່ນ ມະໄລແສນວ່າ: ພຣະມະໄລຂື້ນໄປໄຫວ້ທາດເກດແກ້ວຈຸນລະມະນີໃນຊັ້ນດາວວະດຶງ ໄດ້ພົບກັບພຣະອະຣິຍະເມດໄຕຣ ເພິ່ນໄດ້ຖາມຄວາມເປັນຢູ່ຂອງມະນຸດນຳພຣະມະໄລວ່າ: " ຖ້າຢາກພົບພຣະອົງ ຈົ່ງຢ່າໄດ້ຂ້າຕີພໍ່ແມ່, ຢ່າທຳຮ້າຍພຣະພຸດທະເຈົ້າ,ຢ່າຍຸຍົງໃຫ້ພຣະຕີກັນແລະໃຫ້ອາສາຫະຟັງເທດເລື່ອງສັນຕະຊາດົກໃຫ້ຈົບໃນມື້ດຽວ " ຍ້ອນແນວນີ້ ຊາວບ້ານຈຶ່ງພ້ອມກັນເຮັດບຸນພະເຫວດ.
     ກ່ອນຈະເຮັດບຸນພະເຫວດອອກຕົນຍາດໂຍມພາກັນປຸກຜາມຫຼືຕູບ,ຕົບແຕ່ງຫໍແຈກ.ທາງເຂົ້າວັດດ້ວຍດອກໄມ້,ຊໍ່ທຸງ ແລະເນັ່ງຝ້າຍມຸງຄຸນອ້ອມຜາມ ແລະຫໍແຈກຕາມພິທີທາງສາສະໜາພຣາມ. ຮອດມື້ເຮັດບຸນແທ້ ພໍຕາເວັນຄ້າຍ ຊາວບ້ານກໍມີການແຫ່ພະເຫວດ ແລະນາງມະທີນັ້ນ ຊາວບ້ານໄດ້ເລືອກເອົາຜູ້ທີ່ຄົນເຄົາລົບນັບຖືໄວ້ກ່ອນແລ້ວ, ເປັນຜູ້ມີຄວາມສຳຄັນໃນບ້ານ ຕາມທີ່ເລືອກໄວ້ກ່ອນແລ້ວ.
5. ເດືອນຫ້າ ບຸນປີໃໝ່
     ບຸນປີໃໝ່ ແມ່ນບຸນປະເພນີປະຈຳຊາດຂອງລາວເຊິ່ງມີຫຼາຍຊື່ເອີ້ນຕ່່າງກັນ. ບຸນນີ້ເປັນບຸນທີ່ມ່ວນທີ່ສຸດ. ປະຊາຊົນລາວພາກັນສະຫຼອງປີໃໝ່ດ້ວຍການເອົານ້ຳທີ່ສະອາດ, ນ້ຳຫອມ, ນ້ຳຂີ້ໝີ້ນສົງພະ, ສົງຜູ້ເຖົ້າຜູ້ແກ່, ສົງພໍ່ແມ່, ອວຍພອນເຊິ່ງກັນແລະກັນ. ມີພິທີບາສີສູ່ຂວັນປີໃໝ່. ເສຍເຄາະກຳເພື່ອຮັບໂຊກ, ເຮັດບຸນທານຕ່າງໆ, ຕົບພະທາດຊາຍຢູ່ຕາມວັດວາອາຮາມ, ຢູ່ຕາມຫາດຊາຍແຄມນ້ຳປ່ອຍສັດ. ກິດຈະກຳຕ່າງໆ ລ້ວນແຕ່ເປັນການບຳເພັນກຸສົນໄປໃຫ້ດວງວິນຍານພໍ່ແມ່, ຄູບາອາຈານ ຫຼືຜູ້ມີບຸນຄຸນອື່ນໆ.
     ປີໃໝ່ລາວໄດ້ມີນິທານກ່າວໄວ້ດັ່ງນີ້: ແຕ່ກ່ອນມີລູກເສດຖີຜູ້ໜຶ່ງຊື່ ທ້າວທຳມະປາລະກຸມມານ, ຮຽນຈົບວິຊາໄຕເພດ ແມ່ນແຕ່ພາສາສັດກໍຍັງຮູ້ຈັກ ແລະ ຍັງມີພະຍາກະບິນລະພົມ ເປັນອາຈານສອນມຸງຄຸນ. ມື້ໜຶ່ງກາບິນລະພຣົມໄດ້ລົງມາຖາມບັນຫານຳ ທຳມະປາລະກຸມມານ ຖ້າແກ້ບໍ່ໄດ້ພະຍາກະບິນລະພຣົມຈະຕັດຄໍທຳມະປາລະກຸມມານ ຖ້າແກ້ໄດ້ຈະຕັດຄໍຕົນເອງບູຊາທຳມະປາລະກຸມມານ, ບັນຫາມີຢູ່ວ່າ "ຍາມເຊົ້າລາສີຢູ່ໃສ ? ຍາມກາງເວັນລາສີຢູ່ໃສ ? ຍາມກາງຄືນລາສີຢູ່ໃສ ? "  ກະບິນລະພຣົມພັດໃຫ້ 7 ວັນ. ເມື່ອຄົບເຈັດວັນທຳມະປາລະກຸມມານກໍມາແກ້ບັນຫາໃຫ້ຟັງຢ່າງຖືກຕ້ອງໝົດທຸກຂໍ້. ກະບິນລະພຣົມ ຈຶ່ງຍອມຕັດຄໍຕົນເອງ ຕາມສັນຍາໄວ້ ແຕ່ຍ້ອນວ່າຫົວຂອງກະບິນລະພຣົມ ມີຄວາມສັກສິດຫຼາຍ. ສະນັ້ນ, ກ່ອນຈະຕັດຄໍ, ກະບິນລະພຣົມຈິ່ງເອີ້ນ ທິດາທັງເຈັດມາເຂົ້າເຝົ້າ. ທິດາທັງ 7 ມີພະນາມວ່າ:
1. (ນາງ ປະຈຳວັນອາທິດ)  ຊື່ ທຸງສະເທວີ ມີພະຍາຄຸດເປັນພາຫະນະ.
2. (ນາງ ປະຈຳວັນຈັນ)     ຊື່ ໂຄລາຄະເທວີ ມີເສືອເປັນພາຫະນະ.
3. (ນາງ ປະຈຳວັນອັງຄານ)  ຊື່ ຮາກສະເທວີ (ລາກສະ) ມີໝູເປັນພາຫະນະ.
4. (ນາງ ປະຈຳວັນພຸດ)     ຊື່ ມຸນທາເທວີ ມີລວາເປັນພາຫະນະ.
5. (ນາງ ປະຈຳວັນພະຫັດ)  ຊື່ ກິລິນີເທວີ ມີຊ້າງເປັນພາຫະນະ.
6. (ນາງ ປະຈຳວັນສຸກ)     ຊື່ ກິມິທາເທວີ ມີຄວາຍເປັນພາຫະນະ.
7. (ນາງ ປະຈຳວັນເສົາ)    ຊື່ ມະໂຫທອນເທວີ ມີນົກຍຸງເປັນພາຫະນະ.
     ເມື່ອທິດາທັງເຈັດມາໂຈມເອົາຫົວຂອງພໍ່ແລ້ວເອົາໄປປະດິດສະຖານໄວ້ຢູ່ຄັນທຸມາລີ ທີ່ເທິງພູເຂົາໄກລາດ;ຄັນເຖິງວັນສ້ຽງປີໃໝ່;ທິດາແຕ່ລະຄົນພັດປ່ຽນກັນເຊີນເອົາຫົວຂອງພໍ່ອອກມາແຫ່ອ້ອມເຂົາສຸເມຣຸ ຫຼືເຂົາສະເໝນ ປີລະຄົນຕາມລຳດັບ ເພື່ອໃຫ້ເກີດຄວາມຢູ່ເຢັນເປັນສຸກ. ດັ່ງນັ້ນ, ຈິ່ງເປັນທີ່ມາຂອງການເຮັດບຸນປີໃໝ່ລາວມາຮອດປັດຈຸບັນນີ້.
     ປີໃໝ່ລາວດັ້ງເດີມແທ້ຈະແມ່ນມື້ຂື້ນ 1 ຄໍ່າ ເດືອນຈຽງ ຫຼືເດືອນອ້າຍ, ແຕ່ຍ້ອນມີການປ່ຽນແປງຈຶ່ງມາເປັນເດືອນ 5 ຕາມປະຕິທິນປະເພນີລາວ. ປີໃໝ່ຈະຖືກມື້ໃດແທ້ ຫຼືວັນເດືອນປີໃດ ກໍສຸດແລ້ວແຕ່ການຄຳນວນຂອງນັກໂຫລາສາດ, ແຕ່ແນ່ນອນວ່າ ຈະຕ້ອງຕົກຢູ່ໃນເດືອນຂື້ນ ຫຼືປະມານກາງເດືອນເມສາ.
6. ເດືອນຫົກ ບຸນບັ້ງໄຟ
     ເດືອນຫົກແມ່ນບຸນບັ້ງໄຟແລະບຸນວິສາຂະບູຊາ,ບຸນບັ້ງໄຟເປັນບຸນປະເພນີດັ້ງເດີມຂອງລາວ,ແມ່ນພິທີບູຊາແຖນ ເພື່ອຂໍຄວາມຢູ່ສຸກຊຸ່ມເຢັນ, ຂໍນ້ຳຟ້ານ້ຳຝົນຈາກແຖນ ເພື່ອຈະມາທຳການເພີ່ມພູນຜະລິດຜົນ. ບຸນນີ້ກໍເປັນບຸນປາງໃຫຍ່, ມີການເຊີ້ງ, ແຫ່ບັ້ງໄຟ, ຈູດບັ້ງໄຟເສັງກັນ, ຕີກອງຫາງ, ມັກເວົ້າ ແລະ ເຊີ້ງຄຳເພິ ພ້ອມທັງຫຼີ້ນເປື້ອນເຊັ່ນ: ເອົາຂີ້ຕົມທາໜ້າ ແລະ ຕົນໂຕ, ນຸ່ງເຄື່ອງຜິດເພດ... ໂດຍສະເພາະແມ່ນຊາຍໜຸ່ມ.         ການເຮັດບຸນບັ້ງໄຟໄດ້ມີນິທານຫຼືເລື່ອງເລົ່າຕ່າງໆນານາສະຫຼັບສັບຊ້ອນແລະກ່ຽວຂ້ອງກັນຫຼາຍຢ່າງ, ຕົວຢ່າງໜຶ່ງຈາກມູນເຫດຂອງການເຮັດບຸນບັ້ງໄຟມີເລື່ອງເລົ່າໄວ້ວ່າ:ຢູ່ເທິງສະຫວັນຊັ້ນຟ້າມີເທວະບຸດອົງໜຶ່ງຊື່ ວັດສາກາລະ ເຊິ່ງເປັນຜູ້ແຕ່ງນ້ຳຝົນໃຫ້ຕົກລົງມາເມືອງມະນຸດ. ເທບອົງນີ້, ມີຄວາມມັກກ່ຽວກັບການບູຊາໄຟຫຼາຍທີ່ສຸດ.ສະນັ້ນ,ມະນຸດຜູ້ໃດບູຊາໄຟແມ່ນຖືວ່າເປັນການບູຊາເພິ່ນແລ້ວເພິ່ນກໍຈະແຕ່ງນ້ຳຝົນສົ່ງລົງມາໃຫ້ຖືກຕ້ອງຕາມລະດູການດ້ວຍເຫດນີ້ຄົນບູຮານຈຶ່ງບູຊາໄຟດ້ວຍການຈູດ ຫຼື ເຮັດບຸນບັ້ງໄຟ.
     ນອກຈາກບຸນບັ້ງໄຟແລ້ວ,ໃນເດືອນຫົກຍັງມີບຸນສຳຄັນທາງພຸດທະສາສະໜາຄືວັນວິສາຂະບູຊາ,ຄຳວ່າ "ວິສາຂະ "ແປວ່າ ເດືອນຫົກເພັງ.ດັ່ງນັ້ນ, ການເຮັດບຸນວິສາຂະບູຊາເປັນການທຳບຸນສະຫຼອງວັນປະສູດ, ວັນຕັດສະຮູ້ ແລະ ວັນປະລິນິພານຂອງພຣະພຸດທະເຈົ້າໂຄຕະມະນັ້ນເອງ. ພຣະອົງໄດ້ປະສູດມື້ເພັງໃນເດືອນຫົກ ປີຈໍ ກ່ອນ ພ.ສ 80 ປີ, ຕັດສະຮູ້ເປັນພຣະພຸດທະເຈົ້າປີວອກ, ກ່ອນ ພ.ສ 45 ປີ ແລະ ປະລິນິພານປີມະເສັງ ພ.ສ ພຸດທະສັກກະລາດກໍ່ຕັ້ງ ປີທີ 1 ເຊິ່ງເປັນມື້ເພັງເດືອນຫົກນັ້ນເອງ. ສະນັ້ນ, ເດືອນຫົກເພັງແຕ່ລະປີ ປະຊາຊົນລາວ ຜູ້ນັບຖືສາສະໜາພຸດຈຶ່ງເຮັດບຸນຕັກບາດຖວາຍທານແລະຟັງເທສະໜາເພື່ອລະລຶກເຖິງຄຸນພຣະພຸດທະເຈົ້າຕາມຮີດຄອງປະເພນີອັນດີງາມ.
7. ເດືອນເຈັດ ບຸນບູຊາມະເຫສັກຫຼັກເມືອງ (ບຸນເປີກຊຳລະ)
     ເດືອນເຈັດເພິ່ນເຮັດບຸນບູຊາເທພະອາຮັກຫຼັກເມືອງ, ເທວະດາຟ້າແຖນ. ຊາວບ້ານພ້ອມກັນເຮັດພິທີລ້ຽງຜີເສື້ອເມືອງ,ເຊີນເອົາເທວະດາອາຮັກຫຼັກເມືອງເຂົ້າມາຊຳລະຄວາມບໍ່ດີບໍ່ງາມ, ຂັບໄລ່ສິ່ງຂີ້ດຽດຈັງໄຮທັງຫຼາຍອອກຈາກບ້ານເມືອງ, ປ້ອງກັນອັນຕະລາຍບໍ່ໃຫ້ເຂົ້າມາ ແລະ ເຮັດໃຫ້ຊາວບ້ານມີແຕ່ຄວາມສຸກຊຸ່ມເຢັນຕະຫຼອດປີ.
     ເດືອນເຈັດ ປະຊາຊົນລາວບູຮານ ທຳພິທີລ້ຽງຜີເມືອງຕາມແບບຂອງຜູ້ຖືຜີ ຫຼືລັດທິສາສະໜາພຣາມອັນເປັນຮີດຄອງປະເພນີທີ່ເກົ່າແກ່ທີ່ເຄີຍປະຕິບັດກັນມາກ່ອນມີການຮັບຖືພຸດທະສາສະໜາ. ຕົ້ນເຫດທີ່ຈະມາມີການປະຕິບັດປະເພນີລ້ຽງຜີເມືອງ ຜີປູ່ຕາໄດ້ກ່າວໄວ້ໃນຄຳພີ ເລື່ອງພະຍາພະລາລາດ.
8. ເດືອນແປດ ບຸນເຂົ້າວັດສາ (ພັນສາ)
     ເດືອນແປດເພັງເປັນມື້ພຣະສົງເຂົ້າຈຳວັດສາ. ຄຳວ່າ "ວັດສາ" ຫຼື "ພັນສາ" ແປວ່າ ຝົນ ຫຼື ລະດູຝົນ. ພຣະສົງທັງໝົດຈະຕ້ອງໄດ້ຈຳວັດສາຕະຫຼອດ 3 ເດືອນເຕັມ 8 ເດືອນເພັງ 11 ເພັງ ພຣະສົງຈຳວັດສາຢູ່ວັດ,ບໍ່ໄດ້ທຽວໄປນອນຄ້າງຄືນແບບບໍ່ຈຳເປັນເຊິ່ງມີວິໄນສົງໂດຍສະເພາະ. ມື້ເຂົ້າພັນສາຊາວພຸດທະບໍລິສັດທັງຫຼາຍພາກັນຫໍ່ເຂົ້າຕົ້ມ,ເຮັດເຂົ້າໜົມ,ເຄື່ອງພັນສາໄປຕັກບາດຖວາຍພະຍາຫານແກ່ພຣະສົງເປັນຂະບວນຄຶກຄື້ນ.
     ເມື່ອພຣະພຸດທະເຈົ້າຊົງຊາບປະການດັ່ງກ່າວຈາກຊາວບ້ານ ພຣະອົງ,ຈຶ່ງມີລະບຽບວິໄນເຄັ່ງຄັດ ເມື່ອເຖິງລະດູເດືອນ 8 (ຍາມຝົນຕົກໜັກ) ພຣະສົງຕ້ອງເຂົ້າຈຳວັດສາຕະຫຼອດ 3 ເດືອນ ໂດຍກຳນົດເອົາມື້ ເດືອນ 8 – 11 ເພັງ. ໄລຍະຈຳພັນສາ 3 ເດືອນ ພຣະສົງມີວິໄນເຄັ່ງຄັດຄື:
·        ພໍ່ແມ່ ຫຼື ເພື່ອນນັກບວດດ້ວຍກັນເຈັບໄຂ້ສາມາດໄປຫາພະຍາບານຫຼືປິ່ນປົວໄດ້.
·        ເພື່ອນນັກບວດນຳກັນມີຄວາມກະສັນຍາກສິກສາມາດໄປເລົ່າລົມໃຫ້ເຊົ່າຍາກສິກໄດ້.
·        ເມື່ອມີເຫດການເກີດຂື້ນເຊັ່ນ: ກຸດຕິເພ ໄປຫາເຄື່ອງສຳພາລະ ມາຊ້ອມແປງໄດ້.
·        ຊາວບ້ານຊາວເມືອງອື່ນມານິມົນໄປທຳບຸນສາມາດໄປສະໜອງສັດທາໄດ້.
·        ນອກຈາກນີ້ຖ້າມີເລື່ອງສຳຄັນ ແລະ ຈຳເປັນກໍອານຸໂລມໄປໄດ້ຄືກັນ.
+ ຖືກໂຈນ ຫຼື ສັດຮ້າຍມາບຽດບຽນ
+ ບ່ອນຢູ່ຖືກນ້ຳຖ້ວມ ຫຼື ໄຟໄໝ້, ເພພັງຈົນຢູ່ບໍ່ໄດ້.
+ ໄພຮ້າຍເກີິດຂື້ນໃນບ້ານທີ່ພຣະສົງອາໄສ ບິນທະບາດ, ຖືກຊາວບ້ານເກີດອົບພະຍົບໄປກໍ່ສາມາດຍ້າຍໄປນຳຊາວບ້ານໄດ້.
+ ມີຄວາມອຶດຢາກອາຫານການກິນ ຫຼື ປະມານບໍ່ສາມາດທົນຢູ່ຕໍ່ໄປໄດ້ ກໍ່ໄປໄດ້.
+ ມີຜູ້ຍິງມາກວນໃຈ ຫຼື ພີ່ນ້ອງມາກວນຕົວະຍົວະໃຫ້ລາສິກກໍ່ສາມາດໄປໄດ້.
+ ພຣະສົງວັດອື່ນພວມຈະແຕກແຍກກັນ ຫຼື ແຕກແຍກແລ້ວໄປລະງັບເຫດການກໍ່ໄດ້ ເມື່ອອອກພັນສາແລ້ວພຣະສົງຈະໄດ້ຮັບອະນິສົງ 5 ຢ່າງຄື:
1. ໄປນອນຄ້າງຄືນ ໂດຍບໍ່ຕ້ອງຄອບລາກໍໄດ້.
2. ນັ່ງສັນເຂົ້າຮ່ວມຫຼາຍອົງກໍ່ໄດ້.
3. ຕາມທຳມະດາພຣະສົງມີຜ້າ 3 ຜືນຄື: ຜ້າສະບົງ (ຜ້ານຸ່ງ), ຜ້າຈີວອນ (ຜ້າຄຸມ) ຜ້າສັງຄາ (ຜ້າຫົ່ມນອກ). ເມື່ອອອກພັນສາແລ້ວ ເອົາໄປນຳພຽງ 2 ຜືນກໍໄດ້.
4. ພຣະສົງຈຳພັນສາແລ້ວຈະເກັບຜ້າຮັກສາໄວ້ຫຼາຍຜືນກໍໄດ້ (ນອກຈາກ 3 ຜືນ)
5. ເມື່ອມີລາບເກີດຂື້ນຄື: ມີຜູ້ເອົາຈີວອນມາຖວາຍຕ້ອງແຈກໃຫ້ພຣະສົງຕາມລຳດັບຂອງພັນສາ.
9. ເດືອນເກົ້າ ບຸນຫໍເຂົ້າປະດັບດິນ
   ບຸນເຂົ້າປະດັບດິແມ່ນເດືອນ9 ດັບ.ເພິ່ນເຮັດບຸນອຸທິດບຸນກຸສົນໄປໃຫ້ດວງວິນຍານຜູ້ລ່ວງລັບໄປແລ້ວ. ຕາມຄວາມເຊື່ອຂອງຄົນບູຮານວ່າຕອນເຊົ້າມືດຂອງວັນນີ້ພະຍາຍົມພິບານໄດ້ປ່ອຍສັດນາຮົກອອກມາຮັບຜົນທານທີ່ຍາດພີ່ນ້ອງສົ່ງໄປ. ສະນັ້ນ, ເຮົາຈຶ່ງນິຍົມເອົາຫໍ່ເຂົ້າປາອາຫານ, ໝາກໄມ້ໄປຢາຍໄວ້ຢູ່ແຄມວັດ, ແຄມທາງ, ແຄມເຮືອນ, ແຄມປ່າ, ຮົ້ວໄຮ່ປາຍນາ, ໄວ້ຕາມດິນແຕ່ເຊົ້າ ດັ່ງນັ້ນ, ຈຶ່ງເອີ້ນວ່າ  " ເຂົ້າປະດັບດິນ "
     ຕົ້ນເຫດຂອງການເຮັດບຸນນີ້ປາງກ່ອນມີຍາດພີ່ນ້ອງພະຍາພິມພິສານພະເຈົ້າແຜ່ນດິນເມຶືອງລາຊະຄຶ ປະເທດອິນເດຍສະໄໝພຸດທະການ ພາກັນເຮັດສັງຄະທານໄປເຄນພະສົງ, ໃນຂະນະແຕ່ງອາຫານນັ້ນ ພວກເດັກນ້ອຍລູກຫຼານພາກັນໄຫ້ແອ່ວກິນ, ພໍ່ແມ່ອົດບໍ່ໄດ້ກໍຢິບບາຍໃຫ້ເດັກພວກນັ້ນເຊິ່ງນັບວ່າ ກິນກ່ອນສົງ ຫຼືກິນຂອງສົງ.
     ເມື່ອຕາຍໄປແລ້ວກໍໄປຕົກນາຮົກອະເວຈີ, ຄັນພົ້ນຈາກນາຮົກກໍມາເກີດເປັນເປດ. ມາວັນໜຶ່ງພະຍາພິມພິສານຖວາຍທານແກ່ພະສົງ ອັນມີພຣະພຸດທະເຈົ້າເປັນປະມຸກ, ແຕ່ບໍ່ໄດ້ອຸທິດສ່ວນບຸນກຸສົນໄປຫາພວກເປດເຫຼົ່ານັ້ນ. ພໍຕົກກາງຄືນມາພະຍາພິມພິສານນອນຝັນ ຍິນສຽງພວກເປດມາຮ້ອງ, ມາເຄາະຝາເຮືອນໝົດຄືນຈົນນອນບໍ່ຫຼັບ.
     ເມື່ອຕື່ນເຊົ້າມາ, ພະຍາພິມພິສານຈຶ່ງໄດ້ສະເດັດເຂົ້າເຝົ້າພຣະພຸດທະເຈົ້າ ຢູ່ວັດເວລຸວັນ. ຈາກນັ້ນ,ພຣະພຸດທະເຈົ້າຈຶ່ງແຈ້ງສາເຫດແລະເທດສະໜາສັ່ງສອນໃຫ້ພະຍາພິມພິສານຈົ່ງໃຫ້ທານເຂົ້າ ໂພຊະນາອາຫານໄປເຖິງຍາຕິກາວົງສາພວກເປດເຫຼົ່ານັ້ນກໍຈະໄດ້ຮັບຜົນແລະພົ້ນຈາກຄວາມທຸກທໍລະ ມານ. ການເຮັດບຸນນີ້ ນອກຈາກເລື່ອງເລົ່ານີ້ ຍັງມີເລື່ອງອື່ນໆເຊັ່ນ: ຕາມໜັງສືເທສະໜາ ບຸນຫໍ່ເຂົ້າປະດັບດິນ ເປັນປະເພນີສືບເນື່ອງມາຈາກສາສະໜາພຣາມ ຕາມປະກົດຢູ່ໃນຊາດົກເລື່ອງ (ມັດຖະກຸນທະລີ) ກ່ອນຄັ້ງພຸດທະການ.
10. ເດືອນສິບ ບຸນເຂົ້າສະຫຼາກ (ເຂົ້າສາກ)
     ບຸນເຂົ້າສະຫຼາກແມ່ນເຮັດໃນເດືອນ 10 ເພັງ. ຊາວບ້ານຫໍ່ເຂົ້າຕົ້ມ, ເຂົ້າໜົມ, ຂອງຫວານ, ຂອງຄາວ. ຄຳໝາກກອກຢາໃສ່ສະຫຼາກແລ້ວໃສ່ກວຍ ຫຼືກະທໍທີ່ສານດ້ວຍໄມ້,ຂຽນຊື່ຜູ້ອຸທິດໃສ່ ແລະຊື່ຜູ້ອຸທິດໄປເຖິງແລ້ວນຳໄປຖວາຍແກ່ພຣະສົງອົງນັ້ນ,ແລ້ວກໍອຸທິດບຸນໃຫ້ດວງວິນຍານໃຫ້ແກ່ຜູ້ລ່ວງລັບໄປນັ້ນ ຈິ່ງເອີ້ນວ່າ: ເຂົ້າສະຫຼາກການເຮັດບຸນເຂົ້າສະຫຼາກ ກິດຈະກຳ ແລະ ຮູບການຕ່າງໆຄ້າຍຄືບຸນເຂົ້າປະດັບດິນ.
     ການເຮັດບຸນເຂົ້າສະຫຼາກມີເລື່ອງເລົ່າໄວ້ວ່າ:ມີລູກຊາຍເສດຖີຜູ້ໜຶ່ງເມື່ອພໍ່ຕາຍໄປແລ້ວຜູ້ເປັນແມ່ຊອກຫາຍິງສາວມາໃຫ້ເປັນພັນລະຍາ,ແຕ່ນາງບໍ່ມີລູກ ແມ່ຈຶ່ງເອົາຍິງສາວໃຫ້ອີກຜູ້ໜຶ່ງມາເປັນເມຍນ້ອຍ(ພັນລະຍາ). ເມື່ອເມຍນ້ອຍມີລູກ, ເມຍຫຼວງຄິດອິດສາຈຶ່ງຄິດຂ້າເມຍນ້ອຍ ໂດຍເອົາຢາໃຫ້ເມຍນ້ອຍກິນໃຫ້ຫລຸລູກເສຍ ເຮັດແນວນັ້ນ2- 3ຄັ້ງໃນທີ່ສຸດເມຍນ້ອຍກໍຕາຍ.ກ່ອນຈະຕາຍເມຍນ້ອຍໄດ້ຜູກເວນກັບເມຍຫຼວງວ່າຂໍໃຫ້ເກີດເປັນນາງຍັກຂິນີ ໃຫ້ມາກິນໂຕມັນ. ເມື່ອເມຍນ້ອຍ ແລະ ເມຍຫຼວງຈ່ອງເວນກັນຕ່າງຄົນຕ່າງຕາຍໄປ ແລະເກີດເປັນສັດ.ເມຍນ້ອຍທີ່ເກີດເປັນແມວ,ເກີດເປັນເນື້ອແລະເກີດເປັນຍັກສ່ວນເມຍຫຼວງຕາຍໄປເກີດເປັນແມ່ໄກ່, ເກີດເປັນເສືອແລະເກີດເປັນຄົນ ທັງສອງຈ່ອງເວນຈ່ອງກຳກັນ. ມີມື້ໜຶ່ງ ນາງຍັກໄລ່ຈັບລູກຜູ້ເປັນເມຍຫຼວງກິນ,ແຕ່ນາງຜູ້ເປັນເມຍຫຼວງອູ້ມລູກແລ່ນໄປວັດເຊຕະວັນ ໃນຂະນະນັ້ນ ພຣະພຸດທະເຈົ້າພວມເທສະໜາສັ່ງສອນອຸປະສົກອຸປະສິກາຢູ່,ພຣະອົງຈຶ່ງໃຫ້ພຣະອານົນໄປບອກນາງຍັກຂິນີມາສັ່ງສອນບໍ່ໃຫ້ຈ່ອງເວນຈ່ອງກຳກັນອີກຕໍ່ໄປ;ຈາກນັ້ນພຣະພຸດທະເຈົ້າຈິ່ງໃຫ້ນາງຍັດຂິນີໄປຢູ່ຫົວໄຮ່ປາຍນາແລ້ວລ້ຽງເກືອໃຫ້ດີ.
11. ເດືອນສິບເອັດ ບຸນອອກພັນສາປະວໍລະນາ (ປະວາລະນາ)
     ຄຳວ່າ " ປະວໍລະນາ "ແປວ່າ ບອກກັນໄວ້ລ່ວງໜ້າ. ບຸນອອກພັນສາແມ່ນເດືອນ 11ເພັງ.ພາຍຫຼັງພຣະສົງຢູ່ຈຳພັນສາໄດ້3ເດືອນ.ໃນການອອກພັນສານີ້,ຊາວພຸດທະສະນິກະຊົນທັງຫຼາຍ ຈຶ່ງພາກັນເຮັດບຸນຕັກບາດຢາດນ້ຳ.ສ່ວນພຣະສົງຈະໄດ້ຮັບອະນິສົງໃນການຈຳພັນສາຕາມພຣະພຸດທະອົງຊົງບັນຍັດໄວ້ໃນຄຳພີ.
     ບຸນອອກພັນສາປະວໍລະນາ ມີກິດຈະກຳທີ່ມີຄວາມມ່ວນຄຶກຄຶ້ນ ມີການເຄື່ອນໄຫວເຮືອໄຟໂຄກ ແລະ ໄຫຼເຮືອໄຟນ້ຳຕາມປະເພນີສາສະໜາພຣາມເຊິ່ງມີມາແຕ່ດົນນານ ໂດຍແມ່ນເຈົ້າສຸລະຍະວົງສາ ມາຮອດປັດຈຸບັນ ການຊ່ວງເຮືອບໍ່ສະເພາະແຕ່ຈັດໃສ່ມື້ອອກພັນສາເທົ່ານັ້ນ, ເພິ່ນຍັງນິຍົມຈັບໃສ່ກ່ອນ ຫຼື ຫຼັງພິເສດແມ່ນບຸນອອກພັນສາ ຈະມີປະກົດການທຳມະຊາດຕາມແມ່ນ້ຳຂອງເຊັ່ນ: ບັ້ງໄຟພະຍານາກ.
12. ເດືອນ 12 ບຸນກັນຖິນ ແລະ ບຸນພະທາດ
     ແມ່ນນັບແຕ່ມື້ແຮມ 1 ຄໍ່າ ເດືອນ 11 ຈົນຮອດວັນເພັງເດືອນ 12 ເປັນເວລາ 1 ເດືອນພໍດີ ໄລຍະນີ້ທາງວິໄນສົງ ຮຽກວ່າ " ຈີວະຣະກາລະສະໄໝ " ແປວ່າ ໄລຍະເວລາເຮັດຜ້າຈີວອນ ຫຼື ຮຽກວ່າ " ຈີວະຣະທານະສະໄໝ " ແປວ່າ ເວລາໃຫ້ຈີວອນ.
ສ່ວນຄຳວ່າ " ກະຖິນ " ມີ 2 ຄວາມໝາຍຄື 1) ຄວາມໝາຍໃນທາງພາສາລາວແທ້ແປວ່າ ໄມ້ກັງ ຫຼື ໄມ້ຄຶງໄທເອີ້ນວ່າ:ໄມ້ສະດຶງຄື:ໄມ້ເຮັດໃຫ້ເຄັ່ງ.ໃນສະໄໝກ່ອນໆພຸ້ນບໍ່ມີຜ້າຈີວອນຂາຍຢ່າງຫຼວງຫຼາຍຢູ່ຕະຫຼອດຄືສະໄໝນີ້.ສະນັ້ນ,ພຣະພຸດທະເຈົ້າຈຶ່ງອະນຸຍາດໃຫ້ພຣະສົງຊອກຫາໃຫ້ໄດ້ມາຖືກຕ້ອງຕາມວິໄນສົງ ແລ້ວມາຫຍິບຕໍ່ເຂົ້າກັນ,ເວລາຫຍິບຈຳເປັນຕ້ອງໃຊ້ໄມ້ແບບຫຼືໄມ້ຄຶງ. ການຫຍິບຜ້າຕາມໄມ້ຄຶງຈຶ່ງຮຽກວ່າ ຜ້າກະຖິນ. 2) ຄວາມໝາຍໃນຄຳນາມ ພາສາບາລີແປວ່າ ຜ້າທີ່ເຄນໃຫ້ພຣະສົງທີ່ຈຳວັດສາ. ໝາຍຄວາມວ່າ ການເຮັດບຸນດ້ວຍການເອົາ ຜ້າໄປເຄນໃຫ້ຄູບາ ຫຼື ພຣະສົງຢູ່ໃນວັດ. ບຸນນີ້ຖືເປັນອານິສົງຜົນແຫ່ງບຸນຂອງພຣະສົງທີ່ຈຳວັດສາຕະຫຼອດ3ເດືອນເຕັມສົມຄວນຈະຕ້ອງໄດ້ຮັບກອງກະຖິນ (ຈຸລະກະຖິນ ຫຼື ມະຫາກະຖິນ).
     ບຸກຄົນໃດມີສັດທາເຮັດກອງກະຖິນສ່ວນຕົວກໍໄດ້.ຖ້າຈະເຮັດກອງກະຖິນໄປວັດເພິ່ນໄປປັກສະຫຼາກໄວ້ ຫຼື ບອກລ່ວງໜ້າກ່ອນກາງພັນສາ.ຈາກນັ້ນທາງຄະນະຝ່າຍສົງປະຈຳວັດກໍຈະໄດ້ຮັບກອງກະຖິນ.ກ່ອນຈະຮັບກອງກະຖິນພຣະສົງຈະຫາລືກັນວ່າ ພຣະສົງອົງໃດຄວນຈະໄດ້ຮັບກອງກະຖິນ.
     ນອກຈາກບຸນກະຖິນແລ້ວ, ເພີ່ນຍັງເຮັດບຸນໄຫ້ວທາດ. ການເຮັດບຸນໄຫວ້ທາດ ນັບວ່າເປັນບຸນປາງໃຫຍ່ຄຶກຄື້ນມ່ວນຊື່ນ ແລະສຳຄັນຕໍ່ປະເທດຊາດບ້ານເມືອງຫຼາຍທີ່ສຸດ. ແຕ່ກ່ອນປະຊາຊົນລາວເຮັດບຸນໄຫວ້ພຣະທາດຫຼາຍແຫ່ງເຊັ່ນ ພະທາດຫຼວງວຽງຈັນ, ພະທາດໝາກໂມ (ວັດວິຊຸນ) ຫລວງພະບາງ, ພະທາດອີງຮັງ ແລະພະທາດໂພ່ນ ແຂວງສະຫວັນນະເຂດ, ພະທາດສີໂຄດຕະບອງຢູ່ເມືອງເກົ່າແຂວງຄຳມ່ວນເປັນຕົ້ນ.  /ພະທາດຫຼວງວຽງຈັນສ້າງຂື້ນໃນປີ1566ຫຼັງຈາກພະເຈົ້າໄຊຍະເສດຖາທິລາດພັດທະນາເມືອງວຽງຈັນເປັນລາຊະທານີລ້ານຊ້າງໄດ້ 6 ປີ.ການເຮັດບຸນນະມັດສະການພະທາດຫຼວງວຽງຈັນນັບວ່າເປັນປະເພນີ ທີ່ສຳຄັນຢ່າງຍິ່ງທີ່ສືບຕໍ່ກັນມາໄດ້ຫຼາຍສະຕະວັດໂດຍມີພະມະຫາກະສັດອົງເປັນປະມຸກໃນສະໄໝຕ່າງໆ ມາເປັນປະທານພິທີປະຈຳທຸກໆປີບໍ່ຂາດສິ່ງທີ່ນຳມາສັກກາລະບູຊາໄຫວ້ພະທາດຫຼວງມີດອກໄມ້ທູບທຽນ, ສິ່ງສຳຄັນຂາດບໍ່ໄດ້ແມ່ນຜາສາດເຜິ້ງຄືມື້ຂື້ນ 13 ຄໍ່າເດືອນ 12 ເພິ່ນຈະເລີ່ມແຫ່ພະສາດຢູ່ວັດສີເມືອງ (ຫຼັກເມືອງ) ປະມານ 7 ໂມງແລງ. ມື້ຂື້ນ 14 ຄໍ່າ ມີພິທີຮັບນໍ້າໃຫຍ່ຢູ່ວັດອົງຕື້ ແລະມື້ ຄ່ໍ່າເພັງ ເດືອນ 12 ເປັນມື້ດໍາເນີນພິທີສຸດທ້າຍ ຢູ່ພະທາດຫຼວງ ໂດຍການຕັກບາດຖວາຍທານຢ່າງຄຶກຄື້ນ.
     ໃນສະໄໝບູຮານ ແລະ ສະໄໝຕ່າງໆຈົນສືບມາເຖິງສູ່ມື້ນີ້ ກ່ອນຈະເຖິງມື້ໄຫວ້ທາດຫຼວງ ໄດ້ມີການຄົບງັນມາກ່ອນແລ້ວຢ່າງໜ້ອຍ 5-7 ວັນ, ການຄົບງັນມີກິດຈະກຳກິລາ ແລະສິລະປະ ວັນນະຄະດີຕາມປະເພນີ. ມາຮອດສະໄໝນີ້ພະທາດຫຼວງວຽງຈັນໄດ້ກາຍເປັນສັນຍາລັກຂອງຊາດ(ກາຊາດ).
     ສະຫຼຸບ: ຮີດ 12 ທີ່ກ່າວມາຂ້າງເທິງມີບາງບຸນປະເພນີບໍ່ໄດ້ຈັດຕັ້ງປະຕິບັດແລ້ວ ຫຼື ຍັງພາກັນເຮັດຢູ່ບາງທ້ອງຖິ່ນທີ່ຈຳກັດເທົ່ານັ້ນ. ສ່ວນບຸນທີ່ຈັດຕັ້ງປະຕິບັດເປັນຂະບວນຂອງຊາວພຸດເຊັ່ນ: ບຸນປີໃໝ່, ບຸນເຂົ້າພັນສາ ແລະ ອອກພັນສາ, ບຸນຫໍ່ເຂົ້າປະດັບດິນ, ບຸນເຂົ້າສະຫຼາກ ແລະ ບຸນພະທາດຫຼວງ. ນອກຈາກບຸນທາດຫຼວງ, ການເຮັດບຸນຕ່າງໆຂອງປະຊາຊົນລາວຈະຍິ່ງໃຫຍ່ ຫຼືຄຶກຄື້ນ ແມ່ນອີງຕາມສະພາບ ແລະຈຸດພິເສດຂອງບ້ານໃນທ້ອງຖິ່ນນັ້ນໆ.

ວັດທະນະທໍາ ຮີດຄອງປະເພນີ










 
ວັດທະນະທໍາ ຮີດຄອງປະເພນີ
ວັດທະນະທໍາ:
ຊາດລາວເປັນຊາດທີ່ມີວັດທະນະທໍາທາງດ້ານວັດຖຸ ແລະ ຈິດໃຈອັນດີງາມມາແຕ່ດົນນານ ແລະ ໄດ້ຮັບການອະນຸລັກຮັກສາພັດທະນາ ໄປຄຽງຄູ່ກັບການພັດທະນາປະເທດຊາດ ໃນແຕ່ລະຍຸກສະໄໝ.

– ວັດທະນະທໍາທາງດ້ານວັດຖຸ ທີ່ສະແດງໃຫ້ເຫັນເຖິງເອກະລັກພິເສດ ຂອງວັດທະນະທໍາລາວ ທີ່ຄົນລາວເປັນຜູ້ສ້າງຂຶ້ນປະກອບມີອາຄານ, ບູຮານນາສະຖານຕ່າງໆ ໃນນັ້ນສຳຄັນແມ່ນ ວັດວາອາຮາມທີ່ມີຊື່ສຽງ ເຊັ່ນ: ວັດພູຈຳປາສັກ, ທາດອີງຮັງ, ທາດໝາກໂມ, ວັດຊຽງທອງ, ພະທາດຫຼວງ, ຫໍພະແກ້ວ ແລະ ອື່ນໆ. ປະເພດວັດຖຸບູຮານກໍ່ມີຫຼາຍປະເພດ ເປັນຕົ້ນ: ພະອົງຕື້, ພະບາງ, ໄຫຫີນ, ຫີນຕັ້ງ ມີເຄື່ອງດົນຕີ ທີ່ເປັນສັນຍາລັກ ຂອງລາວຄືແຄນ, ລະນາດ, ຄ້ອງ, ສີຊໍ, ກະຈັບປີ, ກອງໄຊ… ມີເຄື່ອງຫັດຖະກຳຈັກສານ, ຄວັດລວດລາຍ, ຕ່ຳຫູກທໍໄໝຕ່າງໆ.

– ວັດທະນະທໍາທາງດ້ານຈິດໃຈ ໄດ້ສະແດງອອກໃນການດໍາລົງຊິວິດຂອງຄົນລາວ ດ້ວຍຄວາມປອດໃສຂາວສະອາດ, ມີຄວາມໂອບເອື້ອອາລີ ຍີ້ມແຍ້ມຕໍ່ແຂກຄົນ, ນັບຖືຜູ້ອາວຸໂສ, ຮັກແພງເດັກນ້ອຍ, ມີສີລະທໍາ, ມີຄວາມຊື່ສັດໃນຄໍາສອນຂອງພະພຸດທະເຈົ້າ, ມີພາສາລາວເປັນພາສາຊາດ; ພິເສດມີພິທີກຳຕ່າງໆເຊັ່ນ: ການເກີດກໍຈະມີພິທີຢູ່ກຳ-ອອກກຳ; ການບວດ, ການແຕ່ງດອງ, ການຕາຍ ແລະ ອື່ນໆ.

ຮີດຄອງປະເພນີ:
ຮີດ 12 ຄອງ 14 ປະເພນີ ລາວ

ຄຳວ່າຮີດ 12 ຄອງ 14 ທີ່ພວກເຮົາໄດ້ຍິນຜູ້ເຖົ້າເພິ່ນມັກເວົ້າ ແຕ່ຫລາຍຄົນອາດຈະຍັງບໍ່ທັນຮູ້ຄວາມໝາຍທີ່ແທ້ຈິງຂອງມັນ. ເຊິ່ງຄວາມໝາຍຂອງຮີດ 12 ຄອງ 14 ມີຢູ່ວ່າ: ຮີດ ແປວ່າ: ແບບຢ່າງ ຫລື ປະເພນີທີ່ເຄີຍປະພຶດສືບທອດກັນມາແຕ່ບູຮານນະການ ຈົນເຖິງປັດຈຸບັນ ທັງພາສາເວົ້າ ແລະ ພາສາຂຽນ ເພິ່ນນິຍົມເວົ້າ ແລະຂຽນຄຳວ່າ: ຮີດຄອງປະເພນີ (ຈາຮີດນິຍົມ) ລວມເຂົ້າກັນເປັນຄຳດຽວຄຳວ່າ ຂະນົບທຳນຽມ ແປເອົາໃຈຄວາມແລ້ວກໍແມ່ນປະເພນີທີ່ເຄີຍປະຕິບັດສືບທອດກັນມານັ້ນ ເອງ. ຮີດ ມາຈາກຄຳບາລີທີ່ວ່າ: ຈາປິດຕະ ເປັນໄດ້ທັງຄຳນາມ ແລະ ຄຳກະລິຍາ ຮີດ12 ໝາຍເຖິງປະເພນີພິທີກຳ (ຫລື ການເຮັດບຸນປະຈຳເດືອນ) ຂອງປະຊາຊົນລາວບັນດາເຜົ່າພາຍໃນ 12ເດືອນ ເພິ່ນຈະນັບເອົາຕາມເດືອນລາວ ບໍ່ແມ່ນເດືອນສາກົນ ເປັນຕົ້ນແມ່ນ:

1.    ເດືອນຈຽງ: ຈະມີພິທີລ້ຽງຜີຟ້າຜີແຖນ ນິມົນພະສົງອົງຄະເຈົ້າເຂົ້າປະລິວາດຊະກຳ.
2.    ເດືອນຍີ່: ຈະມີພິທີເຮັດບຸນເຂົ້າຄູນລານ (ບຸນກິນຈຽງ) ເຜົ່າມົ້ງ, ບຸນງະ ບຸນລະປືມ(ລາວເທິງພາກໃຕ້) ບຸນກະເລີ (ລາວເທິງພາກເໜືອ)
3.    ເດືອນສາມເພັງ: ເຮັດບຸນເຂົ້າຈີ່ ບຸນມາຂະບູຊາ ບຸນວັດພູຈຳປາສັກ
4.    ເດືອນສີ່: ເຮັດບຸນພະເວດ ຫຼື ບຸນມະຫາຊາດ
5.    ເດືອນຫ້າ: ເຮັດບຸນປີໃໝ່ລາວ ຫຼື ບຸນກຸດສົງການ
6.    ເດືອນຫົກ: ເຮັດບຸນວິສາຂະບູຊາ ແລະ ບຸນບັ້ງໄຟ
7.    ເດືອນເຈັດ: ເຮັດບຸນເບີກຊຳລະບ້ານ ແລະ ລ້ຽງ ປູ່ຕາ (ກຽມເຮັດໄຮ່ເຮັດນາ)
8.    ເດືອນແປດ: ເຮັດບຸນເຂົ້າພັນສາ
9.    ເດືອນເກົ້າ: ເຮັດບຸນເຂົ້າປະດັບດິນ
10.   ເດືອນສິບ: ເຮັດບຸນເຂົ້າສະຫຼາກ
11.   ເດືອນສິບເອັດ: ເຮັດບຸນອອກພັນສາ
12.   ເດືອນສິບສອງ: ເຮັດບຸນກະຖິນ ບຸນພະທາດຫຼວງ.

ວ່າ ດ້ວຍຄອງ 14 ແມ່ນມີຄື: ຄອງ14 ຢ່າງ ສຳລັບຄົນທົ່ວໄປ ແລະ ຄອງ 14 ຢ່າງ ຂອງພະລາຊາ, ສຳຄົນຄົນທົ່ວໄປແມ່ນໜ້າທີ່ຂອງໝົດທຸກຄົນຈະຕ້ອງປະພຶດປະຕິບັດຕໍ່ ກັນເຊັ່ນ: ຄູ່ຜົວ ເມຍ ຊາວບ້ານ ຄອບຄົວເຮືອນຊານ ແລະວັດວາອາຮາມສາສະໜາ ລາຍລະອຽດຄືລຸ່ມນີ້:

1.    ເມື່ອພືດໂພດເຂົ້າກ້າໝາກໄມ້ເປັນຮວງເປັນໝາກມາແລ້ວ ຕົນຢ່າຟ້າວກິນກ່ອນໃຫ້ເອົາທຳບຸນໃຫ້ທານແກ່ທ່ານຜູ້ມີສິນກິນ ກ່ອນ ແລ້ວຕົນຈິ່ງກິນພາຍລຸນ ແຕ່ປັດຈຸບັນບໍ່ຄ່ອຍປະຕິບັດຕາມແລ້ວ.
2.    ຢ່າໂລບລ່າຍຕາຊິງຕາຍ່ອຍ ຢ່າຈ່າຍເງິນແດງ ຢ່າແປງເງິນຄວ່າງ ແລະ ຢ່າກ່າວຄຳຫຍາບຊ້າກ້າແຂງໃສ່ກັນ.
3.    ໃຫ້ພ້ອມພາກັນເຮັດຮົ້ວຕ້າຍ ແລະ ກຳແພງອ້ອມຮອບວັດວາອາຮາມ ແລະເຮືອນແຫ່ງຕົນດ້ວຍການປຸກຫໍບູຊາເທວະດາໃນສີ່ແຈເຮືອນ
4.    ເມື່ອຈະຂຶ້ນເຮືອນນັ້ນໃຫ້ຊ່ວຍລ້າຕີນເສຍກ່ອນແລ້ວຈິ່ງຂຶ້ນ.
5.    ເມືອເຖິງວັນສິນ 7-8-14-15ຄໍ່າ ໃຫ້ສົມມາກ້ອນເສົ້າແມ່ຄີໄຟ ແມ່ຂັ້ນໄດ ແລະ ປະຕູທີ່ຕົນໄດ້ອາໄສຢູ່ທຸກເຊົ້າຄໍ່າວັນຄືນ.
6.    ເມື່ອຈະເຂົ້ານອນນັ້ນໃຫ້ເອົານ້ຳສ່ວຍລ້າງຕີນຜົວແຫ່ງຕົນເສຍກ່ອນ ແລ້ວຈິ່ງເຂົ້ານອນ ເຊິ່ງປັດຈຸບັນບໍ່ນິຍົມໃຊ້ແລ້ວ
7.    ເຖິງວັນສິນໃຫ້ເອົາດອກໄມ້ທູບທຽນສົມມາຜົວແຫ່ງຕົນ ພໍ່ແມ່ເຖົ້າແກ່ລຸງຕາຂອງຕົນ ເຖິງວັນອຸໂປສົດພະສົງຂອງ ອົງຄະເຈົ້າ ໃຫ້ແຕ່ງຂັນດອກໄມ້ທູບທຽນໄປເຄນສັງຄະເຈົ້າ
8.    ເຖິງວັນສິນດັບສີນເພັງມາໃຫ້ນິມົນພະສັງຄະເຈົ້າມາສູນມຸງຄຸນເຮືອນ ແລ້ວທຳບຸນໃສ່ບາດຖວາຍທານ.
9.    ເມື່ອພະສົງມາບິນທະບາດນັ້ນຢ່າໃຫ້ເພິ່ນຄອຍຖ້າເວລາໃສ່ບາດກໍຢ່າໃຫ້ ຊູນບາດ ຊູນພິກຂຸສາມະເນນ ແລະ ຍາມໃສ່ບາດນັ້ນຢ່າໄດ້ໃສ່ເກີບ ກັ້ງຄັນຮົ່ມ ບໍ່ເອົາຜ້າປົກຫົວ ບໍ່ອູ້ມລູກຫຼານ ແລະຖືສາດຕາວຸດຕ່າງໆ.
10.   ເມື່ອພິກຂຸເຂົ້າປະລິດວາສະກຳຊຳລະເນື້ອຕົວແລ້ວເວລາອອກປະລິວາສະ ກຳໃຫ້ມີຂັນດອກໄມ້ທູບທຽນ ແລະເຄື່ອງອັດທະປະລິຂານໄປຖວາຍ.
11.   ເມື່ອພິກຂຸສັງຄະເຈົ້າກາຍມາ ໃຫ້ນັ່ງລົງຍໍມືໄຫວ້ກ່ອນ ແລ້ວຈິ່ງຄ່ອຍເຈລະຈາ.
12.   ຢ່າຢຽບເງົາເຈົ້າພິກຂຸສຳມະເນນ.
13.   ຢ່າເອົາອາຫານເງື່ອນຂອງຕົນກິນແລ້ວໄປທານໃຫ້ສັງຄະເຈົ້າ ແລະຢ່າເອົາໄວ້ຄອຍໃຫ້ຜົວກິນ.
14.   ຢ່າເສບກາມມະຄຸນໃນວັນສິນ ວັນເຂົ້າວັດສາ ວັນອອກວັດສາ ແລະ ວັນມະຫາສົງການຂຶ້ນປີໃໝ່.

ທັງໝົດ ເຫຼົ່ານັ້ນແມ່ນຮີດ 12 ຄອງ 14 ທີ່ຄົນລາວເຮົານັບຖືມາແຕ່ດຶກດຳບັນ ຈົນມາຮອດປັດຈຸບັນ ໄດ້ເຄົາລົບນັບຖື ແລະ ປະຕິບັດໃຫ້ຖືກກັບຮີດຄອງປະເພນີອັນດີງາມຂອງຊາດຕະຫຼອດມາ.

ວັດທະນະທຳ ການນຸ່ງຖືຂອງຄົນລາວ.

ວັດທະນະທຳ ການນຸ່ງຖືຂອງຄົນລາວ.
ວັດທະນະທຳການນຸ່ງຖື ແມ່ນມຸນມໍລະດົກອັນໜື່ງ ທີ່ບັນພະບູລຸດປະໄວ້ໃຫ້ລູກຫຼານຄົນລາວສືບທອດມາເຖິງທຸກວັນນີ້ ອັນເປັນສິ່ງເອກອ້າງສະແດງໃຫ້ຊາວໂລກໄດ້ເຫັນເອກະລັກໜື່ງ ຂອງຄວາມເປັນຊາດລາວ.
          ປະເພນີການນຸ່ງຖື ບາງຮູບການກໍ່ໄດ້ວິວັດໄປຕາມແຕ່ລະຍຸກ ແຕ່ລະສະໃໝ ຕາມຄວາມນິຍົມ.  ແຕ່ເດີມນັ້ນ, ການໄປສົ່ງສະການເພີ່ນນຸ່ງເສື້ອສີຂາວ ຫຼື ສີບໍ່ບາດຕາ ເພື່ອເຮັດໃຫ້ບັນຍາກາດຂອງນັ້ນມີຄວາມໂປ່ງໃສ, ບໍ່ໃຫ້ຜູ້ໄປຮ່ວມພິທີ ແລະ ຍາດມິດຂອງຜູ້ຕາຍມີຈິດໃຈໂສກເສົ້າ;  ໃສ່ສີແຈດ, ສີແດງ ນັ້ນເພີ່ນຄະລຳ ແລະ ເປັນການບໍ່ສຸພາບ, ຖ້າໃສ່ສີມືດສີດໍາແມ່ນເປັນການໄວ້ທຸກ. ປະເພນີລາວເພີ່ນບໍ່ມີການໄວ້ທຸກ, ການໄວ້ທຸກຈະເຮັດໃຫ້ດວງວິນຍານຂອງຜູ້ຕາຍເປັນຫ່ວງ ແລະ ບໍ່ເປັນສຸກ.
          ປັດຈຸບັນກໍ່ນິຍົມກັນໃສ່ຊຸດດຳໄປສົ່ງສະການ ຈົນເປັນປະເພນີແລ້ວ. ການນຸ່ງຖືເຂົ້າວັດວາອາຮາມເພື່ອໄປເຮັດບຸນຕັກບາດຢາດນໍ້າ ສ້າງສິນກິນທານຕາມຮີດຄອງປະເພນີ ແມ່ຍິງຕ້ອງເກົ້າຜົມ ຫຼື ມັດຜົມ ແລະ ບ່ຽງຜ້າ ຫຼື ຖືແພພາດບ່າພ້ອມ. ມາຮອດດຽວນີ້ ເຫັນວ່າມີການປ່ອຍປະລະເລີຍ, ບໍ່ບ່ຽງແພຍັງບໍ່ແລ້ວ ບໍ່ໜໍາຊ້ໍາຍັງນຸ່ງເສື້ອສາຍດຽວໂຊສາຍບື ໃສ່ສະເກິດສັ້ນໆ ອັນເປັນການກໍ່ໃຫ້ສາສນາມີຄວາມດ່າງພ້ອຍ;  ສະຖານທີ່ທີ່ເປັນອັນສັກກະລະບູຊາ ຄວນມີປ້າຍເຕືອນ ຫຼື ຂໍ້ແນະນຳໃຫ້ຮູ້ ເພື່ອບໍ່ເປັນການປະໝາດຂອງແຂກຕ່າງປະເທດ. ແຕ່ການຈະໃຫ້ເຂົາເຈົ້າບ່ຽງຜ້າ, ໃສ່ແພພາດບ່ານັ້ນ ຄົງຈະເປັນໄປໄດ້ຍາກ;  ພຽງແຕ່ເຫັນຊຸດປະຈຳຊາດຂອງແມ່ຍິງລາວ ກໍ່ສາມາດຮູ້ໄດ້ວ່າແມ່ນຄົນປະເທດໃດ. ສະນັ້ນ, ເພີ່ນຈິ່ງມີຄຳກ່າວໄວ້ວ່າ: “ສີລະປະແມ່ຍິງຄືດອກໄມ້ປະຈຳຊາດ”.  ສີລະປະ, ກິຣິຍາມາລະຍາດ, ຄວາມສວຍສົດງົດງາມ ແລະ ຄວາມອຸດົມຮັ່ງມີຕ່າງໆຂອງຊາດ ລ້ວນແຕ່ມາເຕົ້າໂຮມຢູ່ໃນຕົວຂອງແມ່ຍິງ;  ຢູ່ບັນດາຂົງເຂດອາຊີຕາເວັນອອກສ່ຽງໃຕ້ ນອກຈາກແມ່ຍິງລາວນຸ່ງສິ້ນແລ້ວ, ກໍ່ຍັງແມ່ຍິງມຽນມາ, ແມ່ຍິງກຳປູເຈຍ, ແມ່ຍິງມາເລເຊຍ ແລະ ແມ່ຍິງໄທກໍ່ນຸ່ງສິ້ນຄືກັນ ແຕ່ວານຸ່ງສິ້ນ ແລະ ລັກສະນະຜືນສິ້ນແຕກຕ່າງກັນ;  ແມ່ຍິງລາວນຸ່ງສິ້ນມີ່ຕໍ່ຫົວ ແລະ ຕໍ່ຕີນ, ນຸ່ງສິ້ນລ່າມບໍ່ໃຫ້ປົກປາຍຕີນ ເພາະຈະເຮັດໃຫ້ຂ້ອງ ຫຼື ຢຽບຕີນສິ້ນລົ້ມ, ນຸ່ງພໍເຂີນຕາຕຸ່ມມ໋ອງ ພໍໃຫ້ໄດ້ອວດປອກຂາເງີນ (ແຕ່ກ່ອນ ແມ່ຍິງລາວນິຍົມໃສ່ປອກຂາ), ຖ້ານຸ່ງສິ້ນເຂີນນ່ອງຖືວ່າເປັນການບໍ່ສຸພາບ. ຄຸນຄ່າຂອງສິ້ນສີລະປະ ແລະ ຜ້າບ່ຽງແພໃໝ ແມ່ນຄວາມງາມຂອງສີລະປະສີໄມ້ລາຍມືຂອງຄົນລາວ. ສ່ວນຜົມທີ່ເກົ້ານັ້ນ ກໍ່ປະດັບດ້ວຍສາຍຄ້ອງ, ສາຍຍັງ ແລະ ປັກປິ່ນເກົ້າ.

          ຄວາມສວຍງາມຂອງອາເພດຊົງລາວ ໄດ້ເຮັດໃຫ້ຊາວຕ່າງປະເທດຫັນມາສົນໃຈ ແລະ ນິຍົມຊົມຊອບສີ້ນໃໝແພລາວ ຈົນໄດ້ກັບກາຍມາເປັນສິນຄ້າສົ່ງອອກທີ່ດີອີກປະເພດໜື່ງ.
          ຄິດນຳກັນເບິ່ງວ່າ!  ຊາວຕ່າງປະເທດ ຜູ້ຫວັງດີຍັງເປັນຫ່ວງ ແລະ ເສຍດາຍແທນຄົນລາວເຮົາທີ່ເບິ່ງຂ້າມ ແລະ ຖືເບົາກັບຮີດຄອງປະເພນີອັນດີງາມ ທີ່ຕົນມີມາແຕ່ຊ້ານານແລ້ວ. ຊາຫຍັງ ຕຳໝາກຮຸ່ງ, ລາບກັອຍ, ປາແດກຕ່ອນກ້າງຂອງກິນກັບເຂົ້າທຸກມື້ ຍັງຖີກອ້າງໄປເປັນຂອງເພີ່ນ. ລະວັງສີ້ນນຸ່ງແພຖືເປັນຂອງກັບຊາດແທ້ໆ ສັງຊິໄລລະຖິ້ມໃຫ້ເປັນຂອງຊາດອື່ນອີກ. ເຂົາຊິຍຸ້ມລະເຮີ່ຍຫົວແທ້ໄດ໋ ຖ້າບໍ່ຮັກສາໄວ້.
          ໃນຕໍ່ໜ້ານີ້ ທິດຂະຫຍາຍເສດຖະກິດຂອງຊາດເຮົາ ແມ່ນແນໃສ່ສ້າງປະເທດລາວໃຫ້ເປັນແຫຼ່ງທ່ອງທ່ຽວ. ສິ່ງໄດທີ່ເປັນມູນເຊື້ອອັນດີງາມຂອງຊາດລາວ ຈົ່ງພາກັນເສີມຂະຫຍາຍ ສືບຕໍ່ປົກປັກຮັກສາເອກະລັກ ເພື່ອຄວາມກ້າວໜ້າ ແລະ ຊື່ສຽງຂອງຊາດລາວເຮົາ.












ສະຖານທີ່ບູຮານຢູ່ນະຄອນຫລວງວຽງຈັນ

ພະທາດຫລວງວຽງຈັນ
ພນາະທາດຫລວງວຽງຈັນ ໃດ້ສ້າງຕັ້ງຂື້ນເມື່ອປີ 1956 ພາຍໃຕ້ການນຳພາຂອງເຈົ້າໄຊຍະເສດຖາໄດ້ນໍາພາຊາວ ລາດຊະດອນກໍ່ສ້າງພະທາດຫລວງຢູ່ຊານເມືອງ ວຽງຈັນ ເບື້ອງຕາເວັນອອກ. ຕາມສີ ລາຈາລຶກ ຂອງພະເຈົ້າໄຊຍະ ເຊດຖາທິລາດບອກວ່າ: ພະ ອົງ ໄດ້ກໍ່ທາດຫລວງ ກວມ ທາດລູກນ້ອຍລູກຫນຶ່ງທີ່ມີ ມາກ່ອນແລ້ວ , ພະທາດນີ້ມີຊື່ ວ່າ: “ ເຈດີໂລກະຈູລະ ມະນີ ” ແຕ່ຄົນສ່ວນຫຼາຍພາກັນເອີ້ນຕິດສົບຕິດ ປາກຕໍ່ກັນມາວ່າ: “ ພະທາດຫລວງເຊິ່ງຫມາຍ ເຖິງເປັນພະທາດໃຫຍ່ , ເປັນ ພະທາດທ່ີສ້າງຂຶ້ນ ດ້ວຍລວດລາຍສິລະປະລາວດັ້ງເດີມ. ພະທາດ ຫລວງມີຄວາມສູງ 45 ແມັດ , ລວງກວ້າງຈາກ ທິດຕາເວັນຕົກເຖິງທິດຕາ ເວັນອອກ 49 ແມັດ ແລະ ມີພະທາດນ້ອຍປາລະມີ 30 ລູກອ້ອມຮອບ ເປັນບໍລິວານ ເຊິ່ງມີຄວາມຫມາຍທາງປັດ ຊະຍາໃນພຸດທະສາສະຫນາ ອັນຫມາຍເຖິງປາລະມີທັງ 30 ປະການເຊັ່ນ: ເທດສະປາ ລະລະມີ 10 , ອຸປະ ປາລະມີ 10 ແລະ ປະຣະມັດຖະປາ ລະມີ 10, ຮອງ ຮັບດ້ວຍຖ້ານ ບັນລັງປະດັບກີບດອກບົວ ຂະຫດ ໃຫຍ່.


ອານຸສາວະລີ
ເປັນແຫ່ງທ່ຽວທີ່ດີທີສຸດໃນປີ 2015ຫລວງພະບາງ ເມືອງ ມໍຣະດົກໂລກ ຖືກຈັດ ໃຫ້ເປັນເມືອງ ທີ່ໜ້າທ່ອງທ່ຽວ ອັນດັບນື່ງ ອີກເທື່ອໃໝ່ ໃນປີ 2010 ນີ້ ຈາກນິຕຍະສານ Wanderlust Travel ຂອງ ປະເທດອັງກິດ ຫລັງຈາກ ປີທີ່ແລ້ວນີ້ ຕົກຢູ່ໃນ ອັນດັບທີ 7 ດັ່ງເຈົ້າໜ້າທີ່ ຫ້ອງການ ທ່ອງທ່ຽວແຫ່ງຊາດ ຂອງລາວໃນປີ 2010 ນີ້ ເມືອງ ຫລວງພະບາງ ໄດ້ຮັບການ ລົງຄະແນນສຽງ ໃຫ້ເປັນເມືອງ ທ່ອງທ່ຽວ ອັນດັບທີນື່ງ ດ້ວຍຄະແນນ 94.74% ຕິດຕາມດ້ວຍ ເມືອງ Siena ຂອງປະເທດ ອີຕາລີ ໄດ້ຮັບຄະແນນ 94.67% ແລະເມືອງ ເບີລິນ ຂອງປະເທດ ເຢັຽຣະມັນ ໄດ້ຮັບຄະແນນ 94.15%. ການລົງ ຄະແນນສຽງ ແມ່ນຈາກຜູ້ອ່ານ ນິຕຍະສານ ທີ່ເຄີຽໄປ ທ່ອງທ່ຽວ ໃນເມືອງ ຫລວງພະບາງ. ຜູ້ອ່ານນິຕຍະສານ ຄົນນື່ງທີ່ລົງ ຄະແນນສຽງນັ້ນ ໃຫ້ຄໍາເຫັນວ່າ ເມືອງຫລວງພະບາງ ເປັນເມືອງ ທີ່ເຮັດໃຫ້ ຜູ້ຄົນມາ ຢ້ຽມຢາມ ມີຄວາມຮູ້ສືກວ່າ ເປັນບ້ານເຮືອນ. ຜູ້ອ່ານນິຕຍະສານ ອີກຄົນນື່ງ ໃຫ້ຄໍາເຫັນວ່າ ພາຍໃຕ້ຮົ່ມເງົາ ຂອງ ພຣະພຸທສາສນາ ແລະ ທັສນີຍະພາບ ແມ່ນໍ້າຂອງ ຢູ່ເບື້ອງໜ້າ ເຮັດໃຫ້ຜູ້ຄົນ ດໍາເນີນຊີວິດ ໄປຢ່າງຊ້າໆ ແລະ ຜ່ອນຄາຍ ຄວາມຕືງຄຽດ ດ້ວຍສິ່ງແວດລ້ອມ ອ້ອມໆຕົວ.

ຫໍພະແກ້ວ
                                                 
                                                                                                                                                     
ຫໍພະແກ້ວ ຕັ້ງຢູ່ກົງກັນຂ້າມກັບວັດສີສະ       ເກດ ນະຄອນຫຼວງວຽງຈັນ ເຊິ່ງແຕ່ກ່ອນເຄີຍເປັນວັດທີ່ສຳຄັນໃຊ້ໃນການປະຕິບັດພິທີກຳຕ່າງໆຂອງ ບ້ານເມືອງໃນອະດີດຕະການ. ວັດນີ້ ສ້າງຂຶ້ນໃນປີ 1565 ສຳລັບເປັນບ່ອນປະດິດສະຖານ ພະແກ້ວມໍຣະກົດ, ໂດຍພະເຈົ້າໄຊເຊດຖາທິຣາດໃນເວລາທີ່ໄດ້ຕັດສິນໃຈ
ຍົກຍ້າຍນະຄອນຫຼວງເດີມຂອງປະເທດ ຈາກຫຼວງພຣະບາງມາຕັ້ງຢູ່ວຽງຈັນ, ພາຍຫຼັງການສິ້ນພຣະຊົນຂອງ ພະເຈົ້າໂພທິສະຣາດ ຜູ້ເປັນບິດາ.ປັດຈຸບັນວັດນີ້ກາຍເປັນຫໍພິພິດຕະພັນ. ສ່ວນອົງພະແກ້ວມໍຣະກົດແມ່ນຖືກອັງເຊີນໄປປະດິດສະຖານຢູ່
ທີ່ວັດພະສີຣັດຕະນະສາດສະດາຣາມ ຫຼື ວັດພະແກ້ວ ທີ່ ບາງກອກ ປະເທດໄທ.

ຮີດ 12 ຄອງ 14

ຮີດ 12 ຄອງ 14
ຄຳ​ວ່າ​ຮີດ 12 ຄອງ 14 ທີ່​ພວກ​ເຮົາ​ໄດ້​ຍິນ​ຜູ້​ເຖົ້າ​ເພິ່ນ​ມັກ​ເວົ້າ ​ແຕ່​ຫລາຍ​ຄົນ​ອາດ​ຈະ​ຍັງ​ບໍ່​ທັນ​ຮູ້​ຄວາມ​ໝາຍ​ທີ່​ແທ້​ຈິງ​ຂອງ​ມັນ.​ ເຊິ່ງ ຄວາມໝາຍຂອງ​ຮີດ 12 ຄອງ 14 ມີ​ຢູ່​ວ່າ: ຮີດ​ ແປ​ວ່າ: ​ແບບຢ່າງ ​ຫລື​ ປະ​ເພນີ​ທີ່​ເຄີຍ​ປະພຶດສືບ​ທອດ​ກັນ​ມາ​ແຕ່​ບູຮານ​ນະ​ການ​ ຈົນ​ເຖິງ​ປັດຈຸບັນ ​ທັງ​ພາສາ​ເວົ້າ ​ແລະ ​ພາສາ​ຂຽນ ​ເພິ່ນ​ນິຍົມ​ເວົ້າ​ ແລະ​ຂຽນ​ຄຳ​ວ່າ: ຮີດຄອງ​ປະ​ເພນີ (ຈາຮີດ​ນິຍົມ) ລວມ​ເຂົ້າກັນ​ເປັນ​ຄຳ​ດຽວ​ຄຳ​ວ່າ ຂະ​ນົບ​ທຳນຽມ ​ແປ​ເອົາ​ໃຈຄວາມ​ແລ້ວ​ກໍ​ແມ່ນ​ປະ​ເພນີ​ທີ່​ເຄີຍ​ປະຕິບັດ​ສືບ​ທອດ​ກັນ​ມານັ້ນ ​ເອງ. ຮີດ ມາ​ຈາກ​ຄຳ​ບາ​ລີ​ທີ່​ວ່າ: ຈາ​ປິດ​ຕະ ​ເປັນ​ໄດ້​ທັງ​ຄຳ​ ນາມ ​ແລະ ຄຳ​ກະລິຍາ ຮີດ12 ໝາຍ​ເຖິງ​ປະ​ເພນີ​ພິທີກຳ (ຫລື​ ການ​ເຮັດບຸນ​ປະຈຳ​ເດືອນ) ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ພາຍ​ໃນ 12​ເດືອນ ​ເພິ່ນ​ຈະ​ນັບ​ເອົາ​ຕາມ​ເດືອນ​ລາວ ​ບໍ່​ແມ່ນ​ເດືອ​ນສາກົນ ​ເປັນຕົ້ນ​ແມ່ນ:
1.    ​ເດືອນ​ຈຽງ: ຈະ​ມີ​ພິທີ​ລ້ຽງ​ຜີຟ້າ​ຜີ​ແຖນ ນິມົນ​ພະສົງ​ອົງ​ຄະ​ເຈົ້າ​ເຂົ້າປະລິວາດ​ຊະ​ກຳ.
2.    ​ເດືອນ​ຍີ່: ຈະ​ມີ​ພິທີ​ເຮັດບຸນ​ເຂົ້າຄູນ​ລານ (ບຸນ​ກິນ​ຈຽງ)​ ເຜົ່າ​ມົ້ງ, ບຸນ​ງະ ບຸນ​ລະ​ປືມ(ລາວ​ເທິງ​ພາກ​ໃຕ້) ບຸນ​ກະ​ເລີ (ລາວ​ເທິງ​ພາກ​ເໜືອ)
3.    ​ເດືອນ​ສາມ​ເພັງ: ເຮັດບຸນ​ເຂົ້າຈີ່ ບຸນ​ມາ​ຂະ​ບູຊາ ບຸນ​ວັດ​ພູ​ຈຳປາ​ສັກ
4.    ​ເດືອນ​ສີ່: ​ເຮັດບຸນ​ພະ​ເວດ ຫຼື ບຸນ​ມະຫາຊາດ
5.    ​ເດືອນ​ຫ້າ: ​ເຮັດບຸນ​ປີ​ໃໝ່ລາວ ຫຼື​ ບຸນ​ກຸດ​ສົງການ
6.    ​ເດືອນຫົກ: ​ເຮັດບຸນ​ວິສາຂະບູຊາ ​ແລະ ບຸນ​ບັ້ງ​ໄຟ
7.    ​ເດືອນ​ເຈັດ: ​ເຮັດບຸນ​ເບີກ​ຊຳລະ​ບ້ານ ​ແລະ ລ້ຽງ ປູ່ຕາ (ກຽມ​ເຮັດ​ໄຮ່​ເຮັດ​ນາ)
8.    ​ເດືອນ​ແປດ: ​ເຮັດບຸນ​ເຂົ້າພັນ​ສາ
9.    ​ເດືອນ​ເກົ້າ: ​ເຮັດບຸນ​ເຂົ້າປະດັບ​ດິນ
10.   ​ເດືອນ​ສິບ: ​ເຮັດບຸນ​ເຂົ້າສະຫຼາກ
11.   ​ເດືອນ​ສິບ​ເອັດ: ​ເຮັດບຸນ​ອອກ​ພັນ​ສາ
12.   ​ເດືອນ​ສິບ​ສອງ: ​ເຮັດບຸນ​ກະຖິນ ບຸນ​ພະທາດ​ຫຼວງ. ວ່າ ​ດ້ວຍ​ຄອງ 14 ​ແມ່ນ​ມີ​ຄື: ຄອງ14 ຢ່າງ ​ສຳລັບ ​ຄົນ​ທົ່ວ​ໄປ ​ແລະ ​ຄອງ 14 ຢ່າງ ​ຂອງ​ພະ​ລາຊາ, ສຳ​ຄົນ​ຄົນ​ທົ່ວ​ໄປ​ແມ່ນ​ໜ້າ​ທີ່​ຂອງໝົດທຸກ​ຄົນ​ຈະ​ຕ້ອງ​ປະພຶດ​ປະຕິບັດ​ຕໍ່​ ກັນ​ເຊັ່ນ: ຄູ່​ຜົວ ​ເມຍ ຊາວບ້ານ ຄອບຄົວ​ເຮືອນ​ຊານ ​ແລະ​ວັດວາອາ​ຮາມ​ສາສະໜາ ລາຍ​ລະ​ອຽດຄື​ລຸ່ມ​ນີ້: 1.    ​ເມື່ອພືດ​ໂພດ​ເຂົ້າກ້າໝາກ​ໄມ້​ເປັນ​ຮວງ​ເປັນໝາກມາ​ແລ້ວ ຕົນ​ຢ່າ​ຟ້າວ​ກິນ​ກ່ອນ​​ໃຫ້​ເອົາ​ທຳບຸນ​ໃຫ້​ທານ​ແກ່​ທ່ານ​ຜູ້​ມີ​ສິນ​ກິນ​ ກ່ອນ ​ແລ້ວ​ຕົນ​ຈິ່ງ​ກິນ​ພາຍ​ລຸນ​ ແຕ່​ປັດຈຸບັນ​ບໍ່​ຄ່ອຍ​ປະຕິບັດ​ຕາມ​ແລ້ວ.
2.    ຢ່າ​ໂລບ​ລ່າຍ​ຕາຊິງ​ຕາ​ຍ່ອຍ​ ຢ່າ​ຈ່າຍ​ເງິນ​ແດງ ​ຢ່າ​ແປງ​ເງິນ​ຄວ່າງ ​ແລະ ຢ່າ​ກ່າວ​ຄຳ​ຫຍາບຊ້າກ້າ​ແຂງ​ໃສ່​ກັນ.
3.    ​ໃຫ້​ພ້ອມ​ພາກັນ​ເຮັດຮົ້ວຕ້າຍ ​ແລະ ​ກຳແພງ​ອ້ອມ​ຮອບ​ວັດວາ​ອາ​ຮາມ ​ແລະ​ເຮື​ອນ​ແຫ່ງ​ຕົນ​ດ້ວຍ​ການ​ປຸກ​ຫໍ​ບູຊາ​ເທວະ​ດາ​ໃນ​ສີ່​ແຈ​ເຮືອນ
4.    ​ເມື່ອ​ຈະ​ຂຶ້ນ​ເຮືອນນັ້ນ​ໃຫ້​ຊ່ວຍ​ລ້າ​ຕີ​ນ​ເສຍ​ກ່ອນ​ແລ້ວ​ຈິ່ງ​ຂຶ້ນ.
5.    ​ເມືອ​ເຖິງ​ວັນ​ສິນ 7-8-14-15ຄໍ່າ​ ໃຫ້ສົມ​ມາ​ກ້ອນ​ເສົ້າ​ແມ່ຄີ​ໄຟ ​ແມ່ຂັ້ນ​ໄດ ​ແລະ ປະຕູ​ທີ່​ຕົນ​ໄດ້​ອາ​ໄສ​ຢູ່​ທຸກ​ເຊົ້າຄໍ່າວັນ​ຄືນ.
6.    ​ເມື່ອ​ຈະ​ເຂົ້ານອນ​ນັ້ນ​ໃຫ້​ເອົາ​ນ້ຳສ່ວຍ​ລ້າງ​ຕີນ​ຜົວ​ແຫ່ງ​ຕົນ​ເສຍ​ກ່ອນ​ ແລ້ວ​ຈິ່ງ​ເຂົ້ານອນ ​ເຊິ່ງປັດຈຸບັນ​ບໍ່​ນິຍົມ​ໃຊ້​ແລ້ວ
7.    ​ເຖິງ​ວັນ​ສິນ​​ໃຫ້​ເອົາ​ດອກ​ໄມ້​ທູບ​ທຽນ​ສົມ​ມາ​ຜົວ​ແຫ່ງ​ຕົນ ພໍ່​ແມ່​ເຖົ້າ​ແກ່​ລຸງ​ຕາ​ຂອງ​ຕົນ ​ເຖິງ​ວັນ​ອຸ​ໂປ​ສົດ​ພະສົງ​ຂອງ ອົງຄະ​ເຈົ້າ​ ໃຫ້​ແຕ່ງ​ຂັນ​ດອກ​ໄມ້​ທູບ​ທຽນ​ໄປ​ເຄນ​ສັງຄະ​ເຈົ້າ
8.    ​ເຖິງ​ວັນ​ສິນ​ດັບ​ສີນ​ເພັງ​ມາ​ໃຫ້​ນິມົນ​ພະ​ສັງຄະ​ເຈົ້າມາ​ສູນ​ມຸງຄຸນ​ເຮືອນ ​ແລ້ວ​ທຳບຸນ​ໃສ່​ບາດ​ຖວາຍ​ທານ.
9.    ​ເມື່ອ​ພະສົງມາ​ບິນທະບາດ​ນັ້ນຢ່າ​ໃຫ້ເພິ່ນ​ຄອຍ​ຖ້າ​ເວລາ​ໃສ່​ບາດ​ກໍ​ຢ່າ​ໃຫ້ ​ຊູນ​ບາດ ຊູນ​ພິກຂຸ​ສາມະ​ເນນ ​ແລະ​ ຍາມ​ໃສ່ບາ​ດນັ້ນຢ່າ​ໄດ້​ໃສ່​ເກີບ ກັ້ງຄັນ​ຮົ່ມ​ ບໍ່​ເອົາ​ຜ້າ​ປົກ​ຫົວ ບໍ່​ອູ້ມລູກ​ຫຼານ ​ແລະ​ຖື​ສາດຕາ​ວຸດ​ຕ່າງໆ.
10.   ​ເມື່ອ​ພິກຂຸ​ເຂົ້າປະລິດວາສະ​ກຳ​ຊຳລະ​ເນື້ອຕົວ​ແລ້ວ​ເວລາ​ອອກ​ປະ​ລິ​ວາ​ສະ​ ກຳ​ໃຫ້​ມີ​ຂັນ​ດອກ​ໄມ້​ທູບ​ທຽນ ​ແລະ​ເຄື່ອງ​ອັດທະ​ປະລິຂານ​ໄປ​ຖວາຍ.
11.   ​ເມື່ອ​ພິກຂຸ​ສັງຄະ​ເຈົ້າກາຍ​ມາ ​ໃຫ້​ນັ່ງ​ລົງ​ຍໍມື​ໄຫວ້​ກ່ອນ ​ແລ້ວ​ຈິ່ງ​ຄ່ອຍ​ເຈລະຈາ.
12.   ຢ່າ​ຢຽບ​ເງົາ​ເຈົ້າພິກ​ຂຸ​ສຳມະ​ເນນ.
13.   ຢ່າ​ເອົາ​ອາຫານ​ເງື່ອນ​ຂອງ​ຕົນ​ກິນ​ແລ້ວ​ໄປ​ທານ​ໃຫ້​ສັງຄະ​ເຈົ້າ ​ແລະ​ຢ່າ​ເອົາ​ໄວ້​ຄອຍ​ໃຫ້​ຜົວ​ກິນ.
14.   ຢ່າ​ເສບ​ກາມ​ມະ​ຄຸນ​ໃນ​ວັນ​ສິນ ວັນ​ເຂົ້າວັດ​ສາ ວັນ​ອອກວັດສາ ​ແລະ ​ວັນ​ມະຫາສົງ​ການ​ຂຶ້ນປີ​ໃໝ່. ທັງໝົດ ​ເຫຼົ່າ​ນັ້ນ​ແມ່ນ​ຮີດ 12 ຄອງ 14 ທີ່​ຄົນ​ລາວ​ເຮົາ​ນັບຖື​ມາ​ແຕ່​ດຶກ​ດຳ​ບັນ ຈົນ​ມາ​ຮອດ​ປັດຈຸ​ບັນ ​ໄດ້​​ເຄົາລົບ​ນັບຖື ​ແລະ ​ປະຕິບັດ​ໃຫ້​ຖືກ​ກັບ​ຮີດຄອງປະ​

ມຸງຄຸນ38

                                                                            [color=navy]ມຸງຄຸນໝາຍເຖິງສິ່ງທີ່ເຮັດໃຫ້ຊີວິດມີຄວາ
ມຮຸ່ງເຮືອງຈະເລີນ. ມຸງຄຸນທີ່ພະພຸດທະເຈົ້າຕັດສອນໄວ້ນີ້ເປັນຫຼັກທຳເພື່ອຄວາມຈະ ເລີນຮຸ່ງເຮືອງຂອງຊີວິດໂດຍກົງ, ຊົງສະເໜີທັງວິທີການແລະເປົ້າໝາຍຂອງການພັດທະນາຄຸນນະພາບຊີວິດຕາມ ຫຼັກພຸດທະສາດສະໜາໄວ້ຢ່າງລະອຽດວ່າຈະເປັນການເລືອກສິ່ງທີ່ດີງາມ ແກ່ຕົນເອງ, ການປະຕິບັດຕໍ່ຄົນອ້ອມຂ້າງ ແລະສັງຄົມສ່ວນຫຼາຍ ຕະຫຼອດເຖິງການເຮັດໃຫ້ຈິດໃຈປາສະຈາກຄວາມເສົ້າໝອງ. ຜູ້ທີ່ດຳເນີນຊີວິດດ້ວຍຫຼັກມຸງຄຸນ 38 ປະການນີ້ຍ່ອມເປັນຜູ້ສະຫງ່າອົງອາດ, ປະສົບຄວາມສຳເລັດໃນຊີວິດ ແລະມີຄວາມສຸກຢູ່ທຸກທີ່ທຸກເວລາ. ມຸງຄຸນ 38 ປະການມີຄື:
1. ບໍ່ຄົບຄົນພານ: ຄືການບໍ່ຄົບຫາສະມາຄົມກັບຄົນບໍ່ດີ ເພາະຈະເຮັດໃຫ້ຊີວິດຜິດພາດ, ເດືອດຮ້ອນແລະເສຍຫາຍໄປນຳ.
2. ຄົບບັນດິດ: ເລືອກຄົບຫາສະມາຄົມກັບຄົນດີ, ເພາະຈະເຮັດໃຫ້ຊີວິດດຳເນີນໄປຢ່າງຖືກຕ້ອງ ແລະໄດ້ຮັບຜົນດີໄປນຳ.
3. ບູຊາບຸກຄົນທີ່ຄວນບູຊາ: ການບູຊາໝາຍເຖິງການທຳຄວາມເຄົາລົບແລະຊ່ວຍເຫຼືອ ບຸກຄົນທີ່ສາມາດເປັນແບບຢ່າງຊີວິດ, ມີຄຳສອນທີ່ຖືກຕ້ອງ, ປ້ອງກັນເຮົາບໍ່ໃຫ້ເຫັນຜິດເປັນຖືກໄດ້ ກໍນັບວ່າເປັນມຸງຄຸນ.
4. ການອາໄສຢູ່ໃນຖິ່ນທີ່ເໝາະສົມ: ຄືການເລືອກສະພາບແວດລ້ອມທີ່ເໝາະສົມ ສາມາດເຮັດໃຫ້ຊີວິດຈະເລີນກ້າວໜ້າໄດ້ງ່າຍ.
5. ມີບຸນວາສະໜາມາກ່ອນ: ອາຫານເດິນທາງທີ່ດີຄືບຸນຫຼືຄຸນງາມຄວາມດີທີ່ໄດ້ສ້າງໄວ້ຈະ ຊ່ວຍໃຫ້ມີຄວາມສຸກແລະພົບແຕ່ສິ່ງທີ່ດີງາມ.
6. ການຕັ້ງໂຕໄວ້ໃນທາງທີ່ຖືກຕ້ອງ: ຕັ້ງໂຕໃຫ້ຢູ່ໃນຄຸນນະທຳ, ຈະລິຍະທຳ ຄືດັ່ງຫາງຂອງເຮືອທີ່ຄອຍຈະຄວບຄຸມນາວາຊີວິດໃຫ້ດຳເນີນໄປສູ່ ເປົ້າໝາຍໄດ້ດ້ວຍຄວາມສະຫວັດດີພາບ.
7. ຄວາມເປັນພະຫູສູດ: ການຮຽນຮູ້ຢ່າງສະໝ່ຳສະເໝີ ເປັນສິ່ງຈຳເປັນສຳລັບຊີວິດ ເພື່ອໃຫ້ຮູ້ເທົ່າທັນກັບໂລກ ແຕ່ບໍ່ໝາຍຄວາມວ່າຈະຕ້ອງແລ່ນນຳໂລກຈົນໝົດທຸກຢ່າງ.
8. ມີສິລະປາຊີບ: ຜູ້ມີສິລະປະຍ່ອມສາມາດສ້າງສັນຜົນງານທີ່ດີ ແລະລ້ຽງຊີບໄດ້ດ້ວຍຕົນເອງ.
9. ມີວິໄນທີ່ສຶກສາອົບຮົມມາດີ: ຜູ້ທີ່ມີລະບຽບວິໄນທີ່ດີພ້ອມ ຍ່ອມບໍ່ເຮັດໃຫ້ຕົນເອງແລະຜູ້ອື່ນມີຄວາມເດືອດຮ້ອນ.
10. ມີວາຈາສຸພາສິດ: ການເວົ້າດີຍ່ອມເຮັດໃຫ້ຊີວິດມີຄວາມກ້າວໜ້າໄດ້ ເພາະເວົ້າດີນັ້ນຄືເວົ້າເປັນທຳ, ເວົ້າມີເຫດຜົນ ແລະເໝາະສົມກັບ ກາລະ ເທສະ.
11. ການຖະນຸບຳລຸງບິດາມານດາ: ການດູແລເອົາໃຈໃສ່ຕໍ່ພໍ່ແມ່ຍ່ອມເຮັດໃຫ້ຊີວິດຈະເລີນຮຸ່ງເຮືອງ ຢ່າງແນ່ນອນ ເພາະພໍ່ແມ່ເປັນຜູ້ມີພະຄຸນອັນລົ້ນເຫຼືອ.
12. ການລ້ຽງດູລູກເຕົ້າ: ການໃຫ້ຄວາມອົບອຸ່ນແກ່ລູກເຕົ້າທັງກາຍແລະໃຈ ເປັນໜ້າທີ່ອັນສຳຄັນຂອງພໍ່ແມ່ ເພາະຄວາມຮັກຄວາມເອົາໃຈໃສ່ຂອງພໍ່ແມ່ແມ່ນເຮັດໃຫ້ລູກເປັນຄົນ ດີໄດ້.
13. ການສົງເຄາະພັນລະຍາ-ສາມີ: ການໃຊ້ຊີວິດຮ່ວມກັນທັງສອງຝ່າຍຕ້ອງຮຽນຮູ້ທີ່ຈະເສຍສະຫຼະຊ່ວຍ ເຫຼືອເກື້ອກູນເຊິ່ງກັນແລະກັນ ຈຶ່ງຈະເປັນຊີວິດຄູ່ທີ່ມີຄວາມສຸກ ແລະຈະເລີນກ້າວໜ້າໄດ້.
14. ເຮັດວຽກບໍ່ຄ້າງຄາ: ການເຮັດວຽກໃຫ້ສຳເລັດລຸລ່ວງຕາມເປົ້າໝາຍໂດຍບໍ່ນັດວັນປະກັນ ມື້ ກໍຍ່ອມເຮັດໃຫ້ຊີວິດມີຄວາມກ້າວໜ້າ.
15. ການໃຫ້ທານ: ຜູ້ທີ່ຮູ້ຈັກເສຍສະຫຼະ, ກຳຈັດຄວາມຂີ້ຖີ່ໃນໃຈໂຕເອງຊ່ວຍເຫຼືອສັງຄົມຍ່ອມເປັນທີ່ຮັກຂອງຄົນທົ່ວໄປ.
16. ການປະພຶດແຕ່ສິ່ງດີ: ຜູ້ປະພຶດແຕ່ສິ່ງດີໆ ສະໝ່ຳສະເໝີຍ່ອມພົບຄວາມສຸກ ບໍ່ເດືອດຮ້ອນໃຈ.
17. ການສົງເຄາະຍາດພີ່ນ້ອງ: ການອຸ້ມຊູຊ່ວຍເຫຼືອຍາດພີ້ນ້ອງກໍຍ່ອມເຮັດໃຫ້ຊີວິດກ້າວໜ້າ ເມື່ອມີຄວາມທຸກຍາກລຳບາກກໍມີຜູ້ຊ່ວຍເຫຼືອ.
18. ເຮັດວຽກທີ່ບໍ່ມີໂທດ: ວຽກທີ່ມີໂທດຍ່ອມເຮັດໃຫ້ຊີວິດຕົກຕ່ຳ, ແຕ່ການເຮັດວຽກທີ່ບໍ່ມີໂທດຍ່ອມເຮັດໃຫ້ຊີວິດຈະເລີນກ້າວໜ້າໄດ້.
19. ງົດເວັ້ນຈາກບາບ: ການຊຳລະຈິດໃຈໃນເບື້ອງຕົ້ນນັ້ນເລິ່ມຈາກໂຕເຮົາເອງ ໂດຍງົດເວັ້ນຈາກບາບກຳທັງປວງ.
20. ເວັ້ນຈາກການດື່ມນ້ຳເມົາ: ນ້ຳເມົາເຮັດໃຫ້ຜູ້ດື່ມເກີດຄວາມປະໝາດຂາດສະຕິ ເປັນອຸປະສັກຕໍ່ຄວາມກ້າວໜ້າເປັນຢ່າງຍິ່ງ.
21. ບໍ່ປະໝາດໃນທຳ: ການສ້າງຄຸນງາມຄວາມດີທຸກຢ່າງຢ່າໄດ້ມີຄວາມປະໝາດເປັາພື້ນຖານ ເພາະຖ້າປະໝາດຍ່ອມເຮັດໃຫ້ພາດຈາກສິ່ງດີງາມໄດ້ສະເໝີ.
22. ມີຄວາມເຄົາລົບ: ການດຳລົງຊີວິດ ເຮົາຕ້ອງຮູ້ຈັກເຄົາລົບ ໃຫ້ກຽດ, ຮູ້ຄຸນຄ່າບຸກຄົນທີ່ຢູ່ອ້ອມຂ້າງເຮົາຈຶ່ງຈະໄດ້ຮັບຜົນປະໂຫຍ ດຈາກການຢູ່ຮ່ວມກັນ.
23. ມີຄວາມຖ່ອມໂຕ: ການຮູ້ຈັກອ່ອນນ້ອມຖ່ອມໂຕ ຍ່ອມໄດ້ຮັບການຖ່າຍທອດສິ່ງດີງາມຈາກຜູ້ອື່ນ.
24. ມີຄວາມພໍໃຈ: ການຮູ້ຈັກພໍໃຈກັບສິ່ງໃດກໍຕາມທີ່ໄດ້ມາດ້ວຍຄວາມສາມາດຂອງຕົນ ເປັນການຮຽນຮູ້ຄຸນຄ່າຂອງຕົນ ທີ່ສຳຄັນບໍ່ເຮັດໃຫ້ຈິດໃຈທະເຍີທະຍານ, ກະວົນກະວາຍຕາມອຳນາດຂອງຄວາມຢາກ.
25. ມີຄວາມກະຕັນຍູ: ການຈະເປັນຄົນດີນັ້ນວັດແທກກັນດ້ວຍຄວາມກະຕັນຍູ ເພາະຄວາມກະຕັນຍູເປັນເຄື່ອງໝາຍຂອງຄົນດີ.
26. ຟັງທຳຕາມກາລະໂອກາດ: ທຳມະຍ່ອມກຳຈັດຄວາມເຫັນຜິດໃນໃຈຂອງເຮົາໄດ້ ການຟັງທຳຊ່ວຍກວດສອບ ແລະຂັດເກົາຈິດໃຈຂອງເຮົາໃຫ້ດີງາມຂຶ້ນໄດ້.
27. ຄວາມອົດທົນ: ຄວາມອົດທົນບາກບັ່ນ ບໍ່ອ່ອນແອຕໍ່ອຸປະສັກໃດໆ ເປັນປັດໄຈສຳຄັນຂອງຄວາມສຳເລັດ.
28. ຄວາມເປັນຜູ້ສອນງ່າຍ: ການເວົ້າງ່າຍສອນງ່າຍໃນທີ່ນີ້ບໍ່ໄດ້ໝາຍເຖິງການຍອມເຮັດນຳທຸກ ຢ່າງ(ເຖິງຈະບໍ່ຖືກຕ້ອງ) ແຕ່ໝາຍເຖິງຄວາມບໍ່ດື້ດ້ານ, ບໍ່ຖືເນື້ອຖືໂຕຈົນເກີນໄປ, ຮູ້ຈັກຮັບຟັງຄຳສອນທີ່ມີຄຸນຄ່າໂດຍເຄົາລົບ.
29. ການເຫັນສະມະນະ: ການພົບພະສົງເພື່ອຮັບຟັງທຳມະຈາກເພິ່ນຊີວິດຍ່ອມກ້າວໜ້າບໍ່ຕົກຕ່ຳ.
30. ສົນທະນາທຳຕາມໂອກາດ: ການສົນທະນາທຳມະດ້ວຍຄວາມເຄົາລົບ ຍ່ອມເຮັດໃຫ້ເກີດປັນຍາ.
31. ຄວາມພຽນເຜົາກິເລດ(ສິ່ງບໍ່ດີ): ຊີວິດເຮົາແທ້ຈິງຫຍຸ້ງຍາກນຳກິເລດ ຈະສະຫງົບສຸກແທ້ຈິງ ຈົ່ງຕັ້ງໃຈຂູດເກົາກິເລດກ່ອນທີ່ມັນຈະເຜົາໃຈເຮົາ.
32. ການປະພຶດພົມມະຈັນ: ພົມມະຈັນຄືການປະພຶດຢ່າງປະເສີດເປັນການດຳເນີນຊີວິດທີ່ປາສະ ຈາກການບຽດບຽນເຊິ່ງກັນແລະກັນຢ່າງສິ້ນເຊິງ ມີຈຸດມຸ່ງໝາຍຄື ທຳລາຍທຸກ ທີ່ແຝງຢູ່ໃນຊີວິດໃຫ້ໝົດສິ້ນໄປ.
33. ການເຫັນອະລິຍະສັດ: ການເຂົ້າໃຈຊີວິດ ຄື ຕ້ອງຮູ້ຄວາມຈິງໃນຊີວິດ 4 ຢ່າງ ໄດ້ແກ່ທຸກ, ເຫດແຫ່ງທຸກ, ການດັບທຸກ ແລະວິທີປະຕິບັດເພື່ອດັບທຸກ.
34. ການເຫັນຊີວິດຈະແຈ້ງ: ເມື່ອຮູ້ອະລິຍະສັດຢ່າງຈະແຈ້ງ ຍ່ອມສາມາດດັບທຸກແລະພົບຄວາມສຸກສະຫງົບທີ່ໝັ້ນຄົງ.
35. ມີຈິດໃຈບໍ່ຫວັ່ນໄຫວ: ຈິດໃຈທີ່ບໍ່ຫວັ່ນໄຫວ ເປັນຈິດໃຈທີ່ມີພະລັງ ສາມາດສ້າງສັນສິ່ງດີງາມໃຫ້ກັບໂລກ.
36. ຈິດໃຈບໍ່ເສົ້າໂສກ: ຈິດໃຈທີ່ບໍ່ຖືກອາລົມຄອບງວຳຍ່ອມບໍ່ໂສກເສົ້າ, ບໍ່ເຫືອດແຫ້ງ ບໍ່ວ່າໂລກຈະປ່ຽນໄປແນວໃດກໍຕາມ.
37. ຈິດໃຈປາສະຈາກຝຸ່ນ: ຈິດໃຈນັ້ນສຳຄັນທີ່ສຸດ ເມື່ອເຝິກຝົນດີແລ້ວຝຸ່ນຄືສິ່ງທີ່ບໍ່ດີກໍບໍ່ສາມາດເຮັດໃຫ້ ເສົ້າໝອງໄດ້.
38. ຈິດຊື່ນບານ: ຄຸນນະພາບສູງສຸດຂອງຈິດໃຈທີ່ພັດທະນາແລ້ວຍ່ອມບໍລິສຸດ ຜ່ອງໃສ ເປັນອິດສະຫຼະ ນັບວ່າເປັນເປົ້າໝາຍສູງສຸດຂອງການພັດທະນາຈິດໃຈ.

ມຸງຄຸນຊີວິດ

ມຸງຄຸນຊີວິດ
ຢ່າໝິ່ນເງິນນ້ອຍ ຢ່າຄອຍແຕ່ວາສນາ
ຢ່າເສວະນາຄົນຊົ່ວ ຢ່າມົ້ວອະບາຍະມຸກ
ຢ່າສຸກກ່ອນຫ່າມ ຢ່າພຣ່າມກ່ອນທຳ
ຢ່າລຳກ່ອນເພງ ຢ່າຂົ່ມເຫງຜູ້ນ້ອຍ
ຢ່າຄອຍແຕ່ປະຈົບ ຢ່າຄົບແຕ່ເສດຖີ
ຢ່າດີແຕ່ຕົວ ຢ່າຊົ່ວແຕ່ຜູ້ອື່ນ
ຢ່າຝ່າຝືນກົດລະບຽບ ຢ່າເອົາປຽບສັງຄົມ
ຢ່າຊື່ນຊົມຄົນຜິດ ຢ່າຄິດເອົາແຕ່ໄດ້
ຢ່າໃສ່ຮ້າຍຄົນດີ ຢ່າກ່າວວະຈີມຸສາ
ຢ່ານິນທາພຣະເຈົ້າ ຢ່າໂງ່ເຂົາເມື່ອມີທຸກ
ຢ່າງສຸກຈົນລືມຕົວ ຢ່າງເກງກົວງານຫນັກ
ຢ່າພິທັກພາລຊົນ ຢ່າລືມຕົນເມື່ອມັ່ງມີ ພັນລະຍາທັງຫລາຍໃນໂລກນີ້ ແບ່ງອອກເປັນ 7 ປະເພດຄື ວະທະກະພັນລະຍາ : ພັນລະຍາສະເຫມີດ້ວຍ ເພັດຊະຄາດ ຄືພັນລະຍາທີ່ຄິດລ້າງຜານຊີວິດສາມີ ພະຍາຍາມຂ້າສາມີ ຍິນດີໃນຊາຍອື່ນ ຕົບຕີປ້ອຍດ່າສາມີ ​ໂຈ​ລີ​ພະລິຍາ : ພັນ​ລະ​ຍາ​ສະ​ເຫ​ມີ​ດ້ວຍ​ໂຈນ ຄື​ພັນ​ລະ​ຍາ​ທີ່​ມັກ​ລ້າງຜານ​ຊັບ​ສິນ​ຂອງ​ສາມີ ​ໃຊ້​ຊັບບໍ່​ເປັນ​ແດ່ ຍັກ​ຍອກ​ຊັບ​ເພື່ອຄວາມສຸກ​ສ່ວນ​ຕົວ​ແດ່ ສ້າງ​ຫນີ້​ໃຫ້​ໃຊ້​ໃຫ້​ແດ່ ​ໄອຍະ​ພະລິຍາ : ພັນ​ລະ​ຍາ​ສະ​ເຫ​ມີ​ດ້ວຍ​ນາຍ ຄື​ພັນ​ລະ​ຍາ​ທີ່​ມັກ​ລ້າງຜານ​ສັກ​ສີ​ຂອງ​ສາມີ​ ບໍ່​ສົນ​ໃຈ​ຊ່ວຍ​ວຽກງານ ກຽດຄ້ານ ກິນ​ຫລາຍ ປາກ​ມາກ ປາກ​ຮ້າຍ ກ່າວ​ຄຳ​ຫຍາບ ມັກ​ຂົ່ມ​ຂີ່​ສາມີ ທີ່​ດຸ​ຫມັ່ນ​ຂັນ​ແຂງ ຄື​ກັບ​ເຈົ້ານາຍ​ຂົ່ມ​ເຫັງ​ຂີ້ຂ້າ ພູ​ມ​ໃຈ​ທີ່​ໄດ້​ຂົ່ມ​ເຫັງສາມີ ມາ​ຕາ​ພັນ​ລະ​ຍາ : ພັນ​ລະ​ຍາ​ສະ​ເຫ​ມີ​ດ້ວຍ​ພໍ່​ແມ່ ຄື​ພັນ​ລະ​ຍາ​ທີ່​ມີ​ຄວາມ​ຮັກ​ເມດ​ຕາ​ສາມີ​ບໍ່​ມີ​ທີ່​ສິ້ນສຸດ ຄື​ກັບ​ມານ​ດາ​ຮັກ​ບຸດ ​ເຊັ່ນ ສາມີ​ຈະ​ຕົກ​ຕ່ຳ​ຫມົດ​ບຸນ​ວາດ​ສະຫນາ ຈະ​ເຈັບ​ປ່ວຍ​ຈະ​ພິການ​ຕະຫລອດ​ຊີວິດ ກໍ​ບໍ່​ປະຖິ້ມ ບໍ່​ເວົ້າບໍ່​ເຮັດ​ໃຫ້​ສະ​ເທືອນ​ໃຈ ​ເຖິງ​ຈະ​ຕາຍ​ຈາກ​ໄປ​ແຕ່​ຕົນ​ຍັງ​ສາວ​ກໍ​ບໍ່​ຍອ​ມມີ​ສາມີ​ໃຫມ່ ພະ​ຄິນີພະລິຍາ : ພັນ​ລະ​ຍາ​ສະ​ເຫ​ມີ​ດ້ວຍ​ນ້ອງ​ສາວ ຄື​ພັນ​ລະ​ຍາ​ທີ່​ເຄົາລົບ​ສາມີ ​ເປັນ​ຄົນ​ລະອາຍ​ບາບ ມີ​ຄວາມ​ຮັກ​ຢັ້ງຍືນ ​ແຕ່​ມີ​ຂັດ​ໃຈ​ກັນ​ແດ່ ທັງ​ດື້ ທັງ​ງອນ ທັງ​ມັກ​ຢອກ ທັງ​ຂີ້​ໄຫ້ ຕ້ອງ​ທັງ​ຂູ່​ທັງ​ອອຍ ຈັກ​ຫນ່ອຍ​ຈະ​ໄປ​ທ່ຽວຈັກ​ຫນ່ອຍ​ຈະ​ກິນ ຈະ​ແຕ່ງ​ຕົວ ​ແຕ່​ກໍ​ຊື່ສັດ​ສຸ​ຈະລິດ ຕໍ່​ສາມີ ສະ​ຂາ​ພະລິຍາ : ພັນ​ລະ​ຍາ​ສະ​ເຫ​ມີ​ດ້ວຍ​​ເພື່ອນ ຄື​ພັນ​ລະ​ຍາ​ທີ່​ມີ​ລົດ​ສະ​ນິຍົມ ມີ​ຄວາມ​ມັກ​ຄື​ກັນ​ກັບ​ສາມີ ຖືກ​ຄໍ​ກັນ​ເປັນ​ຄົນ​ມີ​ສິນລະ​ທຳ ມີ​ຄວາມ​ປະ​ພຶດດີ ​ແຕ່​ມີ​ຄວາມ​ທະ​ນົງ​ຕົວ​ຖື​ວ່າ​ສະ​ເຫມີ​ຕົວ ຖື​ວ່າ​ສະ​ເຫມີ​ກັນ ຫາກ​ຝ່າຍ​ກົງ​ກັນ​ຂ້າມ​ຂາດ​ເຫດຜົນ ກໍ​ບໍ່​ຍອມ​ກັນ ທາສີ​ພັນ​ລະ​ຍາ : ພັນ​ລະ​ຍາ​ສະ​ເຫມີ​ດ້ວຍ​ຄົນ​ໃຊ້ ຄື​ພັນ​ລະ​ຍາ​ທີ່​ເຮັດ​ຄື​ກັນ​ກັບ​ຄົນ​ໃຊ້ ​ເຖິງ​ສາມີ​ຈະ​ຂ້ຽນຕີ ດ່າ​ວ່າ ຂູ່​ເຂັນ​ກໍ​ບໍ່​ຄິດ​ຢາກຮ້າຍ​ຕອບ​ສາມີ​ອົດທົນ​ຢູ່​ໃນ​ອຳນາດ​ໄດ້ ຄັດຈາກ ມຸງຄຸນຊີວິດ ສະບັບເຍົາວະຊົນ ໂດຍ ພະມະຫາສົມຊາຍ ຖານະວຸດໂທ

ict

ຄວາມຮູ້ທົ່ວໄປກ່ຽວກັບຄອມພິວເຕີ


1.   ເທັກໂນໂລຢີຄອມພິວເຕີ
       ຄອມພິວເຕີ (Computer) ໝາຍຖືງ ອຸປະກອນທາງອີເລັກທໍນິກ ທີສາມາດກຳໜົດຊຸດຄຳສັ່ງ (Program) ເພື່ອໃຫ້ເກີດການຮັບຂໍ້ມູນຈາກສ່ວນນຳເຂົ້າ (Input Unit) ແລ້ວນຳມາທຳການປະມວນຜົນ (Processing) ໃຫ້ເກີດເປັນຂໍ້ມູນໃນສ່ວນສະແດງຜົນຮັບ (Output Unit) ທີ່ເກີດປະໂຫຍດ ແລະ ເຮົາເກັບຂໍ້ມູນເຫຼົ່ານນີ້ໄວ້ໃນສ່ວນສຳຮອງຂໍ້ມູນ (Secondary Storage) ທີ່ເຮົາສາມາດນຳກັບມາໃຊ້ຫຼືປັບແກ້ໄດ້ຕາມຕ້ອງການ.

2.  ອົງປະກອບພື້ນຖານຂອງຄອມພິວເຕີ
       •          ສ່ວນນຳເຂົ້າ (Input)
       •          ສ່ວນປະມວນຜົນ (Process)
       •          ສ່ວນສະແດງຜົນ (Output)
       •          ສ່ວນເກັບຂໍ້ມູນ (Storage)

3.  ເທັກໂນໂລຢີເຄືອຂ່າຍ
      ໃນປັດຈຸບັນມີການນຳຄອມພິວເຕີໃນໜ່ວຍງານປະເພດຕ່າງໆ ຫຼາຍເຊີ່ງມີຜົນທຳໃຫ້ການທຳງານຂອງອົງກອນຫຼືໜ່ວຍງານ ສາມາດທຳງານໄດ້ເປັນລະບົບ  ແລະ  ສາມາດພັດທະນາການທຳງານໄດ້ຢ່າງຕໍ່ເນື່ອງ ເຊີ່ງການນຳຄອມພິວເຕີເຂົ້າມາໃຊ້ໃນອົງກອນຫຼືໜ່ວຍງານກໍ່ເລີ່ມມີການພັດທະນາຫລາຍຂື້ນແທນທີ່ຈະໃຊ້ໃນລັກສະນະໜື່ງເຄື່ອງຕໍ່ໜື່ງຄົນກໍ່ໃດ້ນຳເຄື່ອງຄອມພິວເຕີ  ແລະ  ອຸປະກອນຕ່າງໆມາເສື່ອມຕໍ່ກັນເປັນລະບົບເຄືອຂ່າຍຄອມພິວເຕີ.

4.  ເປົ້າໝາຍຂອງເຄືອຂ່າຍຄອມພິວເຕີ
•          ມີການໃຊ້ຊັບພະຍາກອນຂອງຊອບແວ ແລະ   ຊອບແວຮ່ວມກັນ
•          ສາມາດໃຊ້ຂໍ້ມູນຮ່ວມກັນໄດ້ ສຳຫຼັບທຸກຄົນທີ່ຢູ່ໃນລະບົບເຄືອຂ່າຍ ໂດຍບໍ່ຕ້ອງສົນໃຈວ່າຂໍ້ມູນເຫຼົານີ້ຈະເກັບຢູ່ບ່ອນໃດ
•          ການຕິດຕໍ່ລະຫວ່າງຜູ້ໃຊ້ແຕ່ລະຄົນມີຄວາມສະດວກສະບາຍຂື້ນ

5.  ມາດຕະຖານການສື່ສານແລະຂໍ້ມູນ
•             ປະເພດມີສາຍ ແມ່ນ ສາຍໂທລະສັບຕ່າງໆ ສາຍໄຍແກ້ວ ຫຼື ໄຟເບີອອບຕິກ
•  ປະເພດບໍ່ມີສາຍ ແມ່ນ ໄມໂຄຣເວັບ (Microwave) ແລະ ດາວທຽມ(Satellite Transmission)
•          ລະບົບວິທະຍຸ (Radio Transmission), ລະບົບອິນຟາເຣັດ (Infrared Transmission) ແລະ ບົບໂທລະສັບເຄື່ອນຍ້າຍ (Cellular Transmission)

6.  ອຸປະກອນເສື່ອມຕໍ່ເຄືອຂ່າຍ
•          ຣີພິດເຕີ (Repeater)
•          ບຣິດ (Bridge)
•          ສະວິດ (Switch)
•          ເລົາເຕີ (Router)
•          ເກດເວ (Gateway)

v  ຣີພິດເຕີ (Repeater)
        ຣີພິດເຕີເປັນອຸປະກອນທີ່ເຮັດງານຢູ່ໃນລະດັບ ຟິສິຄໍເລເຢີ (Physical Layer)ໃນ OSI Model ມີໜ້າທີ່ມີໜ້າທີ່ເສື່ອມຕໍ່ສຳຫຼັບຂະຫຍາຍສັນຍານໃຫ້ກັບເຄືອຂ່າຍ ເພື່ອເພີ່ມລະຍະທ່າງໃນການຮັບສົ່ງຂໍມູນໃຫ້ກັບເຄືອຂ່າຍໃຫ້ໄກອອກໄປໄດ້ຫຼາຍກວ່າປົກກະຕິ.

v  ບຣິດ (Bridge)
     ບຣິດ ມັກໃຊ້ໃນການເສື່ອມຕໍ່ວົງແລນ (LAN Segment) 2 ວົງເຂົ້າດ້ວຍກັນເຮັດໃຫ້ສາມາດຂະຫຍາຍຂອບເຂດຂອງເຄືອຂ່າຍອອກໄປເລື້ອຍໆ ໂດຍມີປະສິດທິພາບຮ່ວມຂອງລະບົບຫຼຸດລົງຫຼາຍປານໄດ ໂດຍບຣິດອາດເປັນໄດ້ຮາດແວສະເພາະຫຼືຊອບແວລະບົບເຄື່ອງຄອມພິວເຕີ ບຣິດຈະມີການທຳງານຢູ່ດາຕາລິ້ງເລເຢີ (Data Link Layer) ໂດຍມີການກອງສັນຍານ ແລະ ສົ່ງຜ່ານຂໍ້ມູນໄປຍັງສ່ວຍຕ່າງໆ ຂອງລະບົບເຄືອຂ່າຍ.

v  ສະວິດ (Switch)
       ສະວິດ ຫຼື ທີ່ນິຍົມຮຽກກັນວ່າ ອີເທີເນັດສະວິດ (Ethernet Switch) ຈະເປັນບຣິດແບບຫຼາຍຊ້ອງທາງ (Multiport Bridge) ທີນິຍົມໃນລະບົບເຄືອຂ່າຍ LANແບບ Ethernet ເພື່ອໃຊ້ເຊື່ອມຕໍ່ລະຫວ່າງເຄືອຂ່າຍຫຼາຍໆເຄືອຂາຍ (Segment)ເຂົ້າດ້ວຍກັນ.

v  ເລົາເຕີ (Router)
       ເປັນອຸປະກອນທີີ່ທຳງານຢູ່ໃນລະດັບສູງກວ່າບຣິດທຳໃຫ້ສາມາດໃຊ້ໃນການເຊື່ອມຕໍ່ລະຫວ່າງເຄືອຂ່າຍທີ່ໃຊ້ໂປຣໂຕຄໍຕ່າງກັນໄດ້ ແລະ ສາມາດທຳການກວດ(Filter) ເລືອກສະເພາະສະນິດຂອງຂໍ້ມູນທີ່ລະບຸໄວ້ວ່າໃຫ້ຜ່ານໄປທຳໃຫ້ຊ່ວຍຫຼຸດປັນຫາການຈາລະຈອນທີ່ໜາແໜ້ນຂອງຂໍ້ມູນ.

v  ເກດເວ (Gateway)
   ເກດເວເປັນອຸປະກອນທີ່ມີໜ້າທີ່ໃນການເຊື່ອມຕໍ່ ແລະ ແປງຂໍ້ມູນລະຫວ່າງ ເຄືອຂ່າຍທີ່ແຕກຕ່າງກັນທັງໃນສ່ວນຂອງໂປຣໂຕຣຄໍ ແລະ ສະຖາປັດຕະຍະກຳເຄືອຂ່າຍ.

7.  ຮູບແບບການໃຊ້ງານຂອງລະບົບເຄືອຂ່າຍຄອມພິວເຕີ
  •          ລະບົບເຄືອຂ່າຍແບບສູນກາງ (Centralized Networks)
   •          ລະບົບເຄືອຂ່າຍແບບ Peer-to-peer
   •          ລະບົບເຄືອຂ່າຍແບບ  Client/server

v  ລະບົບເຄືອຂ່າຍແບບສູນກາງ (Centralized Networks)
       ເປັນການເອົາຊັບພະຍາກອນສຳຄັນໄວ້ເຊັ່ນ File server, Database server ເປັນຕົ້ນ ເອົາໄວ້ໃນບໍລິເວນດຽວກັນຫຼືທີ່ສູນກາງມີເຄື່ອງເຊື່ອມຕໍ່ໂດຍກົງດ້ວຍສາຍເຄເບີນ ການປະມວນຜົນຢູ່ໃນເຄື່ອງຄອມພິວເຕີຫຼັກເຊີ່ງຕັ້ງຢູ່ໃນສູນກາງແບບລວມສູນນີ້ເຮັດໃຫ້ງ່າຍກວ່າຮູບແບບອື່ນໆ ຂໍດີມີຄວາມປອດໄພສູງເພາະສາມາດຈັດການຊັບພະຍາກອນທີ່ສຳຄັນໃດ້ໃນຄັ້ງດຽວເຄື່ອງຄອມພິວເຕີເປັນສູນກາງຄວນຕັ້ງຢູ່ໃນຫ້ອງປິດ ລ໋ອກຫຼືມີການປ້ອງກັນເປັນຢ່າງດີ ການ backup ຂໍ້ມູນສາມາດເຮັດໄດ້ສະດວກຄັ້ງດຽວ ຂໍ້ເສຍຄືຫາກສູນກາງມີປັນຫາຈະເຮັດໃຫ້ທັງລະບົບໃຊ້ງານບໍ່ໄດ້ນອກຈາກນີ້ຄ່າໃຊ້ຈ່າຍໃນການວາງລະບົບມີລາຄາແພງ ເນື່ອງຈາກຕ້ອງໃຊ້ເຄື່ອງຄອມພິວເຕີທີ່ເປັນສູນກາງຫຼືເຄື່ອງ (Server) ທີ່ມີຄຸນນະພາບສູງແລະຕ້ອງມີລະບົບສຳຮອງທີ່ດີເພື່ອບໍ່ໃຫ້ການໃຊ້ງານໃນລະບົບເຄືອຂ່າຍຂາດການເຊື່ອມຕໍ່.

v  ລະບົບເຄືອຂ່າຍແບບ Peer-to-peer

       ເປັນລະບົບເຄືອຂ່າຍຄອມພິວເຕີໃນຄວາມໝາຍທີ່ວ່າເຄື່ອງຄອມພິວເຕີທັງຫມົດບົນເຄືອຂ່າຍ ຄື Peer ທີ່ມີຄວມເທົ່າທຽມກັນ ໂດຍທີ່ເຄື່ອງແຕ່ລະເຄື່ອງຫຼືເຄື່ອງທັງໝົດໃນເຄືອຂ່າຍສາມາດທີ່ຈະເປັນຊັບພະຍາກອນຂອງລະບົບ ແລະມີຫນ້າທີ່ຈັດຕຽມຟາຍ ເຄື່ອງພິມ ຫຼື ເປັນເຄື່ອງທີ່ເກັບຂໍ້ມູນໃຫ້ກັບເຄື່ອງອື່ນ ໃນຂະນະດຽວກັນເຄື່ອງຄອມພິວເຕີທັງໝົດນີ້ຈະຕ້ອງມີຂີດຄວາມສາມາດໃນການທຳງານໄດ້ດ້ວຍຕົນເອງ ໂດຍມີຊັບພະຍາກອນຢູ່ພາຍໃນເຄື່ອງ ເຊັ່ນ ຮາດດິດສຳດັບເກັບຂໍ້ມູນ ມີໜ່ວຍຄວມຈຳແລະໜ່ວຍປະມວນຜົນທີ່ພຽງພໍເພື່ອເຮັດໃຫ້ເຄື່ອງສາມາດທຳງານໃດ້ຢ່າງມີອິດສະລະພາບ (Stand alone) ໄດ້ ຕົວຢ່າງລະບົບປະຕິບັດການທີ່ສະໜັບສະໜຸນເຄືອຂ່າຍແບບ Peer-to-Peer ໄດແກ່ Windows Workstationລະບົບເຄືອຂ່າຍແບບ Peer-to-Peer ມີຄວາມງ່າຍໃນການຈັດຕັ້ງ ລາຄາຖືກແລະສະດວກຕໍ່ການບໍລິຫານຈັດການ ຂໍ້ເສຍຂອງລະບົບນີ້ຄື ຖືກຈຳກັດດ້ວຍຂະໜາດ ແລະ ບໍ່ມີການອອກແບບໃນເລື່ອງການຮັກສາຄວາມປອດໄພປານໃດ ຜູ້ໃຊ້ແຕ່ລະຄົນຕ້ອງຮັບຜິດຊອບຜິດຊອບໃນຄວມປອດໄພແລະບໍລິຫານຈັດການເຄືອງຂອງຕົນເອງ.
     BitTorrent ເປັນເທັກໂນໂລຢີ peer-to-peer ອັນໜື່ງທີ່ເຮັດໃຫ້ຜູ້ໃຊ້ສາມາດແບ່ງປັນຂໍ້ມູນຂະໜາດໃຫຍ່ຜ່ານເຄືອຂ່າຍອີນເຕີເນັດໄດ້ຢ່າງສະດວກສະບາຍ ເຊີ່ງມັກໃຊ້ໃນການແບ່ງປັນຟາຍວິດີໂອພາບພະຍົນ ຟາຍຂໍ້ມູນທີ່ມີຂະໜາດໃຫຍ່ຜ່ານເຄືອຂ່າຍຂອງ BitTorrent.

v  ລະບົບເຄືອຂ່າຍແບບ  Client/server
    ເປັນລະບົບທີ່ມີປະສິດທິພາບສູງກວ່າ ແລະ ມີການໃຊ້ກັນຢ່າງກວ້າງຂວາງຫຼາຍກວ່າລະບົບແບບ Peer-to-Peer ເນື່ອງຈາກສະໜັບສະໜຸ່ນລູກຂ່າຍໄດ້ຈຳນວນຫຼາຍ ແລະຍັງສາມາເຊື່ອມຕໍ່ຄອມພິວໄດ້ຫຼາຍຮູບແບບ (Platform) ລະບົບນີ້ສ້າງຂື້ນໂດຍມີເຄື່ອງເຊີເວີທີ່ເປັນສູນກາງຈຳນວນ 1 ເຄື່ອງຫຼືຫລາຍກວ່າ ເຊັ່ນດຽວກັບລະບົບເຄືອຂ່າຍແບບສູນກາງ ຄືມີການບໍລິຫານຈັດການສ່ວນກາງແຕກຕ່າງກັນບ່ອນທີ່ລະບົບເຄືອຂາຍ Client/Server ຄືຈະໃຊ້ເຄື່ອງທີ່ເປັນສູນກາງທີ່ມີຄຸນນະພາບນ້ອຍກວ່າແບບລວມສູນ ເນື່ອງຈາກເຄື່ອງລູກຂ່າຍສາມາດປະມວນຜົນແລະມີພື່ນທີ່ຈັດເກັບຂໍ້ມູນ.

8.  ເທັກໂນໂລຊີຊອບແວ
    ຊອບແວ (Software) ແມ່ນຊຸດຄຳສັ່ງຫຼືໂປຣແກຣມທີ່ຄອຍສັ່ງການ ໃຫ້ຄອມພິວເຕີທຳງານລວມໄປເຖີງການຄວບຄຸມການທຳງານຂອງອຸປະກອນແວດລ້ອມຕ່າງ ເຊັ່ນ Modem,CD ROM,Drive ເປັນຕົ້ນ ຊອບແວເປັນສິ່ງທີ່ບໍ່ສາມາດເບີ່ງເຫັນຈັບຕ້ອງໄດ້ ແຕ່ຮັບຮູ້ການທຳງານຂອງມັນໄດ້ ເຊີ່ງຕ່າງກັບ ຮາດແວ (Hardware) ທີ່ສາມາດຈັບຕ້ອງບໍ່ໄດ້ ມີ 5 ປະເພດຄື:
      •   ຊອບແວລະບົບ (System Software)
        •   ຊອບແວປະຍົກ (Application Software)
        •   ຊອບແວສຳເລັດຮູບ (Packages Software)
        •   ຊອບແວສັ່ງລະບົບງານ (Utility Software)
        •   ຊອບແວສື່ສານ (Communication Software)

ທັມມະບັນຍາຍ

           ວິທະຍາໄລສົງ ອົງຕື້ຄ໌

        ສາຍ:ພຸດທະສາດ-ພາສາລາວ

           ວິຊາ: ທັມມະບັນຍາຍ



      1.   ການຕຽມຕົວ
ຈະປູກພືນກໍ່ຕ້ອງຕຽມດິນ
ຈະກິນຕ້ອງຕຽນອາຫານ
ຈະເທດສະນາ ວາທະການ ຕ້ອງຕຽມຕົວ

       2.  ການເທດສະນາ
1  ຮູບແບບ  (Form)
2 ເນື້ອຫາ  (Content)

·    ຮູບແບບ
   ນັສສະ ອາຄິລານັສສະ ທັມມັງ ເທສິສສາມີຕິ ສິກຂາ ກະລະນີຍາ
   ພິກສຸພືງທຳຄວາມນະ ຖິໂຕ ນິສິນສຶກສາວ່າ ເຮົາຢືນຢູ່ຈະບໍ່ສະແດງທຳ
   ແກ່ຄົນບໍ່ເປັນໄຂ້ ທີ່ນັ່ງຢູ່ (ຕ້ອງອາບັຕທຸກົດ)

·   ຮູບແບບ
  ນະ ນີເຈ ອາສະເນ ນິສີທິຕິຕະວາ ອຸດເຈ ອາສະເນ ນິສິນນັສສະ ສິກຂາ   ກະລະນີຍາ
  ພິກສຸພືງທຳຄວາມສຶກສາວ່າ ເຮົານັ່ງຢູ່ເທີງອາສະນາຕໍ່າ ຈະບໍ່ສະແດງທຳ ແກ່ຄົນບໍ່ເປັນໄຂ້ ທີ່ນັ່ງຢູ່ເທີງອາສະນາສູງກ່ອນເຮົາ (ຕ້ອງອາບັຕທຸກົດ)

3.  ວິທີການເທສນາ
ເທເສຖະ ທັມມັງ ອາທິກັນລະຍານັງ  ມັສເຊກັນລະຍານັງ ປະຣິໂຍສານະ ກັນລະຍານັງ
ຈົ່ງສະແດງທຳອັນງາມ ໃນເບີື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ

4.  ວິທີການເທສນາ
·         ອຸເທສ
·         ນິເທສ
·         ປະຕິນິເທສ

Ø  ອາທິກັນລະຍານັງອຸເທສ
     ຍົກຫົວຂໍ້ຂື້ນສະແດງ
Ø  ມັສເຊກັນລະຍານັງນິເທສ
ອະທິບາຍຂະຫຍາຍຄວາມ
Ø  ປະຣິໂຍສານະກັນລຍານັງປະຕິນິເທສ
ສະລຸບຈົບປະທັບໃຈ

v  ອຸເທສ
ຕັ້ງນະໂມຫ້າຊັ້ນ
ພາສິ-ບາລີນິກເຂປະບົດ
ອາຣັມພະຄາຖາ

Ø ນະໂມສາມຊັ້ນ
ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ
ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ
ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ

Ø  ນະໂມຫ້າຊັ້ນ
ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ ນະໂມ ຕັສສະ
ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ
ນະໂມຕັດສະ ພະຄະວະໂຕ
ອະຣະຫະໂຕ
ສັມມາສັມພຸດທັສສະ

Ø  ບາລີອຸເທສ
ຍາທິສັງ ວະປະເຕ ພິຊັງ ຕາທິສັງ ລະພະເຕຜະລັງ
ກັນລະຍານະກາຣີ ກັນລະຍານັງ ປາປະກາຣີ ຈະ ປາປະກັງ ວາຕິ....
ບຸກຄົນຫວ່ານພືດເຊັນໃດ ຍ່ອມໄດ້ຜົນເຊັ່ນນັນ
ຜູ້ທຳກັມດີຍ່ອມໄດ້ຜົນດີ ຜູ້ທຳກັມຊົ່ວຍ່ອມໄດ້ຜົນຊົ່ວ

Ø  ອາຣັມພະຄາຖາ
ນະ ບັດນີ້ ອາຕະມະພາບ ຈະຮັບປະທານສະແດງພຣະທັມມະເທສນາ ໃນ...ຄາຖາ
ເພື່ອເປັນເຄື່ອງປະຄັບປະຄອງສະລອງສັດທາ ປະດັບປັນຍາປາລະມີ ເພີ້ມກຸສົນບຸນຣາສີ ( ສ່ວນທັກນິນານຸປຣະທານ ເນື່ອງໃນ...) ຂອງທ່ານພຸດທສາສນິກຊົນທັ້ງຫຼາຍ ຜູ້ມາປະຊຸມກັນນະແຫ່ງນີ ຕາມສົມຄວນແກ່ເວລາສືບຕໍ່ໄປ

Ø  ການເທສມີ 2 ແບບ
1. ແບບທັມມາທິດຖານ  ສອນທັມມະລ້ວນໆ
2. ບຸຄຄະລາທິຖານ  ສອນທັມມະດ້ວຍຕົວຢ່າງ

v  ນິເທສ 4 ສ
1. ສັນທັສສະນາ ( ແຈ່ມແຈ້ງ )
2. ສະມາທະປະນາ ( ຈູງໃຈ )
3. ສະມຸດເຕຊະນາ ( ແກ້ວກາດ )
4. ສັມປະຫັງສະນາ ( ລາເຮີງ )

v  ຕຽມເລື່ອງ
   ບໍ່ເທສທຸກເລື່ອງທີ່ເຮົາຮູ້
   ເທສເລື່ອງທີ່ເຂົາຄວນຮູ້

v  ທັມມະກັມມືດຽວ
   ອະນຸຣາທະ ອະດິດກໍ່ດີ
   ປະຈຸບັນກໍ່ດີ ເຮົາສອນເລື່ອງທຸກກັບຄວາມດັບທຸກເທົ່ານັ້ນ

v  ພາສິດອຸທານທັມ
   ຖ້າເວົ້າໄປເຂົາບໍຮູ້ຢ່າຂູ່ເຂົາ
   ວ່າໂງ່ເງົ່າງົມເງີເຊີໜັກໜາ
   ຕົວຂອງເຮົາເປັນຫຍັງບໍ່ໂກທາ
   ວ່າເວົ້າຈາໃຫ້ເຂົາບໍ່ເຂົ້າໃຈ

v  ນິເທດ
   ອັດຖະທິບາຍ
   ຂະຫຍາຍຈໍາແນກ
   ເສີມເຕີມພາສິດ
   ຂໍ້ຄິດອຸປະມາ
   ນິທານຊາດົກ
   ຍົກສີ່ອະທິບາຍ

Ø  ອັດຖະທິບາຍ
ເຊື່ອມຄວາມ
ນິຍາມຄວາມໝາຍ
ອະທິບາຍຄໍານິຍາມ

ü  ເຊື່ອມຄວາມ
ຣູປັງ ຊີລະຕິ ມັຈຈານັງ ນາມໂຄຕຕັງ ນະ ຊີຣະຕິ
ຮ່າງກາຍເຊື່ອມສູນໄປ ແຕ່ຊື່ສຽງວົງຕະກຸນ ຫາໄດ້ ເຊື່ອມສະລາຍໄປໄດ້

ü  ນິຍາມຄວາມໝາຍ
ນັກບໍລິຫານໃຊ້ຄົນອື່ນໃຫ້ທຳງານແທນໄດ້ດ້ວຍ
ອະລັງ ກາຕຸງ ອະລັງ ສັງວິທາຕຸງ
ທຳເອງກໍໄດ້ ຈັດການໃຫ້ຄົນອື່ນກໍໄດ້

Ø  ຂະຫຍາຍຈຳແນກ
ປາປະນິກທັມ 3 ປະການ
•          ຈັກຂຸມາ ມີຕາດີ
•          ວິທຸໂຣ  ມີທຸຣະດີ
•          ນິສັຍຍະສັມປັນນະ ມີທີ່ເພິ່ງພີງດີ

ü  ຈັກຂຸມາ ມີຕາດີ
ມີຕາແຫ່ງປັນຍາ
ທິຄະທັດສະຄື ເບິ່ງກ້ວາງແນມໄກມີວິໃສທັດ

ü  ວິທຸໂຣ ມີທຸຣະດີ
ມີຄວາມຊຽງຊານສະເພາະດ້ານໃນເລື່ອງທີ່ຕົນກຳລັງທຳເພາະໄດ້ສັ່ງສົມຄວາມຮູ້ແລະປະສົບການໃນເລື່ອງນັ້ນມາຢ່າງຕໍ່ເນື່ອງຍາວນານ

ü  ນິສັຍຍະສັມປັນນະ
ມີຄົນອື່ນໃຫ້ເພື່ງພາອາໃສ
ມະນຸດສັມພັນ

v  ເສີມເຕີມພາສິດ
  ຊັບນີ້ບໍໄກ ໃຜປັນຍາໄວ ຫາໄດ້ ບໍ່ນານ ທົ່ວແຄວ້ນແດນດິນ ມີສິ້ນທຸສະຖານຜູ້ໃດກຽດຄານ ບໍ່ພານພົບເລີຍ

ປະຫວັດຂອງພຮະເທວະທັດ

    ພຣະເທວະທັດ ໃນສະໄໝພຸດທະການເປັນອ້າຍຂອງພະນາງຍະໂສທະລາ (ພິມພາ) ເປັນພັນລະຍາຂອງເຈົ້າຊາຍສີທັດຖະຣາຊະກຸມມານ ທີ່ມາເປັນພຣະພຸດທະເຈົ້າ ແລະ ເປັນລູກຂອງລຸງພຣະພຸດທະເຈົ້າເອງພຣະເທວະທັດນັ້ນຕາມຈອງເວນຈອງກຳພຣະພຸດທະເຈົ້າມານານຫຼາຍຊາດ ອະດິດຕະຊາດນານມາແລ້ວ ພຣະເທວະທັດເປັນພໍ່ຄ້າ ວານິດ ມີຈິດໂລບມາກທຸຈະລິດ ແລະ ໃນຊາດນັ້ນ ພຣະພຸດທະອົງໄດ້ເກີດເປັນພໍ່ຄ້າ ວານິດ ເຊັ່ນດຽວກັນແຕ່ເປັນຝ່າຍສຸຈະລິດ.
   
   ມື້ໜຶ່ງມີຍິງຊະຣາເຊິ່ງເປັນຜູ້ດີຕົກຍາກ ມີຖາດທອງຄໍາຂອງຕົ້ນຕະກຸນເຫຼືອຍູ່ ຈຶ່ງນໍາອອກມາຂາຍ ພຣະເທວະທັດເຫັນແນວນັ້ນຈຶ່ງໃຊ້ເລກົນຕໍ່ຍິງຊະລານັ້ນວ່າ ຖາດນັ້ນເປັນທອງຄຳປອມບໍ່ແມ່ນທອງຄຳແທ້ ຈຶ່ງສະເໜີຊື້ລາຄາຖືກ ແຕ່ຍິງຊະຣານັ້ນຮູ້ດີວ່າຖາດທີນໍາອອກມາຂາຍນັ້ນເປັນຖາດຄໍາແທ້ຈຶ່ງບໍ່ຍອມຂາຍໃຫ້ ໃນເວລາດຽວກັນນັ້ນ ພຣະພຸດທະອົງເຊຶ່ງສະເຫວີຍພຣະຊາດ ເປັນພໍ່ຄ້າມາພົບເຂົ້າ ເຫັນເປັນຖາດທີ່ເຮັດດ້ວຍທອງຄໍາແທ້ ຈຶ່ງໃຫ້ລາຄາຕາມຄວາມເປັນຈິງ ສ້າງຄວາມໂກດແຄ້ນໃຫ້ແກ່ພຣະເທວະທັດເປັນຢ່າງໜັກ ຖ້າບໍ່ມີພຣະພຸດທະອົງມາຊື້ຖາດທອງຄຳນັ້ນ ໃນທີ່ສຸດຍິງຊະລາກໍຈະຕ້ອງນຳຖາດທອງຄຳມາຂາຍໃຫ້ແກ່ຕົນເພາະຄວາມທຸກຍາກ ດ້ວຍເຫດນີ້ພຣະເທວະທັດຈຶ່ງ ຜູກພະຍາບາດດ້ວຍການກອບເມັດຊາຍຂື້ນມາ 1 ກຳມືຫວ່ານລົງກັບພື້ນດິນປະກາດວ່າ...ເຮົາຈະຈອງເວນຈອງກຳເທົ່າເມັດຊາຍໃນກຳມື 1 ເມັດ ເທົ່າກັບ 1ຊາດ ຈຶ່ງຕາມບຽດບຽນພະຍາບາດຈອງກຳຈອງເວນນຳຊາດບໍ່ຖ້ວນເລື່ອຍມາ ຈົນຊາດສຸດທ້າຍກ່ອນທີ່ຈະມາຕຣັສຮູ້ເປັນພຣະສັມມາສັມພຸດພຸດທະເຈົ້າ ຄືໄດ້ສະເຫວີຍຊາດເປັນພຣະເວດສັນດອນ ພຣະເທວະທັດໄດ້ມາເກີດເປັນພຣາມຊື່ວ່າ: ຊູຊົກ ຈົນໄດ້ມາເຖິງພຣະຊາດທີີ່ໄດ້ຕຣັສຮູ້ເປັນພຣະພຸດທະເຈົ້າ ເພາະເທວະທັດມີຈິດຮິດສະຫຍາພຮະພຸດທະເຈົ້າ ນັບຕັ້ງແຕ່ເຍົາໄວ ຕໍ່ມາເມື່ອພຮະພຸດທະເຈົ້າຊົງບັນລຸສັມມາສັມໂພທິຍານ ເຈົ້າຊາຍເທວະທັດອອກບວດເຊັ່ນດຽວກັນ.
   
    ພຮະເທວະທັດກັບໄດ້ແຕ່ຍານຂັ້ນຕໍ່າ ແຕ່ສຳແດງລິດໄດ້ພຽງບາງຍ່າງ ເພາະພຮະເທວະທັດມີຈິດອິດສາພຮະພຸດທະເຈົ້າທີ່ເໜືອກວ່າຕົນທຸກຍ່າງຈຶ່ງຄິດບໍ່ດີ ແລະຄິດທຳລາຍພຮະພຸດທະອົງເຖິງ 3 ຄັ້ງ.
   
     ຄັ້ງທີ1 ພຮະເທວະທັດໄດ້ວ່າຈ້າງພຣາມທະນູໃຫ້ໄປລອບສັງຫານພຮະພຸດທະເຈົ້າ ຍູ່ທີ່ປະທັບ ແຕ່ເມື່ອແນມເຫັນພຮະພຸດທະອົງ ພຣາມທະນູກໍ່ມີອາການອ່ອນເພຍ ຍົກທະນູບໍ່ຂື້ນຈິດໃຈອັນຫຽມໂຫດຂອງພຣາມນັ້ນກໍ່ກັບກາຍເປັນອ່ອນໂຍນດ້ວຍອຳນາດພຸດທະປາລະມີ ຖີ້ມທະນູແລ້ວຄານໄປກາບບາດ ພຮະພຸດທະອົງຈຶ່ງສະແດງເທສະນາຈົນພຣາມນັ້ນຕ້ອງເຫັນທາງທັມ.
   
      ຄັ້ງທີ2 ພຮະເທວະທັດວາງແຜນໃຫ້ຄົນລ້ຽງຊ້າງປ່ອຍຊ້າງຮ້າຍທີ່ກໍາລັງຕົກມັນຊື່ ນາລາຄີຣີ ອອກໄປເພື່ອຍຽບ ແລະ ໃຊ້ງາແທງພຮະພຸດທະເຈົ້າໃນຂະນະອອກບິນທະບາດ ແຕ່ຊ້າງນາລາຄີຣີກັບບໍ່ທຳຮ້າຍແລະຍັງໝອບລົງຖວາຍຄວາມເຄົາລົບພຮະພຸດທະອົງ.
   
        ຄັ້ງທີ3 ພຮະເທວະທັດຂື້ນໄປເທິງພູເຂົາ ຄຣິດສະກູດ ແລ້ວຖີ້ມຫີນລົງມາເພື່ອໃຫ້ທັບພຮະພຸດທະ
ເຈົ້າຂະນະເດີນຜ່ານຊ່ອງເຂົາຂ້າງລຸ່ມ ແຕ່ຫີນນັ້ນເກີດແຕກເປັນກ້ອນເລັກກ້ອນນ້ອຍ ແລະ ສະເກັດຫີນກ້ອນໜຶ່ງປິວມາຖືກນິ້ວພຮະບາດຂອງພຮະອົງຈົນຊໍ້າເລືອດ ພຮະເທວະທັດຊໍ້າໃຈຍິ່ງໜັກທີ່ແຜນປອງຮ້າຍພຮະພຸດທະເຈົ້າຂອງຕົນລົ້ນເຫຼວຈົນໝົດ ແລະ ຜົນກໍາທີ່ມີຈິດໃຈຄິດທໍາຮ້າຍພຮະພຸດທະອົງຈຶ່ງເຮັດໃຫ້ຍານເສື່ອມສຳແດງລິດໃດໆ ບໍ່ໄດ້ອີກ ແຕ່ພຮະເທວະທັດກໍ່ຍັງບໍ່ສຳນຶກ ກັບສ້າງຄວາມສຳຄັນແກ່ຕົນເອງໂດຍການສ້າງຂໍ້ປະຕິບັດສຳລັບພຮະສົງຂື້ນມາໃໝ່ 5 ຂໍ້ ໂດຍອ້າງວ່າເພື່ອໃຫ້ພິກຂຸເຄັ່ງຄັດຂື້ນຕື່ມ.
1.    
       ໃຫ້ພຮະສົງໃຊ້ຊີວິດຢູ່ແຕ່ໃນປ່າ
                ລ້ຽງຊີວິດໂດຍການບິນທະບາດພຽງຢ່າງດຽວ
                 ຈີວອນນຸ່ງຫົ່ມນັ້ນໃຫ້ນຳມາຈາກຜ້າບັງສະກຸນທີ່ໃຊ້ຫໍສົບເທົ່ານັ້ນ
                 ອາໃສຕາມກ້ອງຮົ່ມໄມ້
                 ຫ້າມສັນເນື້ອສັດ

        ບົດບັນຍັດທີ່ພຮະເທວະທັດສະເໜີມານີ້ພຮະພຸດທະອົງຊົງບໍ່ອະນຸຍາດໃຫ້ນໍາມາໃຊ້ ພຮະເທວະທັດຈຶ່ງປະກາດແຍກຕົວອອກໄປ ແລະ ປຸກປັ້ນຍຸຍົງພຮະສົງຈຳນວນໜຶ່ງໃຫ້ເຫັນນຳຕົນແລະໄປກັບຕົນ ແຕ່ຕໍ່ມາພຮະສົງເຫຼົ່ານັ້ນກໍ່ຮູ້ວ່າຕົນຫຼົງຜິດພາກັນໜີຈາກພຮະເທວະທັດກັບມາຫາພຮະພຸດທະເຈົ້າເກືອບໝົດ ມີສາວົກທີຍັງຫຼົງຜິດຍູ່ນຳບໍ່ຫຼາຍອົງ.
        ດ້ວຍຄວາມແຄ້ນໃຈເຮັດໃຫ້ພຮະເທວະທັດເກີດ ອາພາດລົ້ມປ່ວຍຈົນເຮັດໃຫ້ກະອັກໂລຫິດ ບໍ່ສາ
ມາດປິ່ວປົວໄດ້ ເມື່ອຮູ້ວ່າອາການໜັກໃກ້ເສຍຊີວິດ ພຮະເທວະທັດໄດ້ສຳນຶກບາບທີຕົນໄດ້ເຮັດເອົາໄວ້ຈຶ່ງໃຫ້ບໍລິວານແບກແຄ່ລໄປຂໍຂະມາພຮະພຸດທະເຈົ້າທີ່ພຮະເຊຕະວັນມະຫາວິຫານ ແຕ່ເມື່ອຮອດສະນ້ຳເຂົ້າວັດ ພຮະເທວະທັດຮ້ອນຮົນຍາກຈະອາບນ້ຳ ຈຶ່ງໃຫ້ວາງແຄ່ລລົງ ທັນທີທີ່ພຮະເທວະທັດກ້າວຂາລົງຍຽບດິນ ແຜ່ນດິນບ່ອນນັ້ນກໍ່ແຍກອອກສູບຮ່າງກາຍພຮະເທວະທັດຈົມຫາຍລົງໄປສູ່ນາຣົກອາເວຈີຊັ້ນຕ່ຳສຸດ ຕ້ອງທົນທຸກທໍລະມານຈົນຊົ່ວກັບຊົ່ວກັນ ດ້ວຍຜົນກຳທີ່ສ້າງໄວ້ກັບພຮະພຸດທະເຈົ້ານັ້ນເປັນບາບມະຫັ້ນ.

    ຂໍ້ມູນເພີ່ມເຕີ່ມ

    ພຮະເທວະທັດເຖິງຈະຕົກໄປໃນອະເວຈີມະຫານາຣົກ ໄດ້ຮັບທຸກຂະເວທະນາ ແສນສາຫັດ ເຊິ່ງປົກກະຕິຈະໄດ້ຮັບໂທດຍາວນານຫຼາຍ ແຕ່ອາໃສບຸນກຸສົນທີ່ພຮະພຸດທະອົງມີພຮະເມດຕາຊົງຊີ້ແນະ ສອນຈົນໄດ້ຍານແລະວາຣະຈິດກ່ອນທີ່ຈະຕົກອະເວຈີມະຫານາຣົກ ໄດ້ລະນຶກເຖິງພຮະພຸດທະເຈົ້າຂໍຖວາຍກະດູກຄາງເປັນພຸດທະບູຊາ ບຸນກຸສົນທີຊົງຍານ ລະນຶກເຖິງພຮະພຸດທະເຈົ້າກ່ອນຕາຍ ເຮັດໃຫ້ພຮະເທວະທັດຍູ່ໃນອະເວຈີມະຫານາຣົກແຕ່ຊວ່ງພຸດທະສາດສະນາປະລິດສະຖານຢູ່ໃນໂລກຄື 5,000ປີ.
 
      ຫຼັງຈາກນັ້ນຊ່ວງທີ່ວ່າງຈາກພຸດທະສາດສະນາ ພຮະເທວະທັດຈະມາເກີດແລ້ວບໍາເພັນປາລະມີຈົນສຳເລັດເປັນພຮະປັດເຈກະພຸດທະເຈົ້າອົງໜຶ່ງ.

ຄຸນສົມບັດສິນທໍາປະຕິວັດຂອງ ທ່ານປະທານ ໄກສອນ ພົມວິຫານ

ຄຸນສົມບັດສິນທໍາປະຕິວັດຂອງ ທ່ານປະທານ ໄກສອນ ພົມວິຫານ
·        ຫົວຂໍ້: ຄຸນສົມບັດສິນທໍາປະຕິວັດຂອງ ປະທານ ໄກສອນ ພົມວິຫານ
 
         ການໂຄສະນາຜົນງານ ຄຸນງາມຄວາມດີີ ແລະ ໄດ້ເປັນກຽດເຜີຍແຜ່ເອກະສານທີ່ສໍາຄັນ ກ່ຽວກັບ ຄຸນສົມບັດສິນທໍາປະຕິວັດຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າ.
  ຫ້ອງວ່າການລັດຖະບານ ຈັດປາຖະກະຖາຫວນຄືນມູນເຊື້ອ 2 ວັນປະຫວັດສາດ ສໍາຄັນຂອງຊາດ ຄືວັນ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ40 ປີແລະ ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານ ຈັດຂື້ນທີ່ຫໍປະຊຸມແຫ່ງຊາດ ເພື່ອເປັນການໂຄສະນາສຶກສາອົບຮົມ ໃຫ້ສະມາຊິກພັກ, ພະນັກງານທົ່ວຫ້ອງວ່າການລັດຖະບານຮັບຮູ້ເຂົ້າໃຈກ່ຽວກັບຄວາມໝາຍຄວາມສໍາຄັນ ຂອງວັນສໍາຄັນດັ່ງກ່າວ. ທ່ານ ສອນໄຊ ສີພັນດອນ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ກ່າວວ່າ:ການຈັດປາຖະກະຖາຄັ້ງນີ້ ໄດ້ເປັນກຽດເຜີຍແຜ່ເອກະສານທີ່ສໍາຄັນ ເປັນຕົ້ນແມ່ນ ວັນປະກາດ ເອກະລາດ 12 ຕຸລາ 1945 ຄົບຮອບ 70 ປີ, ບັນດາເຫດການສຳຄັນຢູ່ພາຍນອກ ແລະ ພາຍໃນທີ່ສ້າງເງື່ອນ ໄຂໃຫ້ແກ່ການປະກາດເອກະລາດ 12 ຕຸລາ 1945, ການສືບຕໍ່ເສີມຂະຫຍາຍມູນເຊື້ອ 12 ຕຸລາ ດ້ວຍການ ເພີ່ມທະວີນ້ຳໃຈຮັກຊາດ ແລະ ພັດທະນາ, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ, ມູນເຊື້ອ ແລະ ຄວາມສຳຄັນຂອງວັນຊາດທີ 2 ທັນວາ, ຜົນສຳເລັດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະ 40 ປີ, ການສືບຕໍ່ຂະຫຍາຍມູນເຊື້ອທີ 2 ທັນວາ ເຂົ້າໃນການສ້າງສາພັດທະນາປະເທດຊາດ ແລະ ເອກະສານກ່ຽວກັບວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 95 ປີ, ເລົ່າຄືນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ໄກສອນ ພົມວິຫານ, ຜົນງານ, ຄຸນຄວາມດີຂອງປະທານ ໄກສອນ ແລະ ການຕັ້ງໜ້າຮ່ໍ່າຮຽນ, ສືບທອດມໍລະດົກອັນລ້ຳຄ່າຂອງປະທານໄກສອນ ພົມວິຫານທີ່ໄດ້ສ້າງໄວ້ ເພື່ອສືບຕໍ່ບາດກ້າວບຸກທະລຸຢ່າງແຂງແຮງດ້ວຍການສັງລວມເອົາທັດສະນະແນວຄິດ, ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດຂອງປະທານໄກສອນ ພົມວິຫານ ເປັນແບບຢ່າງດ້ານການ ຝຶກຝົນ ຫຼໍ່ຫຼອມ ໃຫ້ສະມາຊິກພັກ,ພະນັກງານ-ລັດຖະກອນໃຫ້ກາຍເປັນພື້ນຖານແນວຄິດ-ທິດສະດີຂອງພັກ,ເດັດດ່ຽວຍືດໝັ້ນໃນເສັ້ນທາງ ແລະ ຈຸດໝາຍຂອງການປະຕິວັດຈຸດໝາຍສັງຄົມນິຍົມ, ປະຕິບັດສອງໜ້າທີ່ ຍຸດທະສາດຄື:ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ, ສັງຄົມມີຄວາມຍຸດຕິທຳ ແລະ ສີວິໄລ.

วันจันทร์ที่ 30 มกราคม พ.ศ. 2560

 ຄວາມໝາຍຂອງຄຳວ່າ "ທັມມ໌"



ຄໍາວ່າ ທັມມ໌­ ແປວ່າ ຊົງໄວ້ເຊິ່ງ­ລັກສະ­ນະ­ຂອງ­ຕົນ ໝາຍ­ຄວາມວ່າ ທັມມ໌­ ຝ່າຍ­ດີ ກໍຊົງ­ຄວາມ­ດີໄວ້ ເຊັ່ນ ໃຜເຮັດ­ຄວາມ­ດີຂັ້ນ ກາມາວະ­ຈອນ ຣູປາວະ­ຈອນ ອະ­ຣູປາວະ­ຈອນ ໂລກຸຕຕະ­ຣະ­ ທັມມ໌­ ກໍຊົງ­ຄວາມ­ດີນັ້ນໆ­ ໄວ້ຢ່າງ­ຍຸຕິທັມສະ­ເໝີ ທັມຝ່າຍ­ຊົ່ວກໍຊົງ­ຄວາມ­ຊົ່ວໄວ້ ເຊັ່ນໃຜເຮັດ­ທຸຈຣິຕ ທາງ­ກາຍ ວາ­ຈາ ແລະ­ໃຈ ທັງກໍຊົງຄວາມ­ຊົ່ວນັ້ນໆ­ ໄວ້ຢ່າງ­ຍຸຕິທັມເຊັ່ນ­ກັນ. ທັມມ໌­ ແປວ່າ ສະ­ພາວະ­ເປັນ­ກາງ ເປັນ­ທໍາມະ­ຊາດ ຊົງໄວ້ເຊິ່ງ­ຄວາມເປັນ­ກາງ ບໍ່ເຂົ້າ­ຂ້າງໃຜ ໃຜເຮັດ­ດີ ຜົນ­ຂອງ­ການກະ­ທໍາດີນັ້ນ ກໍຕອບສະ­ໜອງໄປໃນ­ທາງ­ທີ່­ດີ ໃຜເຮັດ­ຊົ່ວ ຜົນ­ຂອງ­ຄວາມ­ຊົ່ວກໍຕອບສະ­ໜອງໄປໃນ­ທາງ­ທີ່­ຊົ່ວ ຕາມ­ອໍານາດ­ຂອງ­ການກະ­ທໍາ ສິ່ງໃດ­ໜັກກ່ອນ ສິ່ງ­ນັ້ນ­ກໍຈະ­ໃຫ້­ຜົນກ່ອນ.
ທັມມ໌­ 3 ຄື : ປະ­ຣິຍັຕສັທທັມ, ປະ­ຕິປັຕຕິສັທທັມ ແລະ­ ປະ­ຕິເວທສັທທັມ.
ທັມມ໌­ 3 ອີກ ຄື : ກຸສະ­ລະ­ທັມ, ອະ­ກຸສະ­ລະ­ທັມ ແລະ­ ອັພຍາກະ­ຕະ­ທັມ.
ທັມມ໌­​ 4 ຄື: ເທສນາ, ອະ­ນຸສາ­ສະ­ນີ, ພຣະ­ສູຕຣ໌­, ພຣະ­ອະ­ພິທັມ.

ທັມມະ­ ມີຄວາມ­ໝາຍງ່າຍໆ­ ແລະ­ ຍາກໆ­ ສໍາ­ລັບ­ຜູ້­ບໍ່ເຂົ້າໃຈ. ບາງ­ຄັ້ງພຣະ­ສົງ­ບອກວ່າ ທັມມະ­ ຄື ທໍາມະ­ຊາດ ເວົ້າ­ສ່ໍານີ້­ກໍຍັງ­ບໍ່­ທັນເຂົ້າໃຈຕ້ອງໄດ້ອະ­ທິບາຍໄປຫຼາຍແງ່­ອີກອະ­ທິບາຍແລ້ວຍັງເຂົ້າໃຈຜິດ­ຢູ່­ກໍມີ.
ທັມມະ­ ຄື ທຸກ­ສິ່ງ­ທຸກຢ່າງ ອັນ­ນີ້ ແຫ່ງຫຍຸ້ງ­ຍາກໄປອີກ. ເມື່ອກ່ອນ­ມີຄົນ­ມາ­ຂຽນ­ຖາມແບບ­ຂີ້­ສໍ້ວ່າ ຄັນ­ທັມມະ­ຄື ທຸກ­ສິ່ງ­ທຸກຢ່າງ ຄັນ­ຊັ້ນ ໂຖສ້ວມ ກໍແມ່ນ­ທັມມະ­ ແມ່ນ­ບໍ? ຄັນ­ຊັ້ນ ທ່ານໄປຂາບໂຖສ້ວມໄດ້­ບໍ ? ອັນ­ນີ້ ກໍເຄີຍ­ມີຄົນ­ຖາມ­ມາ? ນີ້ ຄື ຄວາມເຂົ້າໃຈຜິດ.

ທັມມະ­ ຄື ທໍາມະ­ຊາດແນວໃດ? ບາງ­ຄົນ­ອາດຈະ­ເຂົ້າໃຈວ່າ ອາດຈະ­ແມ່ນ­ຕົ້ນໄມ້­ພູເຂົາ ທີ່ສວຍ­ສົດ­ງົດ­ງາມ ມີຕາເວັນ ດວງ­ຈັນ ດວງ­ດາວເປັນ­ຕົ້ນ...ອັນ­ນັ້ນ­ກໍແມ່ນ ແຕ່­ຍັງ­ບໍ່­ທັນເຂົ້າໃຈແທ້. ຖ້າ­ຈະ­ໃຫ້ໃສ່ຄວາມ­ໝາຍ­ທາງ­ຄໍາ­ສັບ ຕາມ­ພາ­ສາ­ທາງ­ທັມ ເພິ່ນຈະ­ບອກວ່າ ທໍາມະ­ຊາດ ທີ່ເປັນ­ພູຜາ­ປ່າດົງ ຕົ້ນໄມ້­ນັ້ນ ເພິ່ນເອີ້ນວ່າ ສັງ­ຂາ­ຣ ທີ່­ບໍ່­ມີໃຈຄອງ ຄືບໍ່­ມີຈິຕ ບໍ່­ມີໃຈ ເປັນ­ຮູບເປັນຮ່າງ­ຂື້ນ­ມາ ມັນ­ມີແຕ່ ຣູປຂັນທ໌­ ແຕ່­ບໍ່­ມີນາມ­ຂັນທ໌­ ຄື ບໍ່­ມີໃຈ ບໍ່­ມີຄວາມ­ຮັບ­ຮູ້­ອາ­ຣົມເປັນ­ຕົ້ນ. ຖ້າເວົ້າເຖິງ­ຄົນ ເພິ່ນຈະ­ໃສ່­ຊື່ໃຫ້ວ່າ ສິ່ງ­ທີ່ປະ­ກອບ­ກັນເຂົ້າດ້ວຍ ທາດ­ສີ່ ຄື ດິນ, ນ້ໍາ, ລົມ,ໄຟ ຖ້າ­ຈະ­ເພິ່ມເຂົ້າອີກ ກໍເປັນ­ທາດ­ຫົກ ຄື ມີ ອາກາ­ສາ­ທາດ ແລະ­ວິນ­ຍານ­ທາດເຂົ້າໄປອີກ, ບວກ­ກັບ ຂັນທ໌­ 5 ແລະ­ມີເຄື່ອງ­ຮັບເຄື່ອງ­ສົ່ງ ຄື ອາຍະ­ຕະ­ນະ­ພາຍໃນ ແລະ­ພາຍ­ນອກເອີ້ນວ່າ ອາຍະ­ຕະ­ນະ­ 12 ຄື ມີ ຕາ, ຫູ, ດັງ, ລີ້ນ, ກາຍ ແລະ­ ໃຈເປັນ­ສິ່ງກະ­ທົບ­ກັບ ຮູບ, ສຽງ, ກິ່ນ, ຣົສ, ໂຜດ­ຖັບພະ­ ແລະ­ທັມ­ມາ­ຣົມ ແລະ­ຫຼາຍຢ່າງ­ອີກ­ມາກ­ມາຍ ລວມ­ລົງແລ້ວ ມີແຕ່ ຣູປທັມ ແລະ­ນາມ­ທັມ.(ເວົ້າ­ສ່ໍານີ້­ກໍຍັງຈະ­ເຂົ້າໃຈຍາກ­ອີກ­ຢູ່ ແຕ່ໃຫ້ຄ່ອຍ­ຄົ້ນຄ້­ວາໄປນໍາກັນເລື້ອຍໆ­ຈິ່ງຈະ­ເຂົ້າໃຈ).

ຖ້າ­ຈະ­ເວົ້າໃຫ້ເຂົ້າໃຈແບບງ່າຍແນ່­ຈັກໜ່ອຍ ຄໍາວ່າ ທັມມະ­ ຄື ທໍາມະ­ຊາດ ນັ້ນ ຍ້ອນ­ທຸກຢ່າງ­ມັນເປັນໄປຕາມ­ກົດເກນ­ຂອງ­ທໍາມະ­ຊາດ ເຊັ່ນ : ຣູປ ມີລັກສະ­ນະ­ ແຕກ­ດັບ ປ່ຽນແປງ ໄປຕາມ­ກົດເກນ­ຂອງໄຕລັກ ເຊັ່ນ ຄົນ­ບໍ່ໄດ້­ກິນເຂົ້າ ກໍຫິວ, ຢູ່ໃນ­ອາກາດ­ໜາວ ກໍໜາວ ຢູ່ໃນ­ອາກາດຮ້ອນ­ຫຼາຍ ກໍຢູ່­ບໍ່ໄດ້ ຍ້ອນຫຍັງ? ຍ້ອນ­ມັນປະ­ກອບດ້ວຍ­ສິ່ງ­ທີ່ເປັນ­ທໍາມະ­ຊາດ ຄື ທາດ­ສີ່ ດັ່ງ­ທີ່ກ່າວມາ ອັນ­ນີ້ເພິ່ນ­ກໍເອີ້ນວ່າ ມັນເປັນ­ທັມມະ­ເຊັ່ນ­ກັນ.

ໂຖສ້ວມ ເປັນແນວໃດ? ໂຖສ້ວມ ເປັນ­ວັດ­ຖຸ ສາມາດເອີ້ນໄດ້ວ່າ ສິ່ງ­ທີ່­ບໍ່­ມີໃຈຄອງ ມີແຕ່­ຣູປຂັນທ໌­ ເອີ້ນວ່າ ຣູປທັມ ກໍໄດ້. ທໍາມະ­ຊາດ ຂອງໂຖສ້ວມ ກໍເປັນ­ສິ່ງ­ທີ່ ບໍ່ທ່ຽງແທ້ເຊັ່ນ­ກັນ ຈາກ ຊື້­ມາໃໝ່ໆ­ ກ້າວໄປສູ່ເກົ່າ ບໍ່­ງາມ ຢາກ­ທຸບ­ຖິ້ມ, ຖ່າຍໃສ່­ບໍ່ລ້າງ ເໝັນ. ໃຜເໝັນ? ດັງ­ຂອງ­ຄົນ­ຜູ້ໄປຖ່າຍເໝັນ, ເໝັນແລ້ວກໍເປັນ­ທັມມະ­ບໍ? ເປັນ ຍ້ອນ­ອາຍະ­ຕະ­ນະ­(ປະ­ສາດ­ສໍາ­ຜັດ)ພາຍໃນ ແລະ­ ອາຍະ­ຕະ­ນະ­ພາຍ­ນອກ(ສິ່ງ­ທີ່­ມາກະ­ທົບ) ຄື ດັງ ກັບ­ກິ່ນ ອັນ­ນີ້ ມັນເປັນໜ້າ­ທີ່ຂອງ­ທັມມະ­ ຫຼື ອັນ­ທີ່ເອີ້ນວ່າ ທໍາມະ­ຊາດ­ຂອງ­ການ­ສໍາ­ຜັດ. ຜູ້ປະ­ຕິບັດໄດ້ຫຍັງ­ຈາກ­ຈຸດ­ນີ້ ວິທີປະ­ຕິບັດ­ທັມແບ­ບ­ວິປັສສນາກັມມະ­ຖານ ແມ່ນຕ້ອງ ເອົາ­ສະ­ຕິ(ຄວາມ­ຮູ້­ສຶກ ທີ່ໄປຮູ້­ທັນວ່າເໝັນ­ນັ້ນ) ກໍານົດໃນໃຈວ່າ ກິ່ນ­ໜໍ, ກິ່ນ­ໜໍ.....ກໍ່ຈະ­ໄດ້ສະ­ຕິຢູ່­ກັບ­ປັດ­ຈຸບັນຂະ­ນະ­ ຫຼື ຈະ­ໃຊ້­ການ­ພິຈາ­ຣະ­ນາ ດ້ວຍໂຍ­ນິໂສມະ­ນະ­ສິກາ­ຣ(ການ­ພິຈາ­ຣະ­ນາ­ຢ່າງເລິກເຊິ່ງ) ວ່າ ມະ­ນຸດເຮົາກໍບໍ່­ມີຫຍັງ­ຫຼາຍ ມີແຕ່­ກິນແລ້ວກໍຖ່າຍ­ອອກ­ຢູ່ແບບ­ນີ້ ອາ­ຫານເກົ່າ­ທີ່ຖ່າຍ­ອອກ­ມາ ເປັນ­ສິ່ງປະ­ຕິກູນ(ບໍ່­ຈົບ­ງາມ) ເປັນ­ຕາ­ໜ້າ­ສັງເວດ. ອັນ­ນີ້ ເພິ່ນ­ກໍ່ເອີ້ນວ່າ ເປັນ­ການ­ພິຈາ­ຣະ­ນາ­ທັມ ຜູ້ໃດເຫັນ­ສິ່ງ­ທີ່­ກໍາ­ລັງປະ­ເຊີນ­ຢູ່ໃນຫ້ອງນ້ໍາວ່າເປັນ­ສິ່ງ­ທີ່ປະ­ຕິກູນ ດ້ວຍ­ປັນ­ຍາແທ້ ຈະ­ເກີດ­ຄວາມແໜ່ງໜ່າຍ ການ­ພິຈາ­ຣະ­ນາແນວນີ້ ບໍ່ແມ່ນເລື່ອງຕ່ໍາ­ຊ້າ ໜ້າ­ລັງ­ກຽດ ແຕ່ເປັນ­ວິທີໜຶ່ງ­ຂອງ­ອາ­ຣົມ­ກັມມະ­ຖານ. ເຊັ່ນ­ດຽວກັນ­ກັບ ການ­ພິຈາ­ຣະ­ນາ­ຊາກ­ສົບ ໃຫ້ເຫັນເປັນ­ຂອງອະ­ສຸພະ­ ອາດເປັນ­ວິທີທາງ­ທີ່ເຮັດໃຫ້­ຈິດໃຈ ຄາຍ­ຄວາມ­ກໍານັດ­ຍິນ­ດີໃນ­ຮູບ ທີ່­ຈົບ­ງາມ ວ່າ­ຂອງໃນແທ້ຊ້ອນໄວ້ແຕ່ຂອງ­ບໍ່­ງາມ. ໃນ­ທີ່­ນີ້ ທັງ­ຜູ້­ພິຈາ­ຣະ­ນາແລະ­ສິ່ງ­ທີ່ໃຊ້ເປັນ­ອຸປະ­ກອນໃນ­ການ­ພິຈາ­ຣະ­ນາ ກໍ່ເອີ້ນວ່າ ທັມມະ­ ເຊັ່ນ­ກັນ. ສະ­ຕິ ທີ່ໄປຮັບ­ຮູ້ເອີ້ນວ່າ ນາມ­ທັມ, ສິ່ງ­ທີ່ເຫັນ ແລະ­ໃນ­ສໍາ­ຜັດ ກໍ່ເອີ້ນວ່າ ຣູປທັມ ລວມ­ທັມມະ­ທັງ­ຫຼາຍ ທີ່­ນັກ­ວິຊາການໃຊື່­ນັ້ນ ທັງເປັນ­ທັມມະ­ ທີ່ເປັນ­ຊັ້ນ­ສູງ ແລະ­ຊັ້ນ­ພື້ນໆ­ ຫຍໍ້­ລົງ­ມາ ມີແຕ່ເລື່ອງ­ຂອງ ຮູບ­ທັມ ແລະ­ ນາມ­ທັມ ເທົ່ານັ້ນ.

ແລະ­ທັມມະ­ນັ້ນ ບໍ່ວ່າ ຄົນຈະ­ເຂົ້າໃຈ ຫຼື ບໍ່ເຂົ້າໃຈ ມັນ­ກໍ່­ຍັງເປັນ­ທັມມະ­ ເຊັ່ນ­ກັນ. ທໍາມະ­ຊາດ­ຂອງ­ຄວາມ­ບໍ່ເຂົ້າໃຈ ເພິ່ນເອີ້ນວ່າ ໂງ່ ຕາມ­ສັບ­ວິຊາການ ເພິ່ນເອີ້ນວ່າ ອະ­ວິຊຊາ ຖ້າເຂົ້າໃຈດີ ເພິ່ນເອີ້ນວ່າ ເປັນ­ຜູ້­ມີປັນ­ຍາ ທັງອະ­ວິຊຊາ ແລະ­ ປັນ­ຍາ ກໍແມ່ນສະ­ພາວະ­ ຂອງ­ທັມມະ­ອີກ.
    ຄົນ­ຂີ້ເຫຼົ້າ ຫຼົງ­ລືມສະ­ຕິ ກໍເປັນ­ອົງປະ­ກອບ­ຂອງ­ທັມມະ­ອີກ ຄື ເປັນ­ທັມມະ­ທີ່ເປັນຝ່າຍອະ­ກຸສົລ(ຝ່າຍ­ບໍ່­ດີ ຝ່າຍ­ບໍ່ສະ­ຫຼາດ). ຄົນ­ທີ່ເປັນ­ບັນ­ດິດ ສ້າງແຕ່ຄວາມ­ດີ ກໍເປັນ­ອົງປະ­ກອບ­ຂອງ­ທັມມະ­ອີກ ຄື ສ້າງແຕ່­ກັມ ແລະ­ ທັມ­ທີ່ເປັນຝ່າຍ­ກຸສົລ(ຝ່າຍ­ດີ ຝ່າຍສະ­ຫຼາດ ກໍ່ໃຫ້ເກີດ­ຄວາມຈະ­ເລີນ).ສະ­ນັ້ນ, ທັມມະ­ ຈິ່ງ­ໝາຍເຖິງ­ສິ່ງ­ທັງ­ປວງ ທີ່ປະ­ຕິສໍາ­ພັນ­ກັນ ແລະ­ບໍ່ປະ­ຕິສໍາ­ພັນ­ກັນ.

ທັມມະ­ໃດ ທີ່­ບຸກ­ຄົນປະ­ຕິບັດ­ດີແລ້ວ ຫຼື ຄວາມ­ດີໃດ­ທີ່­ບຸກ­ຄົນເຮັດ­ດີແລ້ວ ຈະ­ເປັນ­ທີ່ເພິ່ງແກ່­ບຸກ­ຄົນ­ນັ້ນ, ເໝືອນ­ທີ່­ພຸດທະ­ອົງ­ບອກວ່າ ທັມມະ­ ຍ່ອມ­ຮັກ­ສາ­ຜູ້ປະ­ພຶດ­ທັມ ຍ້ອນ­ຜູ້ປະ­ພຶດ­ດີ ມີຄວາມ­ດີທີ່­ຕົນເອງເຮັດ­ດີແລ້ວເປັນ­ທີ່ເພິ່ງ ຈິ່ງ­ສົມແລ້ວກັບ­ຄໍາ­ທີ່ວ່າ ຕົນເປັນ­ທີ່ເພິ່ງແຫ່ງ­ຕົນ ຍ້ອນ­ຕົນປະ­ຕິບັດ­ດີແລ້ວນັ້ນເອງ.

ທັມມະ

ການບໍລິຫານແບບຊາວພຸດ ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2011 | ມີ 4 ຄຳເຫັນ ແລະ 0 trackback(s) ໜວດໝູ່: ທັມມະ

ຊ່ວງນີ້ໄປຫາອາຈານສຸດທິຫລາຍເທື່ອເພິນຝາກແນວຄິດທີ່ຫນ້າສົນໃຈໃຫ້ປະຈຳ ເພິນເວົ້ານະໄຊ (ຊື່ຂ້າພະເຈົ້າເອງ) ທັມະສາມາດປະຍຸກກັບທຸກ ໆ ວິຊາທີ່ມີການຮຽນການສອນໃນໂລກນີ້ ລອງຄິດເບິ່ງດຸວ່າ ເສດຖະສາດ ບໍລິຫານ ອັນສອນສາດ ວາທະສິນ ດາລາສາດ ວິທະຍາສາດ ຕ່າງໃນທັມະຂອງພຣະພຸດທະເຈົ້າມີຫມົດ ຍົກຕົ່ວຢ່າງ

ທັມມະໃນການປົກຄອງ 10 ປະການ
1. ທານ ຄື ການໃຫ້ດ້ວຍຄວາມບໍລິສຸດໃຈ ດ້ວຍຄວາມເມຕຕາ ບໍ່ຫວັງສິ່ງຕອບແທນໃດ

2. ສີລ ຄືການປະພຶດປະຕິບັດທີ່ດີງາມທາງກາຍ ວາຈາ ສິລມີໄວ້ເພື່ອສັງຄົມຢູ່ຮ່ວມກັນຢ່າງຜ້າສຸຂ 3. ປະຣິຈາຄະ ຄື ການເສັຍສະລະປະໂຫຍດສ່ວນຕົນເພື່ອຄວາມຜ້າສຸຂຂອງປ່ວງຊົນ 4. ອາຊຊະວະ ຄື ຄວາມຊື່ສັດ ຊື່ຕົງ ຢ່າງຈິງໃຈ ບໍ່ລອກລວງຄໍຣັບຊັນຕໍ່ປະຊາຊົນ ແລະປະເທດຊາດ 5. ມັດທະວະ ແປວ່າ ຄວາມສຸພາບອ່ອນໂຍນ ບໍ່ຫຍາບຄາຍ ບໍ່ຖືໂຕເປັນຂວັນໃຈມວນຊົນ, ເປັນທີ່ຮັກແພງ ແລະນິຍົມຂອງປະຊາຊົນ. 6. ຕະປະຄື ການເປັນຢູ່ຢ່າງສາມັນ ບໍ່ມົ່ວເມົ້າໃນກາມມະຄຸນ ມີຄວາມຕັ້ງໃຈ ພາກພຽນ ໃນພັດທະນາປະເທດຊາດ ເພື່ອຄວາມຮົ່ມເຢັນສັນຕິສຸຂຂອງປະຊາຊົນ 7. ອັກໂກທນະ ຄື ມີຈິຕເມຕຕາ ເປັນກາງ ມີຄວາມຍຸດຕິທັມ ຕັດສິນບັນຫາດ້ວຍເຫດດ້ວຍຜົນຮັບຟັງຄວາມຄິດເຫັນຂອງບຸກຄົນອື່ນ

8. ອະວິຫິງສາ ຄື ຄວາມບໍ່ບຽດບຽນຜູ້ອື່ນໃຫ້ໄດ້ຮັບຄວາມເດືອດຮ້ອນ ລົດຄວາມຮຸ່ນແຮງໂດຍອາໄສສັນຕິວິທີ່ 9. ຂັນຕິ ຄື ຄວາມອົດທົນໃນການປະຕິບັດຫນ້າທີ່ການງານຢ່າງໜັກແໜ້ນ ທຸ່ນທ່ຽງ ຮັບຟັງຄຳຕຳໜິວິຈານ 10. ອະວິໂຣທະນະ ຄື ມີຄວາມໜັກແໜ້ນໃນທັມ ບໍ່ເຫັນແກ່ຕົວ ໂລບມາກໂລພາ ກອບໂກຍ ສໍ້ລາດບັງຫລວງ ທັມະສຳຫລັບນັກປົກຄອງໃນລະດັບປະຕິບັດການຈາກພໍ່ໃຫຍ່ບ້ານເຖິງເຈົ້າເມືອງເຈົ້າແຂວງ ນາຍົກລັດທະມົນຕີ ປະທານປະເທດ ພ້ອມດ່ຽວກັນຍັງສາມາດປະຍຸກໄດ້ກັບທຸກ ໆ ການປົກຄອງທຸກ ໆ ການບໍລິຫານອົງການ ລັດຖະກອນຕ່າງ ໆ ພ້ອມດ່ຽວກັນນີ້ຍັງມີທັມະສຳຫລັບປະທານປະເທດອິກ

1. ທັມມາທິປະໄຕ ຖືທັມະເປັນໃຫຍ່ ຍືດທັມເປັນຫລັກ

2. ທັມມິກາຣັກຂາ ການຈັດການຮັກສາ ຄຸ້ມຄອງ ປ້ອງກັນຢ່າງຊອບທັມ ແລະເປັນທັມ 1. ອັນໂຕຊະນະ ການຈັດການພາຍໃນ ຄືບຸກຄົນທີ່ໃກ້ຊິດຂອງຕົນໃຫ້ຢູ່ໃນຄວາມຮຽບຮ້ອຍສຸຂສະຫງົບ ມີຄວາມເຄົາລົບນັບຖືກັນແລະກັນ

2. ພາລະກາຍ ຄືການບໍລິຫານ ການຈັດການ ກອງທັບ ທະຫານ ຕຳລວດໃຫ້ເຊື່ອຟັງ

3.ຂັດຕິຍະ ການບໍຫານ ການຈັດການ ເຈົ້າເມືອງ ເຈົ້າແຂວງ ກົມກອງ ລັດຖະມົນຕີກະຊວງຕ່າງ ໆ

4.ອະນຸຍົນຕ ຄືການບໍລິຫານ ການຈັດການ ຂ້າລາຊະການ ລັດທະກອນ ພະນັກງານລັດຕ່າງ ໆ

5.ພາມຄະລືຫະບໍດີ ຄື ການຈັດການ ນັກວິຊາການ ຄູອາຈານ ພໍ່ຄ້າ ນັກທຸລະກິດ ຕ່າງ ໆ

6.ເນຄົມຊານະບົດ ການຈັດການ ປະຊາຊົນຕາມທ້ອງຖິ່ນຕ່າງ ໆ ຕະຫລອດຕາມຊາຍແດນ

7.ສະມະນະພາມ ການຈັດການ ພຣະສົງ ບັນພະຊິດຜູ້ຊົງສິລທັມ ທີ່ເປັນແບບຢ່າງທີ່ດີແກ່ມະຫາຊົນທົ່ວໄປ

8. ມິຄະປັກສີ ຄື ການຈັດການ ສັຕນານາພັນຕ່າງ ໆ ທີ່ສົມຄວນສະຫງວນໄວ້

3. ອະທັມະການນິເສທະນາ ການຈັດການປ້ອງກັນບໍ່ໃຫ້ຄວາມບໍ່ເປັນທັມເກິດຂື້ນໃນເຂດການປົກຄອງ ສະກັດກັ່ນອະທັມ

4. ທະນານຸປະທານ ແບ່ງປັ່ນຊັບໃຫ້ແກ່ຄົນຈົນ ເພື່ອຄວາມຢູ່ລອດ ເພື່ອການດຳລົງຊີພ ແລະການຕັ້ງຕົວ

5. ປະຣິປຸຈສາ ປິຶກສາຫາລືຈາກນັກປຣາດ ນັກວິຊາການ ຜູ້ມີຄວາມຮູ້ຄວາມສາມາດ ຕະລອດເຖິງຜູ້ຊົງສິລກ່ຽວກັບແນວທາງ ການບໍລິຫານ ການແກ້ໄຂບັນຫາ ຕະລອດການສົ່ງເສິມເສດຖະກິດສັງຄົມໃຫ້ມີຄວາມຈະເລິນກ້າວຫນ້າ ດ້ວຍຄວາມບໍ່ປະມາດ

ເມື່ອອ່ານຈົບແລ້ວມີຄວາມຄິດທີ່ຂັດແຍ້ງກັບການບໍລິຫານຂອງປະເທດໃດນໍ ອີອີອີ


ກ່າຍຈາກເວບພັນລາວ.ຄອມ ໂຍຍລູກຫລານເຈ້າຟ້າງູ່ມ