ປະເພນີການນຸ່ງຖື ບາງຮູບການກໍ່ໄດ້ວິວັດໄປຕາມແຕ່ລະຍຸກ ແຕ່ລະສະໃໝ ຕາມຄວາມນິຍົມ. ແຕ່ເດີມນັ້ນ, ການໄປສົ່ງສະການເພີ່ນນຸ່ງເສື້ອສີຂາວ ຫຼື ສີບໍ່ບາດຕາ ເພື່ອເຮັດໃຫ້ບັນຍາກາດຂອງນັ້ນມີຄວາມໂປ່ງໃສ, ບໍ່ໃຫ້ຜູ້ໄປຮ່ວມພິທີ ແລະ ຍາດມິດຂອງຜູ້ຕາຍມີຈິດໃຈໂສກເສົ້າ; ໃສ່ສີແຈດ, ສີແດງ ນັ້ນເພີ່ນຄະລຳ ແລະ ເປັນການບໍ່ສຸພາບ, ຖ້າໃສ່ສີມືດສີດໍາແມ່ນເປັນການໄວ້ທຸກ. ປະເພນີລາວເພີ່ນບໍ່ມີການໄວ້ທຸກ, ການໄວ້ທຸກຈະເຮັດໃຫ້ດວງວິນຍານຂອງຜູ້ຕາຍເປັນຫ່ວງ ແລະ ບໍ່ເປັນສຸກ.
ປັດຈຸບັນກໍ່ນິຍົມກັນໃສ່ຊຸດດຳໄປສົ່ງສະການ ຈົນເປັນປະເພນີແລ້ວ. ການນຸ່ງຖືເຂົ້າວັດວາອາຮາມເພື່ອໄປເຮັດບຸນຕັກບາດຢາດນໍ້າ ສ້າງສິນກິນທານຕາມຮີດຄອງປະເພນີ ແມ່ຍິງຕ້ອງເກົ້າຜົມ ຫຼື ມັດຜົມ ແລະ ບ່ຽງຜ້າ ຫຼື ຖືແພພາດບ່າພ້ອມ. ມາຮອດດຽວນີ້ ເຫັນວ່າມີການປ່ອຍປະລະເລີຍ, ບໍ່ບ່ຽງແພຍັງບໍ່ແລ້ວ ບໍ່ໜໍາຊ້ໍາຍັງນຸ່ງເສື້ອສາຍດຽວໂຊສາຍບື ໃສ່ສະເກິດສັ້ນໆ ອັນເປັນການກໍ່ໃຫ້ສາສນາມີຄວາມດ່າງພ້ອຍ; ສະຖານທີ່ທີ່ເປັນອັນສັກກະລະບູຊາ ຄວນມີປ້າຍເຕືອນ ຫຼື ຂໍ້ແນະນຳໃຫ້ຮູ້ ເພື່ອບໍ່ເປັນການປະໝາດຂອງແຂກຕ່າງປະເທດ. ແຕ່ການຈະໃຫ້ເຂົາເຈົ້າບ່ຽງຜ້າ, ໃສ່ແພພາດບ່ານັ້ນ ຄົງຈະເປັນໄປໄດ້ຍາກ; ພຽງແຕ່ເຫັນຊຸດປະຈຳຊາດຂອງແມ່ຍິງລາວ ກໍ່ສາມາດຮູ້ໄດ້ວ່າແມ່ນຄົນປະເທດໃດ. ສະນັ້ນ, ເພີ່ນຈິ່ງມີຄຳກ່າວໄວ້ວ່າ: “ສີລະປະແມ່ຍິງຄືດອກໄມ້ປະຈຳຊາດ”. ສີລະປະ, ກິຣິຍາມາລະຍາດ, ຄວາມສວຍສົດງົດງາມ ແລະ ຄວາມອຸດົມຮັ່ງມີຕ່າງໆຂອງຊາດ ລ້ວນແຕ່ມາເຕົ້າໂຮມຢູ່ໃນຕົວຂອງແມ່ຍິງ; ຢູ່ບັນດາຂົງເຂດອາຊີຕາເວັນອອກສ່ຽງໃຕ້ ນອກຈາກແມ່ຍິງລາວນຸ່ງສິ້ນແລ້ວ, ກໍ່ຍັງແມ່ຍິງມຽນມາ, ແມ່ຍິງກຳປູເຈຍ, ແມ່ຍິງມາເລເຊຍ ແລະ ແມ່ຍິງໄທກໍ່ນຸ່ງສິ້ນຄືກັນ ແຕ່ວານຸ່ງສິ້ນ ແລະ ລັກສະນະຜືນສິ້ນແຕກຕ່າງກັນ; ແມ່ຍິງລາວນຸ່ງສິ້ນມີ່ຕໍ່ຫົວ ແລະ ຕໍ່ຕີນ, ນຸ່ງສິ້ນລ່າມບໍ່ໃຫ້ປົກປາຍຕີນ ເພາະຈະເຮັດໃຫ້ຂ້ອງ ຫຼື ຢຽບຕີນສິ້ນລົ້ມ, ນຸ່ງພໍເຂີນຕາຕຸ່ມມ໋ອງ ພໍໃຫ້ໄດ້ອວດປອກຂາເງີນ (ແຕ່ກ່ອນ ແມ່ຍິງລາວນິຍົມໃສ່ປອກຂາ), ຖ້ານຸ່ງສິ້ນເຂີນນ່ອງຖືວ່າເປັນການບໍ່ສຸພາບ. ຄຸນຄ່າຂອງສິ້ນສີລະປະ ແລະ ຜ້າບ່ຽງແພໃໝ ແມ່ນຄວາມງາມຂອງສີລະປະສີໄມ້ລາຍມືຂອງຄົນລາວ. ສ່ວນຜົມທີ່ເກົ້ານັ້ນ ກໍ່ປະດັບດ້ວຍສາຍຄ້ອງ, ສາຍຍັງ ແລະ ປັກປິ່ນເກົ້າ.
ຄວາມສວຍງາມຂອງອາເພດຊົງລາວ ໄດ້ເຮັດໃຫ້ຊາວຕ່າງປະເທດຫັນມາສົນໃຈ ແລະ ນິຍົມຊົມຊອບສີ້ນໃໝແພລາວ ຈົນໄດ້ກັບກາຍມາເປັນສິນຄ້າສົ່ງອອກທີ່ດີອີກປະເພດໜື່ງ.
ຄິດນຳກັນເບິ່ງວ່າ! ຊາວຕ່າງປະເທດ ຜູ້ຫວັງດີຍັງເປັນຫ່ວງ ແລະ ເສຍດາຍແທນຄົນລາວເຮົາທີ່ເບິ່ງຂ້າມ ແລະ ຖືເບົາກັບຮີດຄອງປະເພນີອັນດີງາມ ທີ່ຕົນມີມາແຕ່ຊ້ານານແລ້ວ. ຊາຫຍັງ ຕຳໝາກຮຸ່ງ, ລາບກັອຍ, ປາແດກຕ່ອນກ້າງຂອງກິນກັບເຂົ້າທຸກມື້ ຍັງຖີກອ້າງໄປເປັນຂອງເພີ່ນ. ລະວັງສີ້ນນຸ່ງແພຖືເປັນຂອງກັບຊາດແທ້ໆ ສັງຊິໄລລະຖິ້ມໃຫ້ເປັນຂອງຊາດອື່ນອີກ. ເຂົາຊິຍຸ້ມລະເຮີ່ຍຫົວແທ້ໄດ໋ ຖ້າບໍ່ຮັກສາໄວ້.
ໃນຕໍ່ໜ້ານີ້ ທິດຂະຫຍາຍເສດຖະກິດຂອງຊາດເຮົາ ແມ່ນແນໃສ່ສ້າງປະເທດລາວໃຫ້ເປັນແຫຼ່ງທ່ອງທ່ຽວ. ສິ່ງໄດທີ່ເປັນມູນເຊື້ອອັນດີງາມຂອງຊາດລາວ ຈົ່ງພາກັນເສີມຂະຫຍາຍ ສືບຕໍ່ປົກປັກຮັກສາເອກະລັກ ເພື່ອຄວາມກ້າວໜ້າ ແລະ ຊື່ສຽງຂອງຊາດລາວເຮົາ.
ไม่มีความคิดเห็น:
แสดงความคิดเห็น