วันจันทร์ที่ 30 มกราคม พ.ศ. 2560

 ຄວາມໝາຍຂອງຄຳວ່າ "ທັມມ໌"



ຄໍາວ່າ ທັມມ໌­ ແປວ່າ ຊົງໄວ້ເຊິ່ງ­ລັກສະ­ນະ­ຂອງ­ຕົນ ໝາຍ­ຄວາມວ່າ ທັມມ໌­ ຝ່າຍ­ດີ ກໍຊົງ­ຄວາມ­ດີໄວ້ ເຊັ່ນ ໃຜເຮັດ­ຄວາມ­ດີຂັ້ນ ກາມາວະ­ຈອນ ຣູປາວະ­ຈອນ ອະ­ຣູປາວະ­ຈອນ ໂລກຸຕຕະ­ຣະ­ ທັມມ໌­ ກໍຊົງ­ຄວາມ­ດີນັ້ນໆ­ ໄວ້ຢ່າງ­ຍຸຕິທັມສະ­ເໝີ ທັມຝ່າຍ­ຊົ່ວກໍຊົງ­ຄວາມ­ຊົ່ວໄວ້ ເຊັ່ນໃຜເຮັດ­ທຸຈຣິຕ ທາງ­ກາຍ ວາ­ຈາ ແລະ­ໃຈ ທັງກໍຊົງຄວາມ­ຊົ່ວນັ້ນໆ­ ໄວ້ຢ່າງ­ຍຸຕິທັມເຊັ່ນ­ກັນ. ທັມມ໌­ ແປວ່າ ສະ­ພາວະ­ເປັນ­ກາງ ເປັນ­ທໍາມະ­ຊາດ ຊົງໄວ້ເຊິ່ງ­ຄວາມເປັນ­ກາງ ບໍ່ເຂົ້າ­ຂ້າງໃຜ ໃຜເຮັດ­ດີ ຜົນ­ຂອງ­ການກະ­ທໍາດີນັ້ນ ກໍຕອບສະ­ໜອງໄປໃນ­ທາງ­ທີ່­ດີ ໃຜເຮັດ­ຊົ່ວ ຜົນ­ຂອງ­ຄວາມ­ຊົ່ວກໍຕອບສະ­ໜອງໄປໃນ­ທາງ­ທີ່­ຊົ່ວ ຕາມ­ອໍານາດ­ຂອງ­ການກະ­ທໍາ ສິ່ງໃດ­ໜັກກ່ອນ ສິ່ງ­ນັ້ນ­ກໍຈະ­ໃຫ້­ຜົນກ່ອນ.
ທັມມ໌­ 3 ຄື : ປະ­ຣິຍັຕສັທທັມ, ປະ­ຕິປັຕຕິສັທທັມ ແລະ­ ປະ­ຕິເວທສັທທັມ.
ທັມມ໌­ 3 ອີກ ຄື : ກຸສະ­ລະ­ທັມ, ອະ­ກຸສະ­ລະ­ທັມ ແລະ­ ອັພຍາກະ­ຕະ­ທັມ.
ທັມມ໌­​ 4 ຄື: ເທສນາ, ອະ­ນຸສາ­ສະ­ນີ, ພຣະ­ສູຕຣ໌­, ພຣະ­ອະ­ພິທັມ.

ທັມມະ­ ມີຄວາມ­ໝາຍງ່າຍໆ­ ແລະ­ ຍາກໆ­ ສໍາ­ລັບ­ຜູ້­ບໍ່ເຂົ້າໃຈ. ບາງ­ຄັ້ງພຣະ­ສົງ­ບອກວ່າ ທັມມະ­ ຄື ທໍາມະ­ຊາດ ເວົ້າ­ສ່ໍານີ້­ກໍຍັງ­ບໍ່­ທັນເຂົ້າໃຈຕ້ອງໄດ້ອະ­ທິບາຍໄປຫຼາຍແງ່­ອີກອະ­ທິບາຍແລ້ວຍັງເຂົ້າໃຈຜິດ­ຢູ່­ກໍມີ.
ທັມມະ­ ຄື ທຸກ­ສິ່ງ­ທຸກຢ່າງ ອັນ­ນີ້ ແຫ່ງຫຍຸ້ງ­ຍາກໄປອີກ. ເມື່ອກ່ອນ­ມີຄົນ­ມາ­ຂຽນ­ຖາມແບບ­ຂີ້­ສໍ້ວ່າ ຄັນ­ທັມມະ­ຄື ທຸກ­ສິ່ງ­ທຸກຢ່າງ ຄັນ­ຊັ້ນ ໂຖສ້ວມ ກໍແມ່ນ­ທັມມະ­ ແມ່ນ­ບໍ? ຄັນ­ຊັ້ນ ທ່ານໄປຂາບໂຖສ້ວມໄດ້­ບໍ ? ອັນ­ນີ້ ກໍເຄີຍ­ມີຄົນ­ຖາມ­ມາ? ນີ້ ຄື ຄວາມເຂົ້າໃຈຜິດ.

ທັມມະ­ ຄື ທໍາມະ­ຊາດແນວໃດ? ບາງ­ຄົນ­ອາດຈະ­ເຂົ້າໃຈວ່າ ອາດຈະ­ແມ່ນ­ຕົ້ນໄມ້­ພູເຂົາ ທີ່ສວຍ­ສົດ­ງົດ­ງາມ ມີຕາເວັນ ດວງ­ຈັນ ດວງ­ດາວເປັນ­ຕົ້ນ...ອັນ­ນັ້ນ­ກໍແມ່ນ ແຕ່­ຍັງ­ບໍ່­ທັນເຂົ້າໃຈແທ້. ຖ້າ­ຈະ­ໃຫ້ໃສ່ຄວາມ­ໝາຍ­ທາງ­ຄໍາ­ສັບ ຕາມ­ພາ­ສາ­ທາງ­ທັມ ເພິ່ນຈະ­ບອກວ່າ ທໍາມະ­ຊາດ ທີ່ເປັນ­ພູຜາ­ປ່າດົງ ຕົ້ນໄມ້­ນັ້ນ ເພິ່ນເອີ້ນວ່າ ສັງ­ຂາ­ຣ ທີ່­ບໍ່­ມີໃຈຄອງ ຄືບໍ່­ມີຈິຕ ບໍ່­ມີໃຈ ເປັນ­ຮູບເປັນຮ່າງ­ຂື້ນ­ມາ ມັນ­ມີແຕ່ ຣູປຂັນທ໌­ ແຕ່­ບໍ່­ມີນາມ­ຂັນທ໌­ ຄື ບໍ່­ມີໃຈ ບໍ່­ມີຄວາມ­ຮັບ­ຮູ້­ອາ­ຣົມເປັນ­ຕົ້ນ. ຖ້າເວົ້າເຖິງ­ຄົນ ເພິ່ນຈະ­ໃສ່­ຊື່ໃຫ້ວ່າ ສິ່ງ­ທີ່ປະ­ກອບ­ກັນເຂົ້າດ້ວຍ ທາດ­ສີ່ ຄື ດິນ, ນ້ໍາ, ລົມ,ໄຟ ຖ້າ­ຈະ­ເພິ່ມເຂົ້າອີກ ກໍເປັນ­ທາດ­ຫົກ ຄື ມີ ອາກາ­ສາ­ທາດ ແລະ­ວິນ­ຍານ­ທາດເຂົ້າໄປອີກ, ບວກ­ກັບ ຂັນທ໌­ 5 ແລະ­ມີເຄື່ອງ­ຮັບເຄື່ອງ­ສົ່ງ ຄື ອາຍະ­ຕະ­ນະ­ພາຍໃນ ແລະ­ພາຍ­ນອກເອີ້ນວ່າ ອາຍະ­ຕະ­ນະ­ 12 ຄື ມີ ຕາ, ຫູ, ດັງ, ລີ້ນ, ກາຍ ແລະ­ ໃຈເປັນ­ສິ່ງກະ­ທົບ­ກັບ ຮູບ, ສຽງ, ກິ່ນ, ຣົສ, ໂຜດ­ຖັບພະ­ ແລະ­ທັມ­ມາ­ຣົມ ແລະ­ຫຼາຍຢ່າງ­ອີກ­ມາກ­ມາຍ ລວມ­ລົງແລ້ວ ມີແຕ່ ຣູປທັມ ແລະ­ນາມ­ທັມ.(ເວົ້າ­ສ່ໍານີ້­ກໍຍັງຈະ­ເຂົ້າໃຈຍາກ­ອີກ­ຢູ່ ແຕ່ໃຫ້ຄ່ອຍ­ຄົ້ນຄ້­ວາໄປນໍາກັນເລື້ອຍໆ­ຈິ່ງຈະ­ເຂົ້າໃຈ).

ຖ້າ­ຈະ­ເວົ້າໃຫ້ເຂົ້າໃຈແບບງ່າຍແນ່­ຈັກໜ່ອຍ ຄໍາວ່າ ທັມມະ­ ຄື ທໍາມະ­ຊາດ ນັ້ນ ຍ້ອນ­ທຸກຢ່າງ­ມັນເປັນໄປຕາມ­ກົດເກນ­ຂອງ­ທໍາມະ­ຊາດ ເຊັ່ນ : ຣູປ ມີລັກສະ­ນະ­ ແຕກ­ດັບ ປ່ຽນແປງ ໄປຕາມ­ກົດເກນ­ຂອງໄຕລັກ ເຊັ່ນ ຄົນ­ບໍ່ໄດ້­ກິນເຂົ້າ ກໍຫິວ, ຢູ່ໃນ­ອາກາດ­ໜາວ ກໍໜາວ ຢູ່ໃນ­ອາກາດຮ້ອນ­ຫຼາຍ ກໍຢູ່­ບໍ່ໄດ້ ຍ້ອນຫຍັງ? ຍ້ອນ­ມັນປະ­ກອບດ້ວຍ­ສິ່ງ­ທີ່ເປັນ­ທໍາມະ­ຊາດ ຄື ທາດ­ສີ່ ດັ່ງ­ທີ່ກ່າວມາ ອັນ­ນີ້ເພິ່ນ­ກໍເອີ້ນວ່າ ມັນເປັນ­ທັມມະ­ເຊັ່ນ­ກັນ.

ໂຖສ້ວມ ເປັນແນວໃດ? ໂຖສ້ວມ ເປັນ­ວັດ­ຖຸ ສາມາດເອີ້ນໄດ້ວ່າ ສິ່ງ­ທີ່­ບໍ່­ມີໃຈຄອງ ມີແຕ່­ຣູປຂັນທ໌­ ເອີ້ນວ່າ ຣູປທັມ ກໍໄດ້. ທໍາມະ­ຊາດ ຂອງໂຖສ້ວມ ກໍເປັນ­ສິ່ງ­ທີ່ ບໍ່ທ່ຽງແທ້ເຊັ່ນ­ກັນ ຈາກ ຊື້­ມາໃໝ່ໆ­ ກ້າວໄປສູ່ເກົ່າ ບໍ່­ງາມ ຢາກ­ທຸບ­ຖິ້ມ, ຖ່າຍໃສ່­ບໍ່ລ້າງ ເໝັນ. ໃຜເໝັນ? ດັງ­ຂອງ­ຄົນ­ຜູ້ໄປຖ່າຍເໝັນ, ເໝັນແລ້ວກໍເປັນ­ທັມມະ­ບໍ? ເປັນ ຍ້ອນ­ອາຍະ­ຕະ­ນະ­(ປະ­ສາດ­ສໍາ­ຜັດ)ພາຍໃນ ແລະ­ ອາຍະ­ຕະ­ນະ­ພາຍ­ນອກ(ສິ່ງ­ທີ່­ມາກະ­ທົບ) ຄື ດັງ ກັບ­ກິ່ນ ອັນ­ນີ້ ມັນເປັນໜ້າ­ທີ່ຂອງ­ທັມມະ­ ຫຼື ອັນ­ທີ່ເອີ້ນວ່າ ທໍາມະ­ຊາດ­ຂອງ­ການ­ສໍາ­ຜັດ. ຜູ້ປະ­ຕິບັດໄດ້ຫຍັງ­ຈາກ­ຈຸດ­ນີ້ ວິທີປະ­ຕິບັດ­ທັມແບ­ບ­ວິປັສສນາກັມມະ­ຖານ ແມ່ນຕ້ອງ ເອົາ­ສະ­ຕິ(ຄວາມ­ຮູ້­ສຶກ ທີ່ໄປຮູ້­ທັນວ່າເໝັນ­ນັ້ນ) ກໍານົດໃນໃຈວ່າ ກິ່ນ­ໜໍ, ກິ່ນ­ໜໍ.....ກໍ່ຈະ­ໄດ້ສະ­ຕິຢູ່­ກັບ­ປັດ­ຈຸບັນຂະ­ນະ­ ຫຼື ຈະ­ໃຊ້­ການ­ພິຈາ­ຣະ­ນາ ດ້ວຍໂຍ­ນິໂສມະ­ນະ­ສິກາ­ຣ(ການ­ພິຈາ­ຣະ­ນາ­ຢ່າງເລິກເຊິ່ງ) ວ່າ ມະ­ນຸດເຮົາກໍບໍ່­ມີຫຍັງ­ຫຼາຍ ມີແຕ່­ກິນແລ້ວກໍຖ່າຍ­ອອກ­ຢູ່ແບບ­ນີ້ ອາ­ຫານເກົ່າ­ທີ່ຖ່າຍ­ອອກ­ມາ ເປັນ­ສິ່ງປະ­ຕິກູນ(ບໍ່­ຈົບ­ງາມ) ເປັນ­ຕາ­ໜ້າ­ສັງເວດ. ອັນ­ນີ້ ເພິ່ນ­ກໍ່ເອີ້ນວ່າ ເປັນ­ການ­ພິຈາ­ຣະ­ນາ­ທັມ ຜູ້ໃດເຫັນ­ສິ່ງ­ທີ່­ກໍາ­ລັງປະ­ເຊີນ­ຢູ່ໃນຫ້ອງນ້ໍາວ່າເປັນ­ສິ່ງ­ທີ່ປະ­ຕິກູນ ດ້ວຍ­ປັນ­ຍາແທ້ ຈະ­ເກີດ­ຄວາມແໜ່ງໜ່າຍ ການ­ພິຈາ­ຣະ­ນາແນວນີ້ ບໍ່ແມ່ນເລື່ອງຕ່ໍາ­ຊ້າ ໜ້າ­ລັງ­ກຽດ ແຕ່ເປັນ­ວິທີໜຶ່ງ­ຂອງ­ອາ­ຣົມ­ກັມມະ­ຖານ. ເຊັ່ນ­ດຽວກັນ­ກັບ ການ­ພິຈາ­ຣະ­ນາ­ຊາກ­ສົບ ໃຫ້ເຫັນເປັນ­ຂອງອະ­ສຸພະ­ ອາດເປັນ­ວິທີທາງ­ທີ່ເຮັດໃຫ້­ຈິດໃຈ ຄາຍ­ຄວາມ­ກໍານັດ­ຍິນ­ດີໃນ­ຮູບ ທີ່­ຈົບ­ງາມ ວ່າ­ຂອງໃນແທ້ຊ້ອນໄວ້ແຕ່ຂອງ­ບໍ່­ງາມ. ໃນ­ທີ່­ນີ້ ທັງ­ຜູ້­ພິຈາ­ຣະ­ນາແລະ­ສິ່ງ­ທີ່ໃຊ້ເປັນ­ອຸປະ­ກອນໃນ­ການ­ພິຈາ­ຣະ­ນາ ກໍ່ເອີ້ນວ່າ ທັມມະ­ ເຊັ່ນ­ກັນ. ສະ­ຕິ ທີ່ໄປຮັບ­ຮູ້ເອີ້ນວ່າ ນາມ­ທັມ, ສິ່ງ­ທີ່ເຫັນ ແລະ­ໃນ­ສໍາ­ຜັດ ກໍ່ເອີ້ນວ່າ ຣູປທັມ ລວມ­ທັມມະ­ທັງ­ຫຼາຍ ທີ່­ນັກ­ວິຊາການໃຊື່­ນັ້ນ ທັງເປັນ­ທັມມະ­ ທີ່ເປັນ­ຊັ້ນ­ສູງ ແລະ­ຊັ້ນ­ພື້ນໆ­ ຫຍໍ້­ລົງ­ມາ ມີແຕ່ເລື່ອງ­ຂອງ ຮູບ­ທັມ ແລະ­ ນາມ­ທັມ ເທົ່ານັ້ນ.

ແລະ­ທັມມະ­ນັ້ນ ບໍ່ວ່າ ຄົນຈະ­ເຂົ້າໃຈ ຫຼື ບໍ່ເຂົ້າໃຈ ມັນ­ກໍ່­ຍັງເປັນ­ທັມມະ­ ເຊັ່ນ­ກັນ. ທໍາມະ­ຊາດ­ຂອງ­ຄວາມ­ບໍ່ເຂົ້າໃຈ ເພິ່ນເອີ້ນວ່າ ໂງ່ ຕາມ­ສັບ­ວິຊາການ ເພິ່ນເອີ້ນວ່າ ອະ­ວິຊຊາ ຖ້າເຂົ້າໃຈດີ ເພິ່ນເອີ້ນວ່າ ເປັນ­ຜູ້­ມີປັນ­ຍາ ທັງອະ­ວິຊຊາ ແລະ­ ປັນ­ຍາ ກໍແມ່ນສະ­ພາວະ­ ຂອງ­ທັມມະ­ອີກ.
    ຄົນ­ຂີ້ເຫຼົ້າ ຫຼົງ­ລືມສະ­ຕິ ກໍເປັນ­ອົງປະ­ກອບ­ຂອງ­ທັມມະ­ອີກ ຄື ເປັນ­ທັມມະ­ທີ່ເປັນຝ່າຍອະ­ກຸສົລ(ຝ່າຍ­ບໍ່­ດີ ຝ່າຍ­ບໍ່ສະ­ຫຼາດ). ຄົນ­ທີ່ເປັນ­ບັນ­ດິດ ສ້າງແຕ່ຄວາມ­ດີ ກໍເປັນ­ອົງປະ­ກອບ­ຂອງ­ທັມມະ­ອີກ ຄື ສ້າງແຕ່­ກັມ ແລະ­ ທັມ­ທີ່ເປັນຝ່າຍ­ກຸສົລ(ຝ່າຍ­ດີ ຝ່າຍສະ­ຫຼາດ ກໍ່ໃຫ້ເກີດ­ຄວາມຈະ­ເລີນ).ສະ­ນັ້ນ, ທັມມະ­ ຈິ່ງ­ໝາຍເຖິງ­ສິ່ງ­ທັງ­ປວງ ທີ່ປະ­ຕິສໍາ­ພັນ­ກັນ ແລະ­ບໍ່ປະ­ຕິສໍາ­ພັນ­ກັນ.

ທັມມະ­ໃດ ທີ່­ບຸກ­ຄົນປະ­ຕິບັດ­ດີແລ້ວ ຫຼື ຄວາມ­ດີໃດ­ທີ່­ບຸກ­ຄົນເຮັດ­ດີແລ້ວ ຈະ­ເປັນ­ທີ່ເພິ່ງແກ່­ບຸກ­ຄົນ­ນັ້ນ, ເໝືອນ­ທີ່­ພຸດທະ­ອົງ­ບອກວ່າ ທັມມະ­ ຍ່ອມ­ຮັກ­ສາ­ຜູ້ປະ­ພຶດ­ທັມ ຍ້ອນ­ຜູ້ປະ­ພຶດ­ດີ ມີຄວາມ­ດີທີ່­ຕົນເອງເຮັດ­ດີແລ້ວເປັນ­ທີ່ເພິ່ງ ຈິ່ງ­ສົມແລ້ວກັບ­ຄໍາ­ທີ່ວ່າ ຕົນເປັນ­ທີ່ເພິ່ງແຫ່ງ­ຕົນ ຍ້ອນ­ຕົນປະ­ຕິບັດ­ດີແລ້ວນັ້ນເອງ.

ไม่มีความคิดเห็น:

แสดงความคิดเห็น