ຮີດ 12 ຂອງລາວ
ການກຳເນີດຮີດຄອງປະເພນີລາວ
ຮິດຄອງປະເພນີລາວ ໄດ້ກຳເນີດມາແຕ່ສະໄໝບູຮານນະການ ແລະໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນສະໄໝເຈົ້າຟ້າງຸ່ມມະຫາລາດເປັນຕົ້ນມາ, ປະຊາຊົນລາວທຸກເຜົ່າສາມັກຄີກັນ, ຮ່ວມແຮງຮ່ວມໃຈກັນສ້າງປະເທດ, ສ້າງພື້ນຖານວັດທະນະທຳ, ສົ່ງເສີມພູມປັນຍາຂອງປະຊາຊົນ, ເມື່ອສາສະໜາຈະເລີນຮຸ່ງເຮືອງຂື້ນມາ ສາສະໜາສະຖານໄດ້ກາຍເປັນສູນກາງທາງດ້ານວັດທະນະທຳ, ເປັນໂຮງຮຽນ, ເປັນສູນບຳລຸງຈິດໃຈ, ເປັນຫໍພິພິຕະພັນ ທັງເປັນບ່ອນທຳບຸນສິນກິນທານ.ພະສົງ ສາມະເນນແລະປະຊາຊົນໄດ້ປະຕິບັດພາລະບົດບາດແລະໜ້າທີ່ສຳຄັນໃນການອະນຸລັກແລະເຜີຍແຜ່ມູນເຊື້ອວັດ ທະນະທຳ,ຮີດຄອງປະເພນີອັນດີງາມໃນທ່າຕັ້ງໜ້າຈົນກາຍເປັນຊັບສົມບັດອັນລ້ຳຄ່າຂອງຊາດລາວເຮົາສືບມາເຖິງປັດຈຸບັນ.
1. ຮີດ12
ກ. ຮີດ 12
ຄຳວ່າ: " ຮີດ " ແມ່ນຄໍາທີ່ໄດ້ມາຈາກພາສາບາລີໃນຄໍາວ່າ " ຈະຣິຕະ " ເຊິ່ງມີຄວາມ
ໝາຍວ່າ ຂະນົບທຳນຽມປະເພນີ ທີ່ເຄີຍປະຕິບັດສືບຕໍ່ກັນມາ ຂອງແຕ່ລະເດືອນໃນຮອບປີໜຶ່ງໆ (12 ເດືອນ) ຄົນລາວຮັບວ່າ ມີຮີດຄອງຢ່າງຫຼວງຫຼາຍດັ່ງຄຳທີ່ວ່າ ຮີດ 12 ຄອງ 14 ຮີດຍີ່ຄອງຈຽງ, ຮີດພະຄອງຈົວ, ຮີດຜົວຄອງເມຍ, ຮີດບ້ານຄອງເມືອງ, ຮີດເຖົ້າຄອງເຂີຍ, ຮີດລູກຄອງຫຼານ ເປັນຕົ້ນ.
1. ເດືອນຈຽງ (ເດືອນ 1) ບຸນເຂົ້າກໍາ
ຄຳວ່າ " ກໍາ " ແມ່ນຄໍານາມໃນພາສາບາລີ ເຊິ່ງມີຄວາມໝາຍວ່າ ການງານ, ຜົນຂອງຄວາມດີ ຫຼື ຄວາມຊົ່ວ. ໃນສະໄໝບູຮານ ພວກເຮົາເຮັດບຸນຂື້ນປີໃໝ່ ເພື່ອລ້ຽງຟ້າລ້ຽງແຖນ ຄືດັ່ງທີ່ໄດ້ສະແດງອອກໃນພະລາຊະໂອວາດຂອງພະເຈົ້າຟ້າງຸ່ມມະຫາລາດ.ເມື່ອພະພຸດທະສາສະໜາເຂົ້າມາຈຶ່ງໄດ້ນຳເອົາບຸນເຂົ້າກຳມາແທນບຸນປີໃໝ່ຂອງລາວ.ບຸນເຂົ້າກຳເປັນປະເພນີໂດຍກົງຂອງພະສົງ,ສະ ໄໝບູຮານພະສົງຈະເຂົ້າກຳຢູ່ຖ້ຳ,ຢູ່ປ່າຫຼືຢູ່ວັດປ່າທີ່ມີຄວາມສະຫງົບທີີ່ສຸດ.ທຸກໆປີພະສົງຕ້ອງໄດ້ເຂົ້າກຳເພື່ອບຳເພັນກຸສົນໃຫ້ພົ້ນຈາກຄວາມບາບ.ໄລຍະພະສົງເຂົ້າກຳຊາວບ້ານກໍມີສ່ວນຮ່ວມໃນການອຸປະຖຳຄ້ຳຊູ,ທຳບຸນດ້ວຍການໃຫ້ຜັກສະຫານການກິນແກ່ພະສົງສາມະເນນ.
ເມື່ອກ່ອນສະໄໝເຈົ້າຟ້າງຸ່ມຂື້ນຄອງລາດເດືອນອ້າຍ ແລະເດືອນຍີ່ຢູ່ໃນສອງເດືອນນີ້ເປັນເດືອນວ່າງ ບໍ່ມີປະເພນີຫຼືກິດຈະກຳຂອງພະສົງໃດໆ.ສະນັ້ນ,ອາຈານບູຮານຈຶ່ງກຳນົດເອົາການເຂົ້າກຳຂອງພະສົງມາໃສ່ເດືອນນີ້.
2. ເດືອນຍີ່ (ເດືອນ 2) ບຸນຄູນລານເຂົ້າ
ບຸນຄູນລານເຂົ້າ ຫຼືຄູນຂວັນເຂົ້າ ຄຳວ່າ " ລານ " ແປວ່າ ເດີ່ນ ຫຼື ບ່ອນທີ່ຮາບພຽງດີ ເຊິ່ງເພິ່ນເອົາເຂົ້າມາກອງໄວ້.ບຸນນີ້ແມ່ນບຸນໜຶ່ງທີ່ສຳຄັນໃນສະໄໝບູຮານ.ກ່ອນຈະເອົາເຂົ້າຂື້ນເລົ້າຂື້ນເຍຍໄດ້ເພິ່ນຕ້ອງເຮັດບຸນໃຫ້ເຂົ້າກ່ອນ. ການເຮັດແບບນີ້ກໍເພື່ອເປັນສິລິມຸງຄຸນ ມັ່ງມູນພູນສຸກຕໍ່ໄປ. ປະຊາຊົນລາວສະໄໝບູຮານ ເພິ່ນພາກັນນິຍົມເຮັດບຸນນີ້. ຍ້ອນວ່າ ເຂົ້າມີປະໂຫຍດເໜືອກວ່າສິ່ງໃດ; ຖ້າໄດ້ເຮັດບຸນຂວັນເຂົ້າແລ້ວ, ຕາມຄວາມເຊື່ອຂອງຄົນລາວບູຮານວ່າ ກິນບໍ່ໝົດ ຈົກບໍ່ລົງດັ່ງນີ້ເປັນຕົ້ນ ຈົນມີຄຳວ່າ " ເຂົ້າມີສາລີພ້ອມ ຈອມດອຍກໍພໍຢູ່ ເຂົ້າບໍມີ ສາລີບໍ່ພ້ອມຈອມແກ້ວຢູ່ບໍ່ເປັນ ".
ການເຮັດບຸນຄູນລານເຂົ້າຫຼືບຸນຂວັນເຂົ້ານີ້,ໄດ້ມີເລື່ອງເລົ່າກ່ຽວກັບສາສະໜາສືບຕໍ່ກັນມາເຖິງທຸກວັນນີ້ຄື: ເລື່ອງສອງອ້າຍນ້ອງເຮັດນານຳກັນ.ຄວາມຈິງແລ້ວໃນເດືອນຍີ່ກໍເປັນເດືອນວ່າງທາງກິດຈະກຳຂອງພະສົງຄືໄດ້ກ່າວມາແລ້ວຂ້າງເທິງ.ສະນັ້ນປະຊາຊົນລາວບູຮານຖືເດືອນນີ້ເປັນເດືອນຫາຫລົ້ວຫາຟືນມາໄວ້ເຕັມຖຸນເຕັມລ່າງ ເພື່ອກຽມເຮັດບຸນເຂົ້າຈີ່ໃນເດືອນ 3 ຈົນມີຄໍາວ່າ " ເດືອນອ້າຍເຮັດບຸນເຂົ້າກໍາ ເດືອນຍີ່ຫາຟືນມາໄວ້ ".
3. ເດືອນສາມ ບຸນເຂົ້າຈີ່ ແລະ ບຸນມາຄະບູຊາ ບຸນເຂົ້າຈີ່ແມ່ນບຸນປະເພນີດັ້ງເດີມສະໄໝກ່ອນຊາວບ້ານພາກັນເຮັດເຂົ້າຈີ່ເພື່ອຖວາຍພະຍາຟ້າພະຍາແຖນມາຮອດສະໄໝລາວມີສາສະໜາພຸດຈະເລີນຮຸ່ງເຮືອງຈຶ່ງນິຍົມພາກັນເຮັດເຂົ້າຈີ່ໄປຖວາຍພະສົງ.ການເຮັດບຸນເຂົ້າຈີ່ ຕາມປະເພນີຕ້ອງທາໄຂ່, ທານ້ຳອ້ອຍ ດັ່ງຄຳໂຕງໂຕຍ " ຄໍາສຸພາສິດວ່າ " ເດືອນສາມຄ້ອຍລົມວອຍໆ ເຈົ້າຫົວຄອຍປັ້ນເຂົ້າຈີ່ເຂົ້າຈີ່ບໍ່ໃສ່ນ້ຳຕານບໍ່ລາດນ້ຳອ້ອຍຈົວນ້ອຍບໍ່ອຸ່ນໃຈ " ບຸນເຂົ້າຈີ່ມີນິທານທ້ອງຖິ່ນ ແລະ ນິທານສາສະໜາກ່າວໄວ້ດັ່ງນີ້:
ຕົວຢ່າງນິທານສາສະໜາປາງກ່ອນມີແມ່ຍິງຄົນໜຶ່ງຊື່ປຸນນະທາສີເປັນຄົນທຸກຍາກໄຮ້ເຂັນໃຈແລະເປັນ
ຄົນຮັບໃຊ້ເສດຖີຄົນໜຶ່ງຢູ່ໃນເມືອງລາຊະຄຶ(ປະເທດອິນເດຍ)ວັນໜຶ່ງເສດຖີແຕ່ງໃຫ້ນາງໄປຕຳເຂົ້າແຕ່ເຊົ້າເທົ້າຄຳ.ນາງມີຄວາມອິດເມື່ອຍຫຼາຍ,ນາງຈຶ່ງເອົາຮຳເຂົ້າປັ້ນເປັນກ້ອນຈີ່ໃຫ້ສຸກແລ້ວເອົາໃສ່ໃນພົກຜ້າຍ່າງໄປຕັກນ້ຳ ເພື່ອຈະບໍລິໂພກເຂົ້າຈີ່ນັ້ນ. ເມື່ອໄປຕາມທາງ ນາງພົບພຣະພຸດທະເຈົ້າ ເລີຍເກີດຄວາມເຫຼື້ອມໃສຂື້ນທັນທີແລະຄິດວ່າຕົນເປັນຄົນທຸກໄຮ້ໃນຊາດນີ້ເພາະບໍ່ໄດ້ທຳບຸນໃຫ້ທານໄວ້ໃນຊາດກ່ອນແລະຊາດນີ້ກໍບໍ່ເຄີຍໄດ້ທຳບຸນເລີຍ.ຈາກນັ້ນນາງກໍເອົາເຂົ້າຈີ່ທີ່ເຮັດດ້ວຍຮຳເຂົ້າໄປຖວາຍໃຫ້ແກ່ພຣະພຸດທະເຈົ້າ,ເມື່ອພຣະອົງຊົງຮັບແລ້ວກໍນັ່ງສະເຫວີຍຢູ່ຕໍ່ໜ້ານາງເມື່ອສະເຫວີຍແລ້ວກໍໄດ້ຕັດອະໂມທະນາກະຖາໂຜດນາງຈົນສຳເລັດໂສດາປະຕິຜົນເປັນອະລິຍະບຸກຄົນໃນພຸດທະສາສະໜາ,ເມື່ອນາງຕາຍໄປ ກໍໄປເກີດໃນສະຫວັນ, ສະເຫວີຍສົມບັດໃນວິມານຄຳ.
ນອກຈາກບຸນເຂົ້າຈີ່ແລ້ວ ໃນເດືອນສາມເພັງ ຍັງເປັນວັນສຳຄັນທາງສາສະໜາພຸດອີກວັນໜຶ່ງຄື ວັນວິມາຄະບູຊາ ( ການບູຊາໃນວັນມາຄະ ຫຼືເອີ້ນວ່າ ການບູຊາໃນເດືອນສາມເພັງ ) ເຊິ່ງພຣະອົງໄດ້ສະແດງທຳມະເທດສະໜາຄືຫົວໃຈສຳຄັນຂອງສາສະໜາພຸດ ອັນເປັນຫຼັກສາມ ປະການຄື:
1. ບໍ່ທຳຄວາມຊົ່ວ
2. ຈົ່ງທຳຄວາມດີ
3. ທຳຈິດໃຈໃຫ້ບໍລິສຸດຜ່ອງໃສ
ໃນທົດສະວັດຕົ້ນຂອງສະຕະວັດທີ່ 21 ບຸນມາຄະບູຊາໄດ້ກາຍເປັນບຸນໜຶ່ງ ທີ່ອົງການ ສ.ປ.ຊ ຮັບຮອງເອົາເປັນບຸນທາງສາກົນ.ດັ່ງນັ້ນບັນດາປະເທດທີ່ນັບຖືສາສະໜາພຸດເມື່ອເຖິງເດືອນສາມເພັງກໍມີກິດຈະກຳຕ່າງໆຂື້ນຕາມປະເພນີ.
4. ເດືອນສີ່ ບຸນພະເຫວດ (ບຸນມະຫາຊາດ)
ບຸນພະເຫວດ ແມ່ນບຸນເພື່ອລະນຶກເຖິງຊາດໜຶ່ງ ຂອງພຣະພຸດທະອົງເກີດມາເປັນພະເຫວດສັນດອນ ອັນເປັນການໃຊ້ຊາດເທື່ອສຸດທ້າຍຂອງພຣະອົງ (ເຫວດສັນຕຣະ) ບຸນນີ້ຄວາມຈິງແລ້ວ ເປັນບຸນປ່າງໃຫຍ່ປະຈຳປີ, ມີການຄົບງັນໃຫຍ່ໂຕ ຄຶກຄື້ນຫຼາຍ.
ການເຮັດບຸນພະເຫວດ ມີເລື່ອງກ່າວໄວ້ໃນໜັງສືມະໄລມື່ນ ມະໄລແສນວ່າ: ພຣະມະໄລຂື້ນໄປໄຫວ້ທາດເກດແກ້ວຈຸນລະມະນີໃນຊັ້ນດາວວະດຶງ ໄດ້ພົບກັບພຣະອະຣິຍະເມດໄຕຣ ເພິ່ນໄດ້ຖາມຄວາມເປັນຢູ່ຂອງມະນຸດນຳພຣະມະໄລວ່າ: " ຖ້າຢາກພົບພຣະອົງ ຈົ່ງຢ່າໄດ້ຂ້າຕີພໍ່ແມ່, ຢ່າທຳຮ້າຍພຣະພຸດທະເຈົ້າ,ຢ່າຍຸຍົງໃຫ້ພຣະຕີກັນແລະໃຫ້ອາສາຫະຟັງເທດເລື່ອງສັນຕະຊາດົກໃຫ້ຈົບໃນມື້ດຽວ " ຍ້ອນແນວນີ້ ຊາວບ້ານຈຶ່ງພ້ອມກັນເຮັດບຸນພະເຫວດ.
ກ່ອນຈະເຮັດບຸນພະເຫວດອອກຕົນຍາດໂຍມພາກັນປຸກຜາມຫຼືຕູບ,ຕົບແຕ່ງຫໍແຈກ.ທາງເຂົ້າວັດດ້ວຍດອກໄມ້,ຊໍ່ທຸງ ແລະເນັ່ງຝ້າຍມຸງຄຸນອ້ອມຜາມ ແລະຫໍແຈກຕາມພິທີທາງສາສະໜາພຣາມ. ຮອດມື້ເຮັດບຸນແທ້ ພໍຕາເວັນຄ້າຍ ຊາວບ້ານກໍມີການແຫ່ພະເຫວດ ແລະນາງມະທີນັ້ນ ຊາວບ້ານໄດ້ເລືອກເອົາຜູ້ທີ່ຄົນເຄົາລົບນັບຖືໄວ້ກ່ອນແລ້ວ, ເປັນຜູ້ມີຄວາມສຳຄັນໃນບ້ານ ຕາມທີ່ເລືອກໄວ້ກ່ອນແລ້ວ.
5. ເດືອນຫ້າ ບຸນປີໃໝ່
ບຸນປີໃໝ່ ແມ່ນບຸນປະເພນີປະຈຳຊາດຂອງລາວເຊິ່ງມີຫຼາຍຊື່ເອີ້ນຕ່່າງກັນ. ບຸນນີ້ເປັນບຸນທີ່ມ່ວນທີ່ສຸດ. ປະຊາຊົນລາວພາກັນສະຫຼອງປີໃໝ່ດ້ວຍການເອົານ້ຳທີ່ສະອາດ, ນ້ຳຫອມ, ນ້ຳຂີ້ໝີ້ນສົງພະ, ສົງຜູ້ເຖົ້າຜູ້ແກ່, ສົງພໍ່ແມ່, ອວຍພອນເຊິ່ງກັນແລະກັນ. ມີພິທີບາສີສູ່ຂວັນປີໃໝ່. ເສຍເຄາະກຳເພື່ອຮັບໂຊກ, ເຮັດບຸນທານຕ່າງໆ, ຕົບພະທາດຊາຍຢູ່ຕາມວັດວາອາຮາມ, ຢູ່ຕາມຫາດຊາຍແຄມນ້ຳປ່ອຍສັດ. ກິດຈະກຳຕ່າງໆ ລ້ວນແຕ່ເປັນການບຳເພັນກຸສົນໄປໃຫ້ດວງວິນຍານພໍ່ແມ່, ຄູບາອາຈານ ຫຼືຜູ້ມີບຸນຄຸນອື່ນໆ.
ປີໃໝ່ລາວໄດ້ມີນິທານກ່າວໄວ້ດັ່ງນີ້: ແຕ່ກ່ອນມີລູກເສດຖີຜູ້ໜຶ່ງຊື່ ທ້າວທຳມະປາລະກຸມມານ, ຮຽນຈົບວິຊາໄຕເພດ ແມ່ນແຕ່ພາສາສັດກໍຍັງຮູ້ຈັກ ແລະ ຍັງມີພະຍາກະບິນລະພົມ ເປັນອາຈານສອນມຸງຄຸນ. ມື້ໜຶ່ງກາບິນລະພຣົມໄດ້ລົງມາຖາມບັນຫານຳ ທຳມະປາລະກຸມມານ ຖ້າແກ້ບໍ່ໄດ້ພະຍາກະບິນລະພຣົມຈະຕັດຄໍທຳມະປາລະກຸມມານ ຖ້າແກ້ໄດ້ຈະຕັດຄໍຕົນເອງບູຊາທຳມະປາລະກຸມມານ, ບັນຫາມີຢູ່ວ່າ "ຍາມເຊົ້າລາສີຢູ່ໃສ ? ຍາມກາງເວັນລາສີຢູ່ໃສ ? ຍາມກາງຄືນລາສີຢູ່ໃສ ? " ກະບິນລະພຣົມພັດໃຫ້ 7 ວັນ. ເມື່ອຄົບເຈັດວັນທຳມະປາລະກຸມມານກໍມາແກ້ບັນຫາໃຫ້ຟັງຢ່າງຖືກຕ້ອງໝົດທຸກຂໍ້. ກະບິນລະພຣົມ ຈຶ່ງຍອມຕັດຄໍຕົນເອງ ຕາມສັນຍາໄວ້ ແຕ່ຍ້ອນວ່າຫົວຂອງກະບິນລະພຣົມ ມີຄວາມສັກສິດຫຼາຍ. ສະນັ້ນ, ກ່ອນຈະຕັດຄໍ, ກະບິນລະພຣົມຈິ່ງເອີ້ນ ທິດາທັງເຈັດມາເຂົ້າເຝົ້າ. ທິດາທັງ 7 ມີພະນາມວ່າ:
1. (ນາງ ປະຈຳວັນອາທິດ) ຊື່ ທຸງສະເທວີ ມີພະຍາຄຸດເປັນພາຫະນະ.
2. (ນາງ ປະຈຳວັນຈັນ) ຊື່ ໂຄລາຄະເທວີ ມີເສືອເປັນພາຫະນະ.
3. (ນາງ ປະຈຳວັນອັງຄານ) ຊື່ ຮາກສະເທວີ (ລາກສະ) ມີໝູເປັນພາຫະນະ.
4. (ນາງ ປະຈຳວັນພຸດ) ຊື່ ມຸນທາເທວີ ມີລວາເປັນພາຫະນະ.
5. (ນາງ ປະຈຳວັນພະຫັດ) ຊື່ ກິລິນີເທວີ ມີຊ້າງເປັນພາຫະນະ.
6. (ນາງ ປະຈຳວັນສຸກ) ຊື່ ກິມິທາເທວີ ມີຄວາຍເປັນພາຫະນະ.
7. (ນາງ ປະຈຳວັນເສົາ) ຊື່ ມະໂຫທອນເທວີ ມີນົກຍຸງເປັນພາຫະນະ.
ເມື່ອທິດາທັງເຈັດມາໂຈມເອົາຫົວຂອງພໍ່ແລ້ວເອົາໄປປະດິດສະຖານໄວ້ຢູ່ຄັນທຸມາລີ ທີ່ເທິງພູເຂົາໄກລາດ;ຄັນເຖິງວັນສ້ຽງປີໃໝ່;ທິດາແຕ່ລະຄົນພັດປ່ຽນກັນເຊີນເອົາຫົວຂອງພໍ່ອອກມາແຫ່ອ້ອມເຂົາສຸເມຣຸ ຫຼືເຂົາສະເໝນ ປີລະຄົນຕາມລຳດັບ ເພື່ອໃຫ້ເກີດຄວາມຢູ່ເຢັນເປັນສຸກ. ດັ່ງນັ້ນ, ຈິ່ງເປັນທີ່ມາຂອງການເຮັດບຸນປີໃໝ່ລາວມາຮອດປັດຈຸບັນນີ້.
ປີໃໝ່ລາວດັ້ງເດີມແທ້ຈະແມ່ນມື້ຂື້ນ 1 ຄໍ່າ ເດືອນຈຽງ ຫຼືເດືອນອ້າຍ, ແຕ່ຍ້ອນມີການປ່ຽນແປງຈຶ່ງມາເປັນເດືອນ 5 ຕາມປະຕິທິນປະເພນີລາວ. ປີໃໝ່ຈະຖືກມື້ໃດແທ້ ຫຼືວັນເດືອນປີໃດ ກໍສຸດແລ້ວແຕ່ການຄຳນວນຂອງນັກໂຫລາສາດ, ແຕ່ແນ່ນອນວ່າ ຈະຕ້ອງຕົກຢູ່ໃນເດືອນຂື້ນ ຫຼືປະມານກາງເດືອນເມສາ.
6. ເດືອນຫົກ ບຸນບັ້ງໄຟ
ເດືອນຫົກແມ່ນບຸນບັ້ງໄຟແລະບຸນວິສາຂະບູຊາ,ບຸນບັ້ງໄຟເປັນບຸນປະເພນີດັ້ງເດີມຂອງລາວ,ແມ່ນພິທີບູຊາແຖນ ເພື່ອຂໍຄວາມຢູ່ສຸກຊຸ່ມເຢັນ, ຂໍນ້ຳຟ້ານ້ຳຝົນຈາກແຖນ ເພື່ອຈະມາທຳການເພີ່ມພູນຜະລິດຜົນ. ບຸນນີ້ກໍເປັນບຸນປາງໃຫຍ່, ມີການເຊີ້ງ, ແຫ່ບັ້ງໄຟ, ຈູດບັ້ງໄຟເສັງກັນ, ຕີກອງຫາງ, ມັກເວົ້າ ແລະ ເຊີ້ງຄຳເພິ ພ້ອມທັງຫຼີ້ນເປື້ອນເຊັ່ນ: ເອົາຂີ້ຕົມທາໜ້າ ແລະ ຕົນໂຕ, ນຸ່ງເຄື່ອງຜິດເພດ... ໂດຍສະເພາະແມ່ນຊາຍໜຸ່ມ. ການເຮັດບຸນບັ້ງໄຟໄດ້ມີນິທານຫຼືເລື່ອງເລົ່າຕ່າງໆນານາສະຫຼັບສັບຊ້ອນແລະກ່ຽວຂ້ອງກັນຫຼາຍຢ່າງ, ຕົວຢ່າງໜຶ່ງຈາກມູນເຫດຂອງການເຮັດບຸນບັ້ງໄຟມີເລື່ອງເລົ່າໄວ້ວ່າ:ຢູ່ເທິງສະຫວັນຊັ້ນຟ້າມີເທວະບຸດອົງໜຶ່ງຊື່ ວັດສາກາລະ ເຊິ່ງເປັນຜູ້ແຕ່ງນ້ຳຝົນໃຫ້ຕົກລົງມາເມືອງມະນຸດ. ເທບອົງນີ້, ມີຄວາມມັກກ່ຽວກັບການບູຊາໄຟຫຼາຍທີ່ສຸດ.ສະນັ້ນ,ມະນຸດຜູ້ໃດບູຊາໄຟແມ່ນຖືວ່າເປັນການບູຊາເພິ່ນແລ້ວເພິ່ນກໍຈະແຕ່ງນ້ຳຝົນສົ່ງລົງມາໃຫ້ຖືກຕ້ອງຕາມລະດູການດ້ວຍເຫດນີ້ຄົນບູຮານຈຶ່ງບູຊາໄຟດ້ວຍການຈູດ ຫຼື ເຮັດບຸນບັ້ງໄຟ.
ນອກຈາກບຸນບັ້ງໄຟແລ້ວ,ໃນເດືອນຫົກຍັງມີບຸນສຳຄັນທາງພຸດທະສາສະໜາຄືວັນວິສາຂະບູຊາ,ຄຳວ່າ "ວິສາຂະ "ແປວ່າ ເດືອນຫົກເພັງ.ດັ່ງນັ້ນ, ການເຮັດບຸນວິສາຂະບູຊາເປັນການທຳບຸນສະຫຼອງວັນປະສູດ, ວັນຕັດສະຮູ້ ແລະ ວັນປະລິນິພານຂອງພຣະພຸດທະເຈົ້າໂຄຕະມະນັ້ນເອງ. ພຣະອົງໄດ້ປະສູດມື້ເພັງໃນເດືອນຫົກ ປີຈໍ ກ່ອນ ພ.ສ 80 ປີ, ຕັດສະຮູ້ເປັນພຣະພຸດທະເຈົ້າປີວອກ, ກ່ອນ ພ.ສ 45 ປີ ແລະ ປະລິນິພານປີມະເສັງ ພ.ສ ພຸດທະສັກກະລາດກໍ່ຕັ້ງ ປີທີ 1 ເຊິ່ງເປັນມື້ເພັງເດືອນຫົກນັ້ນເອງ. ສະນັ້ນ, ເດືອນຫົກເພັງແຕ່ລະປີ ປະຊາຊົນລາວ ຜູ້ນັບຖືສາສະໜາພຸດຈຶ່ງເຮັດບຸນຕັກບາດຖວາຍທານແລະຟັງເທສະໜາເພື່ອລະລຶກເຖິງຄຸນພຣະພຸດທະເຈົ້າຕາມຮີດຄອງປະເພນີອັນດີງາມ.
7. ເດືອນເຈັດ ບຸນບູຊາມະເຫສັກຫຼັກເມືອງ (ບຸນເປີກຊຳລະ)
ເດືອນເຈັດເພິ່ນເຮັດບຸນບູຊາເທພະອາຮັກຫຼັກເມືອງ, ເທວະດາຟ້າແຖນ. ຊາວບ້ານພ້ອມກັນເຮັດພິທີລ້ຽງຜີເສື້ອເມືອງ,ເຊີນເອົາເທວະດາອາຮັກຫຼັກເມືອງເຂົ້າມາຊຳລະຄວາມບໍ່ດີບໍ່ງາມ, ຂັບໄລ່ສິ່ງຂີ້ດຽດຈັງໄຮທັງຫຼາຍອອກຈາກບ້ານເມືອງ, ປ້ອງກັນອັນຕະລາຍບໍ່ໃຫ້ເຂົ້າມາ ແລະ ເຮັດໃຫ້ຊາວບ້ານມີແຕ່ຄວາມສຸກຊຸ່ມເຢັນຕະຫຼອດປີ.
ເດືອນເຈັດ ປະຊາຊົນລາວບູຮານ ທຳພິທີລ້ຽງຜີເມືອງຕາມແບບຂອງຜູ້ຖືຜີ ຫຼືລັດທິສາສະໜາພຣາມອັນເປັນຮີດຄອງປະເພນີທີ່ເກົ່າແກ່ທີ່ເຄີຍປະຕິບັດກັນມາກ່ອນມີການຮັບຖືພຸດທະສາສະໜາ. ຕົ້ນເຫດທີ່ຈະມາມີການປະຕິບັດປະເພນີລ້ຽງຜີເມືອງ ຜີປູ່ຕາໄດ້ກ່າວໄວ້ໃນຄຳພີ ເລື່ອງພະຍາພະລາລາດ.
8. ເດືອນແປດ ບຸນເຂົ້າວັດສາ (ພັນສາ)
ເດືອນແປດເພັງເປັນມື້ພຣະສົງເຂົ້າຈຳວັດສາ. ຄຳວ່າ "ວັດສາ" ຫຼື "ພັນສາ" ແປວ່າ ຝົນ ຫຼື ລະດູຝົນ. ພຣະສົງທັງໝົດຈະຕ້ອງໄດ້ຈຳວັດສາຕະຫຼອດ 3 ເດືອນເຕັມ 8 ເດືອນເພັງ 11 ເພັງ ພຣະສົງຈຳວັດສາຢູ່ວັດ,ບໍ່ໄດ້ທຽວໄປນອນຄ້າງຄືນແບບບໍ່ຈຳເປັນເຊິ່ງມີວິໄນສົງໂດຍສະເພາະ. ມື້ເຂົ້າພັນສາຊາວພຸດທະບໍລິສັດທັງຫຼາຍພາກັນຫໍ່ເຂົ້າຕົ້ມ,ເຮັດເຂົ້າໜົມ,ເຄື່ອງພັນສາໄປຕັກບາດຖວາຍພະຍາຫານແກ່ພຣະສົງເປັນຂະບວນຄຶກຄື້ນ.
ເມື່ອພຣະພຸດທະເຈົ້າຊົງຊາບປະການດັ່ງກ່າວຈາກຊາວບ້ານ ພຣະອົງ,ຈຶ່ງມີລະບຽບວິໄນເຄັ່ງຄັດ ເມື່ອເຖິງລະດູເດືອນ 8 (ຍາມຝົນຕົກໜັກ) ພຣະສົງຕ້ອງເຂົ້າຈຳວັດສາຕະຫຼອດ 3 ເດືອນ ໂດຍກຳນົດເອົາມື້ ເດືອນ 8 – 11 ເພັງ. ໄລຍະຈຳພັນສາ 3 ເດືອນ ພຣະສົງມີວິໄນເຄັ່ງຄັດຄື:
· ພໍ່ແມ່ ຫຼື ເພື່ອນນັກບວດດ້ວຍກັນເຈັບໄຂ້ສາມາດໄປຫາພະຍາບານຫຼືປິ່ນປົວໄດ້.
· ເພື່ອນນັກບວດນຳກັນມີຄວາມກະສັນຍາກສິກສາມາດໄປເລົ່າລົມໃຫ້ເຊົ່າຍາກສິກໄດ້.
· ເມື່ອມີເຫດການເກີດຂື້ນເຊັ່ນ: ກຸດຕິເພ ໄປຫາເຄື່ອງສຳພາລະ ມາຊ້ອມແປງໄດ້.
· ຊາວບ້ານຊາວເມືອງອື່ນມານິມົນໄປທຳບຸນສາມາດໄປສະໜອງສັດທາໄດ້.
· ນອກຈາກນີ້ຖ້າມີເລື່ອງສຳຄັນ ແລະ ຈຳເປັນກໍອານຸໂລມໄປໄດ້ຄືກັນ.
+ ຖືກໂຈນ ຫຼື ສັດຮ້າຍມາບຽດບຽນ
+ ບ່ອນຢູ່ຖືກນ້ຳຖ້ວມ ຫຼື ໄຟໄໝ້, ເພພັງຈົນຢູ່ບໍ່ໄດ້.
+ ໄພຮ້າຍເກີິດຂື້ນໃນບ້ານທີ່ພຣະສົງອາໄສ ບິນທະບາດ, ຖືກຊາວບ້ານເກີດອົບພະຍົບໄປກໍ່ສາມາດຍ້າຍໄປນຳຊາວບ້ານໄດ້.
+ ມີຄວາມອຶດຢາກອາຫານການກິນ ຫຼື ປະມານບໍ່ສາມາດທົນຢູ່ຕໍ່ໄປໄດ້ ກໍ່ໄປໄດ້.
+ ມີຜູ້ຍິງມາກວນໃຈ ຫຼື ພີ່ນ້ອງມາກວນຕົວະຍົວະໃຫ້ລາສິກກໍ່ສາມາດໄປໄດ້.
+ ພຣະສົງວັດອື່ນພວມຈະແຕກແຍກກັນ ຫຼື ແຕກແຍກແລ້ວໄປລະງັບເຫດການກໍ່ໄດ້ ເມື່ອອອກພັນສາແລ້ວພຣະສົງຈະໄດ້ຮັບອະນິສົງ 5 ຢ່າງຄື:
1. ໄປນອນຄ້າງຄືນ ໂດຍບໍ່ຕ້ອງຄອບລາກໍໄດ້.
2. ນັ່ງສັນເຂົ້າຮ່ວມຫຼາຍອົງກໍ່ໄດ້.
3. ຕາມທຳມະດາພຣະສົງມີຜ້າ 3 ຜືນຄື: ຜ້າສະບົງ (ຜ້ານຸ່ງ), ຜ້າຈີວອນ (ຜ້າຄຸມ) ຜ້າສັງຄາ (ຜ້າຫົ່ມນອກ). ເມື່ອອອກພັນສາແລ້ວ ເອົາໄປນຳພຽງ 2 ຜືນກໍໄດ້.
4. ພຣະສົງຈຳພັນສາແລ້ວຈະເກັບຜ້າຮັກສາໄວ້ຫຼາຍຜືນກໍໄດ້ (ນອກຈາກ 3 ຜືນ)
5. ເມື່ອມີລາບເກີດຂື້ນຄື: ມີຜູ້ເອົາຈີວອນມາຖວາຍຕ້ອງແຈກໃຫ້ພຣະສົງຕາມລຳດັບຂອງພັນສາ.
9. ເດືອນເກົ້າ ບຸນຫໍເຂົ້າປະດັບດິນ
ບຸນເຂົ້າປະດັບດິແມ່ນເດືອນ9 ດັບ.ເພິ່ນເຮັດບຸນອຸທິດບຸນກຸສົນໄປໃຫ້ດວງວິນຍານຜູ້ລ່ວງລັບໄປແລ້ວ. ຕາມຄວາມເຊື່ອຂອງຄົນບູຮານວ່າຕອນເຊົ້າມືດຂອງວັນນີ້ພະຍາຍົມພິບານໄດ້ປ່ອຍສັດນາຮົກອອກມາຮັບຜົນທານທີ່ຍາດພີ່ນ້ອງສົ່ງໄປ. ສະນັ້ນ, ເຮົາຈຶ່ງນິຍົມເອົາຫໍ່ເຂົ້າປາອາຫານ, ໝາກໄມ້ໄປຢາຍໄວ້ຢູ່ແຄມວັດ, ແຄມທາງ, ແຄມເຮືອນ, ແຄມປ່າ, ຮົ້ວໄຮ່ປາຍນາ, ໄວ້ຕາມດິນແຕ່ເຊົ້າ ດັ່ງນັ້ນ, ຈຶ່ງເອີ້ນວ່າ " ເຂົ້າປະດັບດິນ "
ຕົ້ນເຫດຂອງການເຮັດບຸນນີ້ປາງກ່ອນມີຍາດພີ່ນ້ອງພະຍາພິມພິສານພະເຈົ້າແຜ່ນດິນເມຶືອງລາຊະຄຶ ປະເທດອິນເດຍສະໄໝພຸດທະການ ພາກັນເຮັດສັງຄະທານໄປເຄນພະສົງ, ໃນຂະນະແຕ່ງອາຫານນັ້ນ ພວກເດັກນ້ອຍລູກຫຼານພາກັນໄຫ້ແອ່ວກິນ, ພໍ່ແມ່ອົດບໍ່ໄດ້ກໍຢິບບາຍໃຫ້ເດັກພວກນັ້ນເຊິ່ງນັບວ່າ ກິນກ່ອນສົງ ຫຼືກິນຂອງສົງ.
ເມື່ອຕາຍໄປແລ້ວກໍໄປຕົກນາຮົກອະເວຈີ, ຄັນພົ້ນຈາກນາຮົກກໍມາເກີດເປັນເປດ. ມາວັນໜຶ່ງພະຍາພິມພິສານຖວາຍທານແກ່ພະສົງ ອັນມີພຣະພຸດທະເຈົ້າເປັນປະມຸກ, ແຕ່ບໍ່ໄດ້ອຸທິດສ່ວນບຸນກຸສົນໄປຫາພວກເປດເຫຼົ່ານັ້ນ. ພໍຕົກກາງຄືນມາພະຍາພິມພິສານນອນຝັນ ຍິນສຽງພວກເປດມາຮ້ອງ, ມາເຄາະຝາເຮືອນໝົດຄືນຈົນນອນບໍ່ຫຼັບ.
ເມື່ອຕື່ນເຊົ້າມາ, ພະຍາພິມພິສານຈຶ່ງໄດ້ສະເດັດເຂົ້າເຝົ້າພຣະພຸດທະເຈົ້າ ຢູ່ວັດເວລຸວັນ. ຈາກນັ້ນ,ພຣະພຸດທະເຈົ້າຈຶ່ງແຈ້ງສາເຫດແລະເທດສະໜາສັ່ງສອນໃຫ້ພະຍາພິມພິສານຈົ່ງໃຫ້ທານເຂົ້າ ໂພຊະນາອາຫານໄປເຖິງຍາຕິກາວົງສາພວກເປດເຫຼົ່ານັ້ນກໍຈະໄດ້ຮັບຜົນແລະພົ້ນຈາກຄວາມທຸກທໍລະ ມານ. ການເຮັດບຸນນີ້ ນອກຈາກເລື່ອງເລົ່ານີ້ ຍັງມີເລື່ອງອື່ນໆເຊັ່ນ: ຕາມໜັງສືເທສະໜາ ບຸນຫໍ່ເຂົ້າປະດັບດິນ ເປັນປະເພນີສືບເນື່ອງມາຈາກສາສະໜາພຣາມ ຕາມປະກົດຢູ່ໃນຊາດົກເລື່ອງ (ມັດຖະກຸນທະລີ) ກ່ອນຄັ້ງພຸດທະການ.
10. ເດືອນສິບ ບຸນເຂົ້າສະຫຼາກ (ເຂົ້າສາກ)
ບຸນເຂົ້າສະຫຼາກແມ່ນເຮັດໃນເດືອນ 10 ເພັງ. ຊາວບ້ານຫໍ່ເຂົ້າຕົ້ມ, ເຂົ້າໜົມ, ຂອງຫວານ, ຂອງຄາວ. ຄຳໝາກກອກຢາໃສ່ສະຫຼາກແລ້ວໃສ່ກວຍ ຫຼືກະທໍທີ່ສານດ້ວຍໄມ້,ຂຽນຊື່ຜູ້ອຸທິດໃສ່ ແລະຊື່ຜູ້ອຸທິດໄປເຖິງແລ້ວນຳໄປຖວາຍແກ່ພຣະສົງອົງນັ້ນ,ແລ້ວກໍອຸທິດບຸນໃຫ້ດວງວິນຍານໃຫ້ແກ່ຜູ້ລ່ວງລັບໄປນັ້ນ ຈິ່ງເອີ້ນວ່າ: ເຂົ້າສະຫຼາກການເຮັດບຸນເຂົ້າສະຫຼາກ ກິດຈະກຳ ແລະ ຮູບການຕ່າງໆຄ້າຍຄືບຸນເຂົ້າປະດັບດິນ.
ການເຮັດບຸນເຂົ້າສະຫຼາກມີເລື່ອງເລົ່າໄວ້ວ່າ:ມີລູກຊາຍເສດຖີຜູ້ໜຶ່ງເມື່ອພໍ່ຕາຍໄປແລ້ວຜູ້ເປັນແມ່ຊອກຫາຍິງສາວມາໃຫ້ເປັນພັນລະຍາ,ແຕ່ນາງບໍ່ມີລູກ ແມ່ຈຶ່ງເອົາຍິງສາວໃຫ້ອີກຜູ້ໜຶ່ງມາເປັນເມຍນ້ອຍ(ພັນລະຍາ). ເມື່ອເມຍນ້ອຍມີລູກ, ເມຍຫຼວງຄິດອິດສາຈຶ່ງຄິດຂ້າເມຍນ້ອຍ ໂດຍເອົາຢາໃຫ້ເມຍນ້ອຍກິນໃຫ້ຫລຸລູກເສຍ ເຮັດແນວນັ້ນ2- 3ຄັ້ງໃນທີ່ສຸດເມຍນ້ອຍກໍຕາຍ.ກ່ອນຈະຕາຍເມຍນ້ອຍໄດ້ຜູກເວນກັບເມຍຫຼວງວ່າຂໍໃຫ້ເກີດເປັນນາງຍັກຂິນີ ໃຫ້ມາກິນໂຕມັນ. ເມື່ອເມຍນ້ອຍ ແລະ ເມຍຫຼວງຈ່ອງເວນກັນຕ່າງຄົນຕ່າງຕາຍໄປ ແລະເກີດເປັນສັດ.ເມຍນ້ອຍທີ່ເກີດເປັນແມວ,ເກີດເປັນເນື້ອແລະເກີດເປັນຍັກສ່ວນເມຍຫຼວງຕາຍໄປເກີດເປັນແມ່ໄກ່, ເກີດເປັນເສືອແລະເກີດເປັນຄົນ ທັງສອງຈ່ອງເວນຈ່ອງກຳກັນ. ມີມື້ໜຶ່ງ ນາງຍັກໄລ່ຈັບລູກຜູ້ເປັນເມຍຫຼວງກິນ,ແຕ່ນາງຜູ້ເປັນເມຍຫຼວງອູ້ມລູກແລ່ນໄປວັດເຊຕະວັນ ໃນຂະນະນັ້ນ ພຣະພຸດທະເຈົ້າພວມເທສະໜາສັ່ງສອນອຸປະສົກອຸປະສິກາຢູ່,ພຣະອົງຈຶ່ງໃຫ້ພຣະອານົນໄປບອກນາງຍັກຂິນີມາສັ່ງສອນບໍ່ໃຫ້ຈ່ອງເວນຈ່ອງກຳກັນອີກຕໍ່ໄປ;ຈາກນັ້ນພຣະພຸດທະເຈົ້າຈິ່ງໃຫ້ນາງຍັດຂິນີໄປຢູ່ຫົວໄຮ່ປາຍນາແລ້ວລ້ຽງເກືອໃຫ້ດີ.
11. ເດືອນສິບເອັດ ບຸນອອກພັນສາປະວໍລະນາ (ປະວາລະນາ)
ຄຳວ່າ " ປະວໍລະນາ "ແປວ່າ ບອກກັນໄວ້ລ່ວງໜ້າ. ບຸນອອກພັນສາແມ່ນເດືອນ 11ເພັງ.ພາຍຫຼັງພຣະສົງຢູ່ຈຳພັນສາໄດ້3ເດືອນ.ໃນການອອກພັນສານີ້,ຊາວພຸດທະສະນິກະຊົນທັງຫຼາຍ ຈຶ່ງພາກັນເຮັດບຸນຕັກບາດຢາດນ້ຳ.ສ່ວນພຣະສົງຈະໄດ້ຮັບອະນິສົງໃນການຈຳພັນສາຕາມພຣະພຸດທະອົງຊົງບັນຍັດໄວ້ໃນຄຳພີ.
ບຸນອອກພັນສາປະວໍລະນາ ມີກິດຈະກຳທີ່ມີຄວາມມ່ວນຄຶກຄຶ້ນ ມີການເຄື່ອນໄຫວເຮືອໄຟໂຄກ ແລະ ໄຫຼເຮືອໄຟນ້ຳຕາມປະເພນີສາສະໜາພຣາມເຊິ່ງມີມາແຕ່ດົນນານ ໂດຍແມ່ນເຈົ້າສຸລະຍະວົງສາ ມາຮອດປັດຈຸບັນ ການຊ່ວງເຮືອບໍ່ສະເພາະແຕ່ຈັດໃສ່ມື້ອອກພັນສາເທົ່ານັ້ນ, ເພິ່ນຍັງນິຍົມຈັບໃສ່ກ່ອນ ຫຼື ຫຼັງພິເສດແມ່ນບຸນອອກພັນສາ ຈະມີປະກົດການທຳມະຊາດຕາມແມ່ນ້ຳຂອງເຊັ່ນ: ບັ້ງໄຟພະຍານາກ.
12. ເດືອນ 12 ບຸນກັນຖິນ ແລະ ບຸນພະທາດ
ແມ່ນນັບແຕ່ມື້ແຮມ 1 ຄໍ່າ ເດືອນ 11 ຈົນຮອດວັນເພັງເດືອນ 12 ເປັນເວລາ 1 ເດືອນພໍດີ ໄລຍະນີ້ທາງວິໄນສົງ ຮຽກວ່າ " ຈີວະຣະກາລະສະໄໝ " ແປວ່າ ໄລຍະເວລາເຮັດຜ້າຈີວອນ ຫຼື ຮຽກວ່າ " ຈີວະຣະທານະສະໄໝ " ແປວ່າ ເວລາໃຫ້ຈີວອນ.
ສ່ວນຄຳວ່າ " ກະຖິນ " ມີ 2 ຄວາມໝາຍຄື 1) ຄວາມໝາຍໃນທາງພາສາລາວແທ້ແປວ່າ ໄມ້ກັງ ຫຼື ໄມ້ຄຶງໄທເອີ້ນວ່າ:ໄມ້ສະດຶງຄື:ໄມ້ເຮັດໃຫ້ເຄັ່ງ.ໃນສະໄໝກ່ອນໆພຸ້ນບໍ່ມີຜ້າຈີວອນຂາຍຢ່າງຫຼວງຫຼາຍຢູ່ຕະຫຼອດຄືສະໄໝນີ້.ສະນັ້ນ,ພຣະພຸດທະເຈົ້າຈຶ່ງອະນຸຍາດໃຫ້ພຣະສົງຊອກຫາໃຫ້ໄດ້ມາຖືກຕ້ອງຕາມວິໄນສົງ ແລ້ວມາຫຍິບຕໍ່ເຂົ້າກັນ,ເວລາຫຍິບຈຳເປັນຕ້ອງໃຊ້ໄມ້ແບບຫຼືໄມ້ຄຶງ. ການຫຍິບຜ້າຕາມໄມ້ຄຶງຈຶ່ງຮຽກວ່າ ຜ້າກະຖິນ. 2) ຄວາມໝາຍໃນຄຳນາມ ພາສາບາລີແປວ່າ ຜ້າທີ່ເຄນໃຫ້ພຣະສົງທີ່ຈຳວັດສາ. ໝາຍຄວາມວ່າ ການເຮັດບຸນດ້ວຍການເອົາ ຜ້າໄປເຄນໃຫ້ຄູບາ ຫຼື ພຣະສົງຢູ່ໃນວັດ. ບຸນນີ້ຖືເປັນອານິສົງຜົນແຫ່ງບຸນຂອງພຣະສົງທີ່ຈຳວັດສາຕະຫຼອດ3ເດືອນເຕັມສົມຄວນຈະຕ້ອງໄດ້ຮັບກອງກະຖິນ (ຈຸລະກະຖິນ ຫຼື ມະຫາກະຖິນ).
ບຸກຄົນໃດມີສັດທາເຮັດກອງກະຖິນສ່ວນຕົວກໍໄດ້.ຖ້າຈະເຮັດກອງກະຖິນໄປວັດເພິ່ນໄປປັກສະຫຼາກໄວ້ ຫຼື ບອກລ່ວງໜ້າກ່ອນກາງພັນສາ.ຈາກນັ້ນທາງຄະນະຝ່າຍສົງປະຈຳວັດກໍຈະໄດ້ຮັບກອງກະຖິນ.ກ່ອນຈະຮັບກອງກະຖິນພຣະສົງຈະຫາລືກັນວ່າ ພຣະສົງອົງໃດຄວນຈະໄດ້ຮັບກອງກະຖິນ.
ນອກຈາກບຸນກະຖິນແລ້ວ, ເພີ່ນຍັງເຮັດບຸນໄຫ້ວທາດ. ການເຮັດບຸນໄຫວ້ທາດ ນັບວ່າເປັນບຸນປາງໃຫຍ່ຄຶກຄື້ນມ່ວນຊື່ນ ແລະສຳຄັນຕໍ່ປະເທດຊາດບ້ານເມືອງຫຼາຍທີ່ສຸດ. ແຕ່ກ່ອນປະຊາຊົນລາວເຮັດບຸນໄຫວ້ພຣະທາດຫຼາຍແຫ່ງເຊັ່ນ ພະທາດຫຼວງວຽງຈັນ, ພະທາດໝາກໂມ (ວັດວິຊຸນ) ຫລວງພະບາງ, ພະທາດອີງຮັງ ແລະພະທາດໂພ່ນ ແຂວງສະຫວັນນະເຂດ, ພະທາດສີໂຄດຕະບອງຢູ່ເມືອງເກົ່າແຂວງຄຳມ່ວນເປັນຕົ້ນ. /ພະທາດຫຼວງວຽງຈັນສ້າງຂື້ນໃນປີ1566ຫຼັງຈາກພະເຈົ້າໄຊຍະເສດຖາທິລາດພັດທະນາເມືອງວຽງຈັນເປັນລາຊະທານີລ້ານຊ້າງໄດ້ 6 ປີ.ການເຮັດບຸນນະມັດສະການພະທາດຫຼວງວຽງຈັນນັບວ່າເປັນປະເພນີ ທີ່ສຳຄັນຢ່າງຍິ່ງທີ່ສືບຕໍ່ກັນມາໄດ້ຫຼາຍສະຕະວັດໂດຍມີພະມະຫາກະສັດອົງເປັນປະມຸກໃນສະໄໝຕ່າງໆ ມາເປັນປະທານພິທີປະຈຳທຸກໆປີບໍ່ຂາດສິ່ງທີ່ນຳມາສັກກາລະບູຊາໄຫວ້ພະທາດຫຼວງມີດອກໄມ້ທູບທຽນ, ສິ່ງສຳຄັນຂາດບໍ່ໄດ້ແມ່ນຜາສາດເຜິ້ງຄືມື້ຂື້ນ 13 ຄໍ່າເດືອນ 12 ເພິ່ນຈະເລີ່ມແຫ່ພະສາດຢູ່ວັດສີເມືອງ (ຫຼັກເມືອງ) ປະມານ 7 ໂມງແລງ. ມື້ຂື້ນ 14 ຄໍ່າ ມີພິທີຮັບນໍ້າໃຫຍ່ຢູ່ວັດອົງຕື້ ແລະມື້ ຄ່ໍ່າເພັງ ເດືອນ 12 ເປັນມື້ດໍາເນີນພິທີສຸດທ້າຍ ຢູ່ພະທາດຫຼວງ ໂດຍການຕັກບາດຖວາຍທານຢ່າງຄຶກຄື້ນ.
ໃນສະໄໝບູຮານ ແລະ ສະໄໝຕ່າງໆຈົນສືບມາເຖິງສູ່ມື້ນີ້ ກ່ອນຈະເຖິງມື້ໄຫວ້ທາດຫຼວງ ໄດ້ມີການຄົບງັນມາກ່ອນແລ້ວຢ່າງໜ້ອຍ 5-7 ວັນ, ການຄົບງັນມີກິດຈະກຳກິລາ ແລະສິລະປະ ວັນນະຄະດີຕາມປະເພນີ. ມາຮອດສະໄໝນີ້ພະທາດຫຼວງວຽງຈັນໄດ້ກາຍເປັນສັນຍາລັກຂອງຊາດ(ກາຊາດ).
ສະຫຼຸບ: ຮີດ 12 ທີ່ກ່າວມາຂ້າງເທິງມີບາງບຸນປະເພນີບໍ່ໄດ້ຈັດຕັ້ງປະຕິບັດແລ້ວ ຫຼື ຍັງພາກັນເຮັດຢູ່ບາງທ້ອງຖິ່ນທີ່ຈຳກັດເທົ່ານັ້ນ. ສ່ວນບຸນທີ່ຈັດຕັ້ງປະຕິບັດເປັນຂະບວນຂອງຊາວພຸດເຊັ່ນ: ບຸນປີໃໝ່, ບຸນເຂົ້າພັນສາ ແລະ ອອກພັນສາ, ບຸນຫໍ່ເຂົ້າປະດັບດິນ, ບຸນເຂົ້າສະຫຼາກ ແລະ ບຸນພະທາດຫຼວງ. ນອກຈາກບຸນທາດຫຼວງ, ການເຮັດບຸນຕ່າງໆຂອງປະຊາຊົນລາວຈະຍິ່ງໃຫຍ່ ຫຼືຄຶກຄື້ນ ແມ່ນອີງຕາມສະພາບ ແລະຈຸດພິເສດຂອງບ້ານໃນທ້ອງຖິ່ນນັ້ນໆ.
ไม่มีความคิดเห็น:
แสดงความคิดเห็น